ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ພິ​ພາກ​ສາ ​ຕ່າວ​ປີ້ນຄຳ​ສັ່ງ ປ. ທ​ຣຳ ​ໃນການ ເຊົ່າສະ​ຖານ​ທີ່​ ຂຸດ​ຄົ້ນ​ນ້ຳ​ມັນ ຢູ່​ມະ​ຫາ​ສະ​ໝ​ຸດ ອາກ​ຕິກ, ແອັດ​ແລນ​ຕິກ


​ທະ​ເລ ​ຈັກ​ຈີ ລະ​ຫວ່າງ ສະ​ຫະ​ລັດ ແລະ ​ຣັດ​ເຊຍ.
​ທະ​ເລ ​ຈັກ​ຈີ ລະ​ຫວ່າງ ສະ​ຫະ​ລັດ ແລະ ​ຣັດ​ເຊຍ.

ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ຄົນ​ນຶ່ງ​ໃນລັດ​ອາ​ລັ​ສ​ກາ ໄດ້​ຕ່າວ​ປີ້ນຄວາມ​ພະ​ຍາ​ຍາມ​
ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່ຈະ​ເປີດ​ຂົງ​ເຂດ​ທີ່ກວ້າງ​ໃຫຍ່​
ໃນມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ ສຳ​ລັບ​ການເຊົ່າສະ​ຖານ​ທີ່​ຂຸດ​ຄົ້ນ​ນ້ຳ​ມັນ ແລະ
ແກັ​ສ.

ການ​ຕັດ​ສິນດັ່ງ​ກ່າວ​ແມ່ນ​ໄດ້​ປະ​ກາດໃນ​ຕອນ​ແລງວັນ​ສຸກ​ທີ່​ຜ່ານ​ມາ ​ໂດຍ​ຜູ້​ພິ​ພາກ​
ສາສານ​ປະ​ຈຳ​ເຂດ ​ສະ​ຫະ​ລັດ ທ່ານ​ນາງ​ ຊາ​ຣອນ ກ​ລິ​ສສັນ ໄດ້​ປົກ​ປ້ອງ ນະ​ໂຍ
​ບາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ບາ​ຣັກ ໂອ​ບາ​ມາ ​ທີ່ເຮັດ​ໃຫ້ທະ​ເລ ຈັກ​ຈີ ໃນ​ມະ​ຫາ​ສະ​
ໝຸດ ອ​າກ​ຕິກ, ເຊິ່ງ​ແມ່ນ​ພາກ​ສ່​ວນ​ຂອງ​ທະ​ເລ ໂບ​ຝອດ ຂອງ​ມະ​ຫາ​ສະ​ໝຸດ​ອາ​ກ
​ຕິກ ແລະ ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ​ທີ່ກວ້າງ​ໃຫຍ່ ນອກ​ຊາຍ​ຝັ່ງ​ກ້ຳ​ຕາ​ເວັນ
​ອອກ​ຂອງ ສະ​ຫະ​ລັດ ຖືກ​ຫ້າມ​ຈາກ​ການ​ໃຫ້​ເຊົ່າ​ບ່ອນ​ຂຸດ​ເຈາະ​ນ້ຳ​ມັນ.

ທ່ານ​ນາງ ກ​ລີ​ສັນ ໄດ້​ຕັດ​ສິນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ​ໄດ້ພະ​ຍາ​ຍາມ​ທີ່​ຈະ​ລົບ
​ລ້າງ ການ​ປົກ​ປ້ອງຂອງ​ທ່ານ ​ໂອ​ບາ​ມາ ວ່າມັນ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ​ ລະ​
ເມີດຕໍ່​ຮ່າງ​ກົດ​ໝາຍ​ລັດ​ຖະ​ບານ​ກາງ​ຂອງ​ກົດ​ໝາຍ​ດິນ​ແດນ​ໃຕ້​ນ້ຳ​ນອກ​ທະ​ວີບ.
ຜູ້​ເປັນປະ​ທາ​ນາ​ທິ​ບໍ​ດີ ມີ​ອຳ​ນາດ​ພາຍ​ໃຕ້​ກົດ​ໝາຍດັ່ງ​ກ່າວ ​ທີ່​ຈະ​ຖອນ​ເຂດນັ້ນ​
ອອກ​ຈາກ​ໂຄງ​ການ​ເຊົ່າ​ສະ​ຖານ​ທີ່ຊອ​ກ​ຫາ​ນ້ຳ​ມັນ ແລະ​ ແກັ​ສຂອງ​ປະ​ເທດ​ຊາດ,
ດັ່ງ​ທີ່​ທ່ານ​ໂອ​ບາ​ມາ​ໄດ້​ເຮັດ, ແຕ່​ມີພຽງລັດ​ຖະ​ສະ​ພາ​ເທົ່າ​ນັ້ນ ທີ່​ມີ​ອຳ​ນາດເພີ້ມ​ເຂດ​
ດັ່ງ​ກ່າວ​ເຂົ້າ​ໃນໂຄງ​ການ, ອີງ​ຕາມ​ການ​ກ່າວ​ຂອງ ​ທ່ານ​ນາງ​.

ທ່ານ​ນາງ​ໄດ້​ກ່າວ​ຢູ່​ໃນ​ການ​ຕັດ​ສິນ​ວ່າ ການ​ຫ້າມ​ເຊົ່າ​ຂອງ ​ໂອ​ບາ​ມາ ຍັງ​ຈະຖືກ
ບັງ​ຄັບ​ໃຊ້ຢ່າງ​ເຕັ​ມ​ທີ່ຢູ່​ຕໍ່​ໄປ ແລະ​ມີຜົນ​ບັງ​ຄັບ​ໃຊ້ ນອກ​ຈາກ ແລະ ຈົນ​ກວ່າ​ມັນ​ຈະ
​ຖືກຖອນໂດຍ​ລັດ​ຖະ​ສະ​ພາ.

ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ ທ​ຣຳ ທີ່​ຈະ​ເຮັດ​ໃຫ້​ຂົງ​ເຂດ​ຂົ້ວ​ໂລກ​ເໜືອ ແລ​ະມະ​ຫາ​
ສະ​ໝຸດ ແ​ອັດ​ແລນ​ຕິກ ​ກັບ​ຄືນເຂົ້​າ​ສູ່​ບົດ​ບາດໃນ​ການ​ພັດ​ທະ​ນາ​ນ້ຳ​ມັນນັ້ນ ໄດ້​ມີ​ຂຶ້ນ
​ໃນ​ປີ 2017, ເປັນ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ເປັນສ່ວນນຶ່ງ​ໃນ​ແຜນ​ການ​ທີ່​ຄອບງ​ຳ
ດ້ານ​ພະ​ລັງ​ງານ​ຂອງ​ທ່ານ. ຄຳ​ສັ່ງ​ແມ່ນ​ນຶ່ງ​ໃນ​ການ​ດຳ​ເນີນ​ການຫຼາຍ​ຄັ້ງ ທີ່ຍົກ​ເລີກ
ໂຄງ​ການ​ລິ​ເລີ້ມດ້ານ ສິ່ງ​ແວດ​ລ້ອມ ແລະ​ສະ​ພາ​ບ​ອາ​ກາດ ປ່ຽນ​ແປງ ​ຂອງລັດ​ຖະ
​ບານ​ໂດ​ບາ​ມາ.

ລັດ​ຖະ​ບານ​ຂອງ​ທ່ານທ​ຣຳ ໄດ້​ສະ​ເ​ໜີ​ໂຄງ​ການທີ່​ເຊົ່າບ່ອນ​ຂຸດ​ຄົ້ນ​ນ້ຳ​ມັນ​ນອກ​ຊາຍ

​ຝັ່ງ ຢ່າງກວ້າງ​ຂວາງເລີ່ມ​ຕົ້ນ​ໃນ​ປີນີ້. ໂຄງ​ການເຊົ່າຫ້າ​ປີຂອງ​ທ່ານ​ ທ​ຣຳ ຈະ​ສະ​ໜອງ
ການຫຼຸດ​ລາ​ຄາ​ທີ່​ເຊົ່າສອງ​ແຫ່ງ​ຕໍ່​ປີໃນຂົ້ວ​ໂລກ​ເໜືອ ແລະ ຫຼຸດ​ລາ​ຄາ​ທີ່ເຊົ່າ​ຢ່າງ​ໜ້ອຍ
​ສອງ​ຄັ້ງ​ຕໍ່ນຶ່ງ​ປີ​ໃນ​ ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ. ແຜນ​ຂອງ​ທ່ານ ​ທ​ຣຳ ​ຍັງຈະ​ຮ້ອງ​
ການ​ຫຼຸດ​ລາ​ຄາທີ່ເຊົ່າ​ຫຼາຍແຫ່ງ​ຢູ່​ໃນ​ເຂດ​ທະ​ເລ ສອກ​ຫລີກ​ຂອງ​ລັດ ​ອາ​ລັ​ສ​ກາ ຄື
ພາກ​ໃຕ້​ທະ​ເລ​ ແບ​ຣິງ, ທີ່​ພິ​ຈາ​ລະ​ນາ​ວ່າ​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບນ້ຳ​ມັນນັ້ນມີ
ໜ້ອຍຫຼາຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG