ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, 31 ສິງຫາ 2026

ສານອາຟຣິກາໃຕ້ ຕັດສິນໃຫ້ ປະກັນໂຕ ທ. Pistorius (ສະໄລດ໌)

ທ້າວ Oscar Pistorius ຢືນກົ້ມໜ້າ ລໍຖ້າການຕັດສິນ ຈາກສານວ່າ ຈະໄດ້ຮັບການອະນຸຍາດ ໃຫ້ປະກັນໂຕຫລືບໍ່.
ທ້າວ Oscar Pistorius ຢືນກົ້ມໜ້າ ລໍຖ້າການຕັດສິນ ຈາກສານວ່າ ຈະໄດ້ຮັບການອະນຸຍາດ ໃຫ້ປະກັນໂຕຫລືບໍ່.
ຜູ້​ພິພາກສາ​ຄົນ​ນຶ່ງ ​ຈະ​ຕັດສິນ​ໃນ​ວັນ​ສຸກ​ມື້​ນີ້ ​ກ່ຽວ​ກັບ​ການ
ປະກັນໂຕ ຂອງດາຣານັກ​ແລ່ນ​ອາຟຣິກາ​ໃຕ້ ທ້າວ Oscar
Pistorius ຜູ້​ທີ່​ປະ​ເຊີນກັບ​ການ​ກ່າວ​ຫາວ່າວາງ​ແຜນ​ລ່ວງ​
ໜ້າ​ເພື່ອຄາດ​ຕະກໍາ​ເຖິງ​ຜູ້​ສາວ ຂອງລາວ.

ທ້າວ Pistorius ທີ່ກັ້ນ​ນໍ້າຕາ​ເອົາ​ໄວ້ ​ໄດ້ນັ່ງ​ກົ້ມ​ໜ້າ​ລົງ ​ແລະ​
ມື​ສັ່ນ​ໃນ​ຂະນະ​ທີ່​ໄອ​ຍະ​ການ​ ສະ​ລຸບການ​ໂຕ້​ຖຽງ ​ໃນ​ອັນທີ່​ມີ​
ທ່າ​ທາງຈະເປັນມື້​ສຸດ​ທ້າຍ ຂອງ​ການ​ຮັບ​ຟັງ​ຄຳ​ໃຫ້ການ ກ່ຽວ​
ກັບ​ການ​ປະກັນ​ໂຕຜູ້ກ່ຽວ​ທີ່ ນະຄອນຫຼວງ Petoria.

ຫົວໜ້າໄອ​ຍະ​ການທ່ານ Gerrie Nel ​ໄດ້ໂຕ້​ຖຽງ​ວ່າທ້າວ
Pistorius ​ໄດ້​ວາງແຜນລ່ວງ​ໜ້າ​ໃນ​ການຄາດ​ຕະກໍາ​ນາງ
Reeva Steenkamp ນາງ​ແບບອາຍຸ 29 ປີ​ ແລະ​ຮຽນຈົບ
ຈາກ​ໂຮງຮຽນ​ກົດໝາຍ ທີ່ຖືກ​ຍິງຕາຍໃນ​ເຮືອນ​ຂອງທ້າວ Pistorius ​ໃນ​ວັນ​ທີ 14 ​
ກຸມພາ ທີ່​ຜ່ານ​ມາ.

ນັກແລ່ນໂອລິມປິກຂາເຫລັກ Oscar Pistorius ໄດ້ຮັບ ອະນຸຍາດ ໃຫ້ປະກັນໂຕ

Oscar Pistorius in court in Pretoria, South Africa for his bail hearing, February 22, 2013
1/5 Oscar Pistorius in court in Pretoria, South Africa for his bail hearing, February 22, 2013
Relatives of Oscar Pistorius hug each other ahead of proceedings at the Pretoria magistrates court February 22, 2013.
2/5 Relatives of Oscar Pistorius hug each other ahead of proceedings at the Pretoria magistrates court February 22, 2013.
Oscar Pistorius stands at the dock before the start of proceedings, February 22, 2013.
3/5 Oscar Pistorius stands at the dock before the start of proceedings, February 22, 2013.
Oscar Pistorius' brother Carl hugs his father Henke at the Pretoria Magistrates court, February 21, 2013.
4/5 Oscar Pistorius' brother Carl hugs his father Henke at the Pretoria Magistrates court, February 21, 2013.
Investigating officer Hilton Botha, the lead detective in the Pistorius murder case, during a break in proceedings, February 21, 2013.
5/5 Investigating officer Hilton Botha, the lead detective in the Pistorius murder case, during a break in proceedings, February 21, 2013.
Previous slide
Next slide

ທ້າວ Pitorius ​ໄດ້​ປະຕິ​ເສດຕໍ່​ຂໍ້​ກ່າວ​ຫາ ​ໂດຍເວົ້າ​ວ່າ ​ລາວ​ຍິງນາງ Steenkamp ຫລັງ​ຈາກເຂົ້າ​ໃຈ​ຜິດ​ຄິດວ່າ ​ເປັນ​ຜູ້​ບຸກ​ລຸກ​ເຂົ້າໄປໃນ​ເຮືອນເຂົາ​ເຈົ້າ ໃນ​ຕອນ​ກາງ​ຄືນ. ທະນາຍຄວາມ​ຂອງ​ລາວ​ ທ່ານ Barry Roux ຮັບ​ຮູ້​ວ່າ ທ້າວ Pistorius ຈະ​ປະ​ເຊີນ​ກັບຂໍ້​ຫາ​ຄາດ​ຕະກໍາ ​
ແຕ່​ຈະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອໃຫ້ເຈົ້າໜ້າ​ທີ່ຫຼຸດ​ໂທດ​ລົງມາ ເປັນການ​ຂ້າ​ຄົນ​ຕາຍທີ່​ໜ້າ​ຕຳ​ໜິ.

​ໄອ​ຍະ​ການ​ໂຕ້​ຖຽງວ່າ ທ້າວ Pistorius ​ເປັນ​ຄາດ​ຕະກອນ​ເລືອດ​ເຢັນ ​ແລະ​ສະ​ແດງ​ໃຫ້​ເຫັນວ່າ​ຜູ້ກ່ຽວ​ສ່ຽງຕໍ່​ການ​ຈະ​ຫຼົບໜີ. ທະນາຍຄວາມ​ຂອງ​ລາວກ່າວ​ວ່າ ລາວ​ບໍ່​ມີ​ທ່າ​ທາງ​ວ່າ
ຈະ​ໜີ​ອອກ​ຈາກ​ປະ​ເທດ ​ເພາະ ວ່າ ​ລາວ​ເປັນ​ຜູ້​ມີ​ຊື່​ສຽງ ​ແລະ​ຄວນຈະ​ຖືກປ່ອຍ.

ຄະ​ດີ​ດັ່ງກ່າວ​ໄດ້​ມີ​ການ​ຫັນປ່ຽນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ເວລາ​ຫົວໜ້າ​ສືບ​ສວນຄະ​ດີ ທ່ານ Hilton Botha ​ໄດ້​ຖືກ​ສັບ​ປ່ຽນ ​ຫລັງ​ຈາກ​ໄດ້​ມີ​ການເປີດ​ເຜີຍ​ວ່າ ທ່ານ​ໄດ້​ຖື​ກກ່າວ​ຫາ
ເຈັດ​ກະທົງ ​ໃນ​ຖານ​ພະຍາຍາມ​ຄາດ​ຕະກໍາ.
XS
SM
MD
LG