ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາປະຕິເສດຄຳ​ຮ້ອງ​ ຂອງ​ທ່ານ​ທ​ຣຳ ທີ່​ຂໍ​ໃຫ້​ຍຸ​ຕິ​ການ ​ສືບ​ສວນກ່ຽວ​ກັບ​ການ​ເລືອກ​ຕັ້ງ​ໃນ​ລັດ ​ຈໍ​ເຈຍ


(ພາບ​ໃນ​ແຟມ) ອະດີດປະທານາທິບໍດີ ດໍ​ໂນ​ລ ທ​ຣຳກ່າວ​ຢູ່​ໃນ​ງານ​ໂຮມ​ຊຸມ​ນຸມ​ຫາ​ສຽງ​ເລືອກ​ຕັ້ງໃນ​ນະ​ຄອນ​ລັ​ສ​ເວ​ກັ​ສ, ວັນ​ທີ 8 ກໍ​ລະ​ກົດ, 2023.
(ພາບ​ໃນ​ແຟມ) ອະດີດປະທານາທິບໍດີ ດໍ​ໂນ​ລ ທ​ຣຳກ່າວ​ຢູ່​ໃນ​ງານ​ໂຮມ​ຊຸມ​ນຸມ​ຫາ​ສຽງ​ເລືອກ​ຕັ້ງໃນ​ນະ​ຄອນ​ລັ​ສ​ເວ​ກັ​ສ, ວັນ​ທີ 8 ກໍ​ລະ​ກົດ, 2023.

ຜູ້ພິພາກສາຄົນນຶ່ງໃນລັດຈໍເຈຍທີ່​ຢູ່​ທາງພາກໃຕ້ຂອງສະຫະລັດ ໃນວັນຈັນວານນີ້ ໄດ້ປະຕິເສດຕໍ່ຄວາມພະຍາຍາມຂອງອະດີດປະທານາທິບໍດີ ດໍ​ໂນ​ລ ທ​ຣຳ ທີ່​ຈະສະກັດກັ້ນໄອຍະການຄົນນຶ່ງ ບໍ່ໃຫ້ລາວ​ດຳ​ເນີນການຟ້ອງຮ້ອງທ່ານ ໃນຂໍ້ຫາພະຍາຍາມທີ່​ຈະຕ່າວ​ປີ້ນການ​ເສຍ​ໄຊ​ທີ່​ສຳ​ຄັນຂອງ​ທ່ານ ຕໍ່ທ່ານໄບ​ເດັນທີ່​ສັງກັດພັກເດໂມແຄຣັດ ໃນການເລືອກຕັ້ງປີ 2020 ຢ່າງຜິດກົດໝາຍ​.

ທ່ານ​ທ​ຣຳອ້າງວ່າ ໄອຍະການເຂດຄາວ​ຕີ ຟູ​ລ​ທັນ (Fulton) ທ່ານ​ນາງແຟ​ນີ ວິ​ລ​ລິ​ສ (Fani Willis) ໃນນະ​ຄອນ​ແອັດ​ແລນ​ຕາ ທີ່​ຮັບ​ຜິດ​ຊອບການສືບສວນ "ສັບສົນ, ມີຂໍ້ ບົກພ່ອງແລະ, ບາງຄັ້ງ ກໍຂັດຕໍ່ລັດຖະທໍາມະນູນ."

(ພາບ​ໃນ​ແຟມ) ຜູ້ພິພາກສາສານສູງ, ທ່ານ​ໂຣ​ເບີດ ແມັກ​ເບີນ​ນີ (Robert McBurney) ກ່າວ​ຕໍ່​ພວກ​ນັກ​ຂ່າວຢູ່​ສານເຂດຄາວຕີ ຟູລທັນ (Fulton), ນະ​ຄອນ​ແອັດ​ແລນ​ຕາ, ວັນ​ທີ 11, 2023.
(ພາບ​ໃນ​ແຟມ) ຜູ້ພິພາກສາສານສູງ, ທ່ານ​ໂຣ​ເບີດ ແມັກ​ເບີນ​ນີ (Robert McBurney) ກ່າວ​ຕໍ່​ພວກ​ນັກ​ຂ່າວຢູ່​ສານເຂດຄາວຕີ ຟູລທັນ (Fulton), ນະ​ຄອນ​ແອັດ​ແລນ​ຕາ, ວັນ​ທີ 11, 2023.

ຜູ້ພິພາກສາສານສູງ, ທ່ານ​ໂຣ​ເບີດ ແມັກ​ເບີນ​ນີ (Robert McBurney) ຕັດສິນວ່າ ຄຳກ່າວ​ອ້າງຂອງທ​ຣຳ ແມ່ນ “ບໍ່ພຽງພໍ ຫຼື ​ກໍເປັນການຄາດເດົາ ແລະ ບໍ່ສາ​ມາດ​ເຮັດ​ໃຫ້​ເກີດຜົນໄດ້.”

ຜູ້ພິພາກສາກ່າວວ່າ, "​ຂໍ້​ກ່າວ​ອ້າງເຫລົ່າ​ນນັ້ນ ບໍ່ພຽງພໍ ເພາະວ່າ, ໃນຂະນະທີ່ມັນ ເປັນເລື້ອງ [ຫຼືແມ່ນກະທັງເປັນ​ເປົ້າ​ໝາຍ] ຂອງການສືບສວນຄະດີອາຍາທີ່ມີ​ການເຜີຍ ແຜ່ຢ່າງກວ້າງ​ຂວາງ ອາດຈະເປັນປະສົບການທີ່ບໍ່ຫນ້າຍິນ​ດີ ແລະເພິ່ງພໍໃຈນຳ, ບໍ່ມີ ສານໃດໆ ໃນ​ຜ່ານ​ມາທີ່ເຄີຍຖືວ່າ ການມີແຕ່ສະຖານະພາບນັ້ນພຽງຢ່າງ​ດຽວ ​ກໍ​ຈະສາ​ມາດໃຊ້ເປັນພື້ນຖານໃຫ້​ແກ່ສານ ທີ່ຈະທຳ​ການແຊກແຊງ ຫຼື ເຮັດ​ໃຫ້ການສືບສວນຢຸດ​ລົງ​ໄດ້.”

ທ່ານ​ແມັກ​ເບີ​ນີ (McBurney) ກ່າວ​ວ່າ ອະດີດ​ປະທານາທິບໍດີ ​ອາດ​ຈະ​ຍົກ​ສູງ​ຄວາມ​ທ້າ​ທາຍ​ທາງ​ດ້ານ​ກົດໝາຍ​ ຕໍ່​ການ​ສືບສວນ​ຂອງ​ລັດຈໍ​ເຈຍ ຖ້າ​ຫາກ​ວ່າ ທ່ານ​ຖືກ​ຟ້ອງ​ຮ້ອງ ​ແລະ​ເມື່ອ​ຜູ້​ພິພາກສາ​ຖືກ​ມອບ​ໝາຍ​ໃຫ້​ຮັບ​ຜິດ​ຊອບ​ຄະດີນີ້.

ຜູ້ພິພາກສາຂຽນວ່າ "ລອງຄິດວາດ​ພາບເບິ່ງ​ດຸ​ວ່າ ​ມັນຈະເປັນແນວໃດ ກ່ອນທີ່ໝາຍ ຈຸດແຫ່ງສືບສວນຈະເຊື່ອມຕໍ່ໃສ່​ກັນ ຊຶ່ງອາດຈະເປັນເກມທີ່ໄດ້ຮັບ​ຄວາມນິຍົມຫລາຍ ສໍາລັບສື່ມວນຊົນ ແລະ​ພວກ​ຂຽນ​ບົດ​ໃນເວັບ​ໄ​ຊ​ທ໌," ແຕ່ມັນ ບໍ່ແມ່ນພາລະບົດບາດ ທີ່ ເຫມາະສົມສໍາລັບສານ ແລະການອະ​ພິ​ປາຍທາງດ້ານກົດຫມາຍຢ່າງເປັນທາງການ.”

ໂດຍທີ່​ມີ​ຄະ​ນະ​ຕຸ​ລາ​ການໃຫຍ່ທີ່ພິຈາລະນາຄະ​ດີ ທ່ານນາງ​ວີ​ລ​ລີ​ສ ໄດ້ສົ່ງສັນຍານບົ່ງ​ບອກໃຫ້​ຮູ້ວ່າ ທ່ານນາງສາມາດດຳ​ເນີນ​ການຟ້ອງ​ຮ້ອງຕໍ່ທ່ານທ​ຣຳ ແລະທີ່​ປຶກ​ສາ ຂອງ​ທ່ານຫຼາຍຄົນໄດ້ ທີ່ມີ​ສ່ວນກ່ຽວຂ້ອງກັບຄວາມພະຍາຍາມຂອງທ່ານໃນ​ການຮັບ ຮອງເອົາຜົນການເລືອກຕັ້ງໃນ​ລັດຈໍເຈຍປີ 2020.

​ທ່ານນາງໄດ້ບອກກັບສະຖານີໂທລະພາບແອັດ​ແລນ​ຕາ (Atlanta) ໃນທ້າຍອາທິດ ແລ້ວນີ້​ວ່າ "ວຽກງານແມ່ນສໍາເລັດແລ້ວ. ພວກເຮົາເຮັດວຽກເປັນເວລາສອງປີເຄິ່ງ. ພວກເຮົາພ້ອມແລ້ວທີ່​ຈະດຳ​ເນີນ​ເລື້ອງນີ້.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG