ຜູ້ພິພາກສາສານລັດຖະບານກາງທ່ານນຶ່ງ ໄດ້ຕັດສິນຕໍ່ຕ້ານລັດຖະບານຂອງທ່ານທຣຳ
ໃນວັນຈັນວານນີ້ ໂດຍກ່າວວ່າ ຜູ້ຊາຍແລະແມ່ນຍິງ ທີ່ປ່ຽນເພດ ສາມາດທີ່ຈະເຂົ້າຮັບໃຊ້
ໃນກອງທັບສະຫະລັດ ເລີ້ມແຕ່ວັນທີ 1 ມັງກອນຈະມານີ້.
ລັດຖະບານຊຸດນີ້ ຕ້ອງການທີ່ຈະໂຈະ ໃນຂະນະທີ່ ໄດ້ຕົນໄດ້ຂໍອຸທອນ ຕໍ່ການຕັດສິນ
ຂອງສານ ກ່ອນໜ້ານີ້ ຕໍ່ຕ້ານການເກືອດຫ້າມຂອງປະທານາທິບໍດີ ກ່ຽວກັບການເຂົ້າຮັບ
ໃຊ້ຂອງພວກປ່ຽນເພດໃນກອງທັບ. ແຕ່ວ່າ ຜູ້ພິພາກສາສານ ທ່ານນາງ ຄລໍລີນ ໂຄລາຣ໌-
ກັອຕແທລລີ (Collen Kollar-kotelly) ໄດ້ກ່າວວ່າ ລັດຖະບານ ບໍ່ໄດ້ມີຫຼັກຖານທີ່ວ່າ
ມັນບໍ່ໄດ້ຮັບຄວາມເສັຍຫາຍ ຖ້າຫາກວ່າພວກຜູ້ຊາຍແລະແມ່ນຍິງ ທີ່ປ່ຽນເພດ ທີ່ຈະໄດ້
ເລີ່ມຂຶ້ນໃນວັນປີໃໝ່. ທ່ານນາງ ໄດ້ກ່າວວ່າ ທຳນຽບຫ້າແຈ ແມ່ນໄດ້ມີເວລາ ນຶ່ງປີເຄິ່ງ
ໃນການຈັດຕຽມເລື່ອງດັ່ງກ່າວນີ້.
ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ອັຊ ຄາເຕີ ທີ່ໄດ້ເປີດປະຕູຕ້ອນຮັບ
ພວກຜູ້ຊາຍແລະແມ່ນຍິງທີ່ປ່ຽນເພດ ໃນປີກາຍນີ້ ໃຫ້ເຂົ້າຮັບໃຊ້ໃນກອງທັບສະຫະລັດ
ທີ່ໄດ້ເລີ່ມຂຶ້ນໃນວັນທີ 1 ກໍລະກົດ ຜ່ານມານີ້. ແຕ່ວ່າ ປະທານາທິບໍດີທຣຳ ໄດ້ພະຍາຍາມ
ທີ່ຈະປິດປະຕູ ໃນການໃຊ້ດຳລັດຝ່າຍບໍລິຫານ ທີ່ຊີ້ໃຫ້ເຫັນເຖິງ ຜົນກະທົບແລະຄວາມ
ເປັນໄປໄດ້ເຖິງບັນຫາສາມັນສຳນຶກ ພາຍໃນກຸ່ມສະມາຊິກ ທີ່ບໍ່ແມ່ນພວກປ່ຽນເພດນັ້ນ.
ທ່ານຍັງໄດ້ສັ່ງການ ໃຫ້ພວກທີ່ປ່ຽນເພດ ທີ່ເປັນສະມາຊິກໃນກອງທັບໃນປັດຈຸບັນນີ້
ໃຫ້ປົດອອກ.
ສານລັດຖະບານກາງທັງສອງສານ ໄດ້ຕັດສິນຕໍ່ຕ້ານຄຳສັ່ງຂອງທ່ານທຣຳ.
ໃນຂະນະດຽວກັນນີ້ ໂຄສົກຂອງທຳນຽບຫ້າແຈ ທ່ານເດວິດ ອິສເບີຣນ ກ່າວວ່າ ທຳນຽບ
ຫ້າແຈ ແມ່ນໄດ້ເລີ່ມກະກຽມ ສຳຫຼັບພວກຜູ້ຊາຍແລະແມ່ນຍິງທີ່ປ່ຽນເພດ ແລະໄດ້ບອກ
ກັບອົງການຂ່າວເອພີ (AP) ວ່າ ພວກເຂົາ ຕ້ອງໄດ້ຜ່ານຂັ້ນຕອນການກວດຂັນຢ່າງເຄັ່ງ
ຄັດທາງດ້ານສຸຂະພາບຮ່າງກາຍຂອງພວກເຂົາເຈົ້າ. ພວກທ່ານໝໍ ຕ້ອງໄດ້ຢືນຢັນໃນ
ປະກັນສຸຂະພາບທີ່ວ່າ ປອດຈາກການສະລັບຊັບຊ້ອນດ້ານການແພດໃດໆ ທີ່ຈາກການ
ປ່ຽນຈາກເພດນຶ່ງ ໄປຫາເພດນຶ່ງນັ້ນ.
“ຍ້ອນການທີ່ມີບັນຫາສະລັບຊັບຊ້ອນດັ່ງກ່າວ ຂອງມາດຕະຖານການແພດນັ້ນ
ເຈົ້າໜ້າທີ່ ທີ່ໄດ້ຮັບການຝຶກຝົນເປັນຢ່າງດີ ຈະເປັນຜູ້ທີ່ກວດນັບພິເສດ ຕໍ່ໃບສະໝັກ
ຂອງພວກຜູ້ຊາຍແລະແມ່ນຍິງທີ່ແປງເພດ ເຂົ້າໃນກອງທັບ ເພື່ອທີ່ຈະໄດ້ຮັບຜ່ານ
ມາດຕະຖານທີ່ເຂົ້າບັນຈຸໄດ້ນັ້ນ,” ຊຶ່ງທ່ານອິສເບີຣນ ໄດ້ບອກກັບອົງການຂ່າວເອພີ ໄວ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ