ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ອາຟຣິກາໃຕ້ ສັ່ງໃຫ້ທ້າວ Pistorius ກວດ ສຸຂະພາບຈິດ (ວີດີໂອ/ສະໄລດ໌)


South Africa Pistrorius SOTVO
please wait

No media source currently available

0:00 0:00:47 0:00
ຜູ້ພິພາກສາອາຟຣິກາໃຕ້ໄດ້ສັ່ງ​ໃຫ້ນັກແລ່ນ Oscar Pristorius
ໄປກວດສອບເບິ່ງສຸຂະພາບຈິດ ເຮັດໃຫ້ການດຳເນີນຄະດີ ໃນຂໍ້ຫາທີ່ວ່າຜູ້ກ່ຽວໄດ້ສັງຫານຜູ້ສາວ ທີ່ເຮືອນຂອງລາວ
ໃນປີກາຍນີ້ ຕ້ອງໄດ້ຍຸດຕິລົງຊົ່ວຄາວ.

ຜູ້ພິພາກສາ Thokozile Masipa ໄດ້ປະກາດຄຳຕັດສິນຂອງ
ທ່ານນາງ ໃນວັນພຸດມື້ນີ້ ລຸນຫລັງທີ່ໄດ້ມີການໃຫ້ການໃນອາທິດນີ້ ທີ່ກ່າວວ່າ ທ້າວ Pristorius ເປັນໂຣກປະສາດ ກັງວົນທີ່ພາໃຫ້ຜູ້ກ່ຽວມີຄວາມຢ້ານກົວແລະເປັນຫ່ວງ
ເລື່ອງນັ້ນ ເລື່ອງນີ້ສະເໝີ.

ຜູ້ພິພາກສາ Masipa ເວົ້າວ່າ “ຜົນຈາກຫລັກຖານກໍຄືວ່າ ໄດ້ພາໃຫ້ມີຄວາມສົງໄສ
ບໍ່ແນ່ໃຈວ່າ ການກ່າວຫານີ້ບາງທີອາດພາໃຫ້ມີການຕໍ່ສູ້ຂອງຈຳເລີຍອີກອັນນຶ່ງທີ່
ພົວພັນກ່ຽວກັບ ຄວາມຮັບຜິດຊອບຕໍ່ຄວາມຜິດຂອງລາວ.

ນອກນັ້ນຍັງມີຄວາມເປັນໄປໄດ້ວ່າ ມັນອາດຈະເປັນຄວາມຮັບຜິດຊອບກ່ຽວກັບເລື່ອງ
ຄວາມຜິດທີ່ຫລຸດລົງ.”

ໄອຍະການ Gerrie Nel ເປັນຜູ້ຮ້ອງຂໍໃຫ້ມີການກວດສອບດັ່ງກ່າວ. ທ່ານເວົ້າວ່າ ທ່ານ ບໍ່ຢາກໃຫ້ທ້າວ Pristorius ໃຊ້ສະຖານະພາບແບບນີ້ ເພື່ອເປັນພື້ນຖານໃນການທີ່ຈະ
ຂໍອຸທອນຕໍ່ສານ ໃນອະນາຄົດຂ້າງໜ້າ.

ຜູ້ພິພາກສາ Masipa ກ່າວໃນວັນພຸດມື້ນີ້ວ່າ ການໄປກວດສອບດັ່ງກ່າວນີ້ແມ່ນເພື່ອ
ໃຫ້ ເປັນທີ່ແນ່ໃຈວ່າ ທ້າວ Pristorius ໄດ້ຮັບການດຳເນີນຄະດີທີ່ເປັນທຳແລະຜູ້ກ່ຽວ
ອາດຈະໄດ້ຮັບການຊັ່ງຊາຕີລາຄາແບບພວກຄົນເຈັບທີ່ບໍ່ຕ້ອງນອນປະຈຳຢູ່ທີ່ໂຮງໝໍ. ທ່ານນາງຈະໃຫ້ລາຍລະອຽດເພີ້ມຕື່ມ ກ່ຽວກັບຄຳສັ່ງຂອງສານ ເວລາສານ​ເປີດຄືນອີກ ໃນວັນອັງຄານໜ້າ.
XS
SM
MD
LG