ຜູ້ພິພາກສາລັດຖະບານກາງທ່ານນຶ່ງ ໄດ້ປະຕິເສດທີ່ຈະເລື່ອນການຕັດສິນໂທດຂອງທ່ານ ໂຣເຈີ ສໂຕນ, ເຊິ່ງແມ່ນໝູ່ສະໜິດ ແລະ ເປັນຜູ້ໄວ້ເນື້ອເຊື່ອໃຈຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຜູ້ທີ່ຖືກຕັດສິນມີຄວາມຜິດ ກ່ຽວກັບ ການຂັດຂວາງຂະບວນການຍຸຕິທຳ ແລະ ການກ້າວກ່າຍພະຍານ, ລວມທັງການກະທຳຜິດອື່ນໆ, ເຖິງແມ່ນທ່ານປະທານາທິບໍດີໄດ້ເວົ້າວ່າ ການຕັດສິນໂທດດັ່ງກ່າວ ຄວນຖືກຍົກເລີກກໍຕາມ.
ຜູ້ພິພາກສາ ເອມີ ເບີແມນ ແຈັກສັນ ໄດ້ກ່າວໃນລະຫວ່າງການປະຊຸມທາງໂທລະສັບໃນວັນອັງຄານວານນີ້ກັບທ່ານ ສໂຕນ ແລະ ທະນາຍຄວາມຂອງລາວວ່າ ການພິພາກສາວາງໂທດ ຈະດຳເນີນຕາມແຜນໃນວັນພະຫັດນີ້.
ແຕ່ທ່ານນາງ ແຈັກສັນ ປາກົດໄດ້ເວົ້າວ່າ ລາວສາມາດເລື່ອນຄຳສັ່ງເພື່ອເລີ່ມຕົ້ນການພິພາກສາໂທດທ່ານ ສໂຕນ ຫຼັງຈາກທະນາຍຄວາມຂອງລາວໄດ້ຂໍການດຳເນີນຄະດີໃໝ່.
ການຮ້ອງຂໍດັ່ງກ່າວໄດ້ມີຂຶ້ນຫລັງຈາກທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນທວິດເຕີ ກ່ຽວກັບ ຄວາມເຊື່ອຂອງທ່ານໃນອາທິດທີ່ຜ່ານມາວ່າ ຫົວໜ້າຕຸລາການໃນຄະດີຂອງທ່ານ ສໂຕນ ແມ່ນລຳອຽງ “ຢ່າງບໍ່ໜ້າສົງໄສ” ເປັນຄວາມເຫັນທີ່ທ່ານໄດ້ຂຽນລົງໃນທວິດເຕີອີກໃນວັນອັງຄານວານນີ້ ຫຼັງຈາກນັກຂ່າວໃນໂທລະພາບເຄເບິລ Fox News ກໍໄດ້ກ່າວວ່າ ທ່ານ ສໂຕນ ຄວນໄດ້ຮັບການດຳເນີນຄະດີໃໝ່.
ທ່ານ ທຣຳ ໄດ້ກ່າວໃນຂໍ້ຄວາມຂອງທ່ານເອງຢູ່ທວິດເຕີວ່າ “ທ່ານນາງ ຫົວໜ້າຜູ້ພິພາກສາ, ເຈົ້າແມ່ນນັກກົດໝາຍ, ເຈົ້າມີໜ້າທີ່, ມີພັນທະໜ້າທີ່ເພື່ອສະແດງໃຫ້ພວກເຮົາເຫັນເມື່ອພວກເຮົາເລືອກເຈົ້າ, ການຂຽນຂໍ້ຄວາມພວກນີ້ໃນທວິດເຕີກໍແມ່ນຍ້ອນເຈົ້າໄດ້ຄັດຄ້ານປະທານາທິບໍດີ ແລະ ຄົນຜູ້ທີ່ສະໜັບສະໜູນລາວຢ່າງຮຸນແຮງ.”
ທ່ານໄດ້ກ່າວຕື່ມວ່າ “ມັນຂ້ອນຂ້າງເຫັນໄດ້ຊັດວ່າ ລາວຄວນໄດ້ຮັບການດຳເນີນຄະດີໃໝ່. ຂ້າພະເຈົ້າຄິດວ່າ ຜູ້ພິພາກສາເກືອບທຸກຄົນໃນປະເທດນີ້ຈະສັ່ງໃຫ້ດຳເນີນຄະດີໃໝ່. ແຕ່ແນວໃດກໍຕາມ, ຂ້າພະເຈົ້າກໍບໍ່ແນ່ໃຈ ກ່ຽວກັບ ຜູ້ພິພາກສາ ແຈັກສັນ.”
ເມື່ອບັນດາຜູ້ພິພາກສາຖາມທ່ານ ທຣຳ ວ່າທ່ານໄດ້ມີແຜນທີ່ຈະໃຫ້ອະໄພຍະໂທດທ່ານ ສໂຕນ ບໍ່ນັ້ນ, ທ່ານໄດ້ຕອບວ່າ “ທ່ານຍັງບໍ່ໄດ້ຄິດຫຍັງກັບມັນເມື່ອ.. ແຕ່ຂ້າພະເຈົ້າຄິດວ່າ ລາວໄດ້ຖືກປະຕິບັດນຳຢ່າງບໍ່ຍຸຕິທຳຫຼາຍ.”
ທ່ານ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ່ານເລືອກທີ່ຈະບໍ່ມີສ່ວນຮ່ວມໃນຄະດີຂອງທ່ານ ສໂຕນ, ແຕ່ໄດ້ກ່າວວ່າ ທ່ານໄດ້ຮັບອະນຸຍາດໃຫ້ “ມີສ່ວນຮ່ວມຢ່າງເຕັມທີ່” ຖ້າທ່ານຢາກເຮັດ, ໂດຍອ້າງວ່າທ່ານແມ່ນ “ຫົວໜ້າເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງປະເທດ.”