ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ພິພາກສາ ​ລັດຖະບານ​ກາງ​ ຂົ່ມຂູ່ ທ່ານແຊັສສັນ ກ່ຽວກັບ ການເນລະເທດ ສອງແມ່ລູກ


​ຜູ້ພິພາກສາ​​​ປະຈຳ​ເຂດ ຂອງ​ສະຫະລັດ ທ່ານແອັມ​ແມັຕ ຊູ​ລລີ​ວັນ ທີ່ເຫັນຢູ່ໃນພິທີ ຢູ່ນະຄອນຫຼວງວໍຊິງຕັນ ວັນທີ 1 ພຶດສະພາ 2008.
​ຜູ້ພິພາກສາ​​​ປະຈຳ​ເຂດ ຂອງ​ສະຫະລັດ ທ່ານແອັມ​ແມັຕ ຊູ​ລລີ​ວັນ ທີ່ເຫັນຢູ່ໃນພິທີ ຢູ່ນະຄອນຫຼວງວໍຊິງຕັນ ວັນທີ 1 ພຶດສະພາ 2008.

ຜູ້​ພິພາກສາ​ຂອງ​ລັດຖະບານ​ກາງ​ສະຫະລັດຄົນນຶ່ງ ທີ່ມີຄວາມ​ໂກດ​ແຄ້ນ​ ໄດ້ຂົ່ມຂູ່​ໃນ
​ວັນ​ພະຫັດ​ວານ​ນີ້ ທີ່​ຈະ​ຖືວ່າ​ ລັດຖະມົນກະຊວງຕີ​ຍຸຕິ​ທຳ ທ່ານ​ແຈັ​ຟ ​ແຊັສສັນ ບໍ່​ໃຫ້
ການ​ຄວາມ​ເຄົາລົບຕໍ່ສານ ຫຼັງ​ຈາກ​ຊາບ​ຢູ່​ໃນ​ການ​ຮັບ​ຟັງ​ຄຳໃຫ້ການ​ຜູ້​ຂໍ​ລີ້​ໄພ​ສອງ​
ຄົນ​ຄືແມ່​ແລະ​ລູກ​ສາວທີ່​ກຳລັງ​ຖືກ​ເນລະ​ເທດ ​ແລະ​ໄດ້​ຢູ່​ໃນເຮືອບິນ​ ໄປ​ສູ່ແອ​ລ
ຊາລ​ວາ​ດໍ​.

​ຜູ້ພິພາກສາ​ປະຈຳ​ເຂດ ຂອງ​ສະຫະລັດ ທ່ານແອັມ​ແມັຕ ຊູ​ລລີ​ວັນ ​ໄດ້​ຮ້ອງ​ການ​ປະ​ຕິ
ບັດ​ຂອງ​ລັດຖະບານ​ວ່າ “​ເປັນ​ເລື້ອງ​ຮ້າ​ຍແຮງ.” ທ່ານ​ກ່າວ​ວ່າ ລັດ ຖະບານ​ປາກົດ​ວ່າ ​ຕັ້ງໃຈທີ່ຈະໃຫ້ແມ່ຍິງ ແລະລູກຂອງລາວ “​ຫາຍ​ສາບ​ສູນ ໄປ​ຢ່າງລຶກ​ລັບ” ໃນ​ຂະນະ​ທີ່​
ເຂົາເຈົ້າຕໍ່​ສູ້ກັບ​ການຖືກ​ເນລະ​ເທດ.

ຜູ້ພິພາກສາສັ່ງລັດຖະບານວ່າ “ໃຫ້ເຮືອບິ​ນລຳນັ້ນ​ກັບ​ຄືນມາ ​ໃນ​ຂະນະ​ທີ່​ກ່າວ​ຊໍ້າ​ແລ້ວ
​ຊໍ້າ​ອີກ​ວ່າ ທ່ານ “ເສຍ​ໃຈ​ເປັນຢ່າງ​ຍິ່ງ” ກ່ຽວກັບເຫ​ດການ​ດັ່ງກ່າວ.

ທ່ານ​ຊູ​ລິ​ວັນ​ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ດີ​ໃຈກ່ຽວ​ກັບ​ເລື້ອງ​ນີ້ເລີຍ. ນີ້​ເປັນ​ເລື້ອງ​ທີ່​ຮັບ​ເອົາ
​ບໍ່​ໄດ້.”

​ແມ່ຍິງ​ຄົນ​ນີ້ ຊຶ່ງລະບຸຢູ່ເອກ​ກະສາ​ນ​ ຂອງ​ສານ​ວ່າ ​ແມ່ນ “ນາງ​ຄາ​ຣເມັນ” ຊຶ່ງ​ເປັນ​ໂຈດ
​ຢູ່​ໃນ​ການ​ຟ້ອງ​ຮ້ອງອາທິດ​ນີ້ ໂດຍ ສະຫະພັນ​ສິດທິພົນລະເມືອງອາ​ເມຣິກັນ ຫລື
ACLU ສູ້ກັບ​ທ່ານ​ແຊັສສັນ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ທ່ານ​ຫວ່າງ​ມໍ່ໆ​ມາ​ນີ້ ​ເພື່ອ
ໂຈະການ​ອະນຸມວັດ ​ໃນການຂໍ​ລີ້​ໄພ​ສຳລັບຜູ້​ຄົນທີ່ມີບັນຫາຄວາມຮຸນແຮງໃນຄອບຄົວ
​ແລະຈາກກຸ່ມອັນທະພານ.

ສະຫະພັນ ACLU ​ແລະ​ລັດຖະບານ​ໄດ້​ເຫັນ​ພ້ອມ​ນຳກັນວ່າ ບໍ່​ມີ​ຄົນ​ໃດ​ຢູ່​ໃນ​ຄະ ດີ​ນີ້
ຈະ​ຖືກ​ເນລະເທດ ​ກ່ອນວັນ​ພະຫັດຈະສິ້ນສຸດລົງ.

ທ່ານ​ນາງ​ເຈັນ​ນີ​ເຟີ ​ຈັງ ​ເນີ​ແວ​ລ ທະນາຍຄວາມຄົນສຳຄັນຂອງກຸ່ມ ACLU ​ໄດ້​ຊາບ​
ລະຫວ່າງ​ການ​ຮັບຟັງຄຳໃຫ້ການວ່າ ​ແມ່​ແລະ​ລູກ​ສາ​ວຄູ່ນີ້​ໄດ້​ຖືກ​ເນລະ​ເທດ​ຈາກສູ​ນ
ກາງ​ຄຸມ​ຂັງ ​ຢູ່​ໃນ​ລັດ​ເທັກ​ຊັສ ​ແລະ​ໄດ້​ແຈ້ງ​ໃຫ້​ສານ​ຮູ້.

​ເຈົ້າ​ໜ້າທີ່ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ກ່າວ​ໃນ​ຕອນ​ແລງ​
ວັນ​ພະຫັດ​ວາ​ນນີ້​ວ່າ ​ແມ່​ແລະ​ລູກ​ສາວ​ “ໄດ້​ຖືກສົ່ງກັບຄືນ​ມາ​” ສູ່​ລັດ​ເທັກ​ຊັສ ຈາກ
ແອ​ລຊາລວາ​ດໍ ແລ້ວ.

​ແມ່ຍິງຄົນ​ດັ່ງກ່າວ​ໄດ້ເຂົ້າມາໃນສະ​ຫະລັດ ເພື່ອຫລົບໜີຈາກ​ການຖືກ​ທຳຮ້າຍ​ທາງ
ເພດ​ໂດຍ​ສາມີ​ຂອງ​ລາວ ​ແລະ​ຖືກ​ຂົ່ມຂູ່ຈະ​ເອົາ​ຊີວິດ​ຈາກ​ບັນດາ​ສະມາ​ຊິກ​ຂອງກຸ່ມ
ອັນທະພານ.

ຫຼັງ​ຈາກ​ການ​ຮັບ​ຟັງຄຳໃຫ້ການແລ້ວ ​ຜູ້ພິພາກສາ​ຊູ​ລລິ​ວັນ ​ໄດ້​ອອກ​ຄຳ​ສັ່ງ​ສຸກ​ເສີນ ​ໃຫ້ໂຈະ​ການ​ເນ​ລະ​ເທດ​ ພວກ​ຄົນ​ເຂົ້າ​ເມືອງໃດໆ ທີ່​ທ່ານ​ພິຈາລະນາ​ວ່າ ທ່ານ​ມີ​ອຳນາດຢູ່​ໃນ​ຄະດີນັ້ນໆ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG