ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ພິ​ພາກ​ສາ ສັ່ງ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ເປີດ​ເຜີຍ​ຄຳ​ສັ່ງ​ໝາຍ​ຄົ້ນບ້ານ​ພັກ​ທ່ານ​ທ​ຣຳ


ເອກ​ກະ​ສານ​ ທີ່​ພົວ​ພັນ​ກັບ​ໝາຍ​ຄົ້ນ ​ບ້ານ​ພັກ​ມາ​ອາ​ລາ​ໂກ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ເມືອງ​ພາມ​ບິ​ຈ ລັດ​ຟ​ລໍ​ຣິ​ດາ ທີ່​ມີ​ການ​ຖ່າຍ​ຮູບ​ໄວ້ ເມື່ອ​ວັນ​ທີ 18 ສິງ​ຫາ 2022.
ເອກ​ກະ​ສານ​ ທີ່​ພົວ​ພັນ​ກັບ​ໝາຍ​ຄົ້ນ ​ບ້ານ​ພັກ​ມາ​ອາ​ລາ​ໂກ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ເມືອງ​ພາມ​ບິ​ຈ ລັດ​ຟ​ລໍ​ຣິ​ດາ ທີ່​ມີ​ການ​ຖ່າຍ​ຮູບ​ໄວ້ ເມື່ອ​ວັນ​ທີ 18 ສິງ​ຫາ 2022.

ຜູ້​ພິ​ພາກ​ສາ​ສານ​ລັດ​ຖະ​ບານ​ກາງ​ທ່ານ​ນຶ່ງ ໄດ້​ສັ່ງ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ ໃນ​ຕອນ​ແລງ​ຂອງວັນ​ພະ​ຫັດ​ວານນີ້ ເປີດ​ເຜີຍ​ຄຳ​ສັ່ງໝາຍ​ຄົ້ນບ້ານ​ພັກ​ມາ​ອາ​ລາ​ໂກ ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ສະ​ບັບ​ທີ່​ມີ​ການ​ລຶບ​ເປັນ​ບາງ​ສ່ວນ​ອອກ​.

ຜູ້​ພິ​ພາກ​ສາບ​ຣູ​ສ ຣາ​ຍ​ຮ​າດ (Bruce Reinhart) ໄດ້​ອອກ​ຄຳ​ສັ່ງ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ກະ​ຊວງ​ຍຸ​ຕິ​ທຳ ໄດ້​ສະ​ເໜີ​ໃຫ້​ລຶບ​ບາງ​ສ່ວນ​ຂອງ​ເອກ​ກະ​ສານ​ທີ່​ໄອ​ຍະ​ການ​ກ່າວ​ວ່າ ​ມີ​ຄວາມ​ຈຳ​ເປັນ ເພື່ອ​ຄ້ຳ​ປ​ະ​ກັນ​ບໍ່​ໃຫ້​ລາຍ​ລະ​ອຽດ ໃນການ​ສືບ​ສວນຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ການ​ຈັດ​ການ ​ເລື້ອງ​ເອກ​ກະ​ສາ​ລັບ ​ຂອງ​ທ່ານ ​ທ​ຣຳ​ມີ​ການ​ຮົ່ວ​ໄຫຼ.

ຄຳ​ສັ່ງ​ໝາຍ​ຄົ້ນ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ຕ້ອງ​ການ​ໂດຍ​ບັນ​ດາ​ອົງ​ການ​ຂ່າວ​ສະ​ຫະ​ລັດ ແລະ​ກຸ່ມ​ອື່ນໆ​ອີກ ທ່າມ​ກາງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ​ຈາກ​ມະ​ຫາ​ຊົນ ໃນ​ການກວດ​ຄົ້ນ​ບ້ານ​ພັກ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາ ແບບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ໂດຍ​ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ​ຂອງ​ສະ​ຫະ​ລັດ.

ໃນ​ລະ​ຫວ່າງ​ການກວດ​ຄົ້ນ​ນັ້ນ ເຈົ້າ​ໜ້າ​ທີ່​ຂອງ​ອົງ​ການ FBI ໄດ້​ຢຶດ​ເອົາ​ເອກ​ກະ​ສານ 11 ຫີບທີ່​ລະ​ບຸ​ວ່າ ​ເປັນ​ເອກ​ກະ​ສານ​ລັບ​ສະ​ເພາະ ລັບຫຼື​ລັບ​ສຸດຍອດ ​ອີງ
ຕາມ​ໃບ​ຮັບ​ທີ່ມອບ​ໃຫ້​ທະ​ນາຍ​ຄວາມ​ຂອງ​ທ່ານ​ທ​ຣຳ.

ໝາຍ​ຄົ້ນ​ດັ່ງ​ກ່າວ ​ໄດ້​ຖືກ​ເປີດ​ເຜີຍ​ໃນ​ເວ​ລາ 4 ມື້​ຕໍ່​ມາ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່​າ ທ່ານ​ທ​ຣຳ​ພວມ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ ທີ່​ອາດ​ມີ​ການ​ລະ​ເມີດ​ຕໍ່​ກົດ​ໝາຍ​ຈາ​ລະ​ກຳ ແລະ​ຄວາມ​ຜິດ​ອື່ນໆ​ອີກ.

ທ່ານ​ທ​ຣຳ​ແລະ​ບັນ​ດາ​ພັນ​ທະ​ມິດ ໄດ້​ປະ​ນາມ​ຕໍ່​ການ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ ໂດຍ​ກ່າວ​ຫາ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ​ວ່າ ໃຊ້​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ “ເປັນ​ອາ​ວຸດ” ຕໍ່ຕ້ານທ່ານ. ທ່ານ​ກ່າວ​ວ່າ ທ່ານ​ຢາກ​ໃຫ້​ມີ​ການ​ເປີດ​ເຜີຍ​ຄຳ​ສັ່ງ​ທີ່​ອອກ​ໝາຍ​ຄົ້ນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ເມີ​ຣິກ ກາ​ແລນ (Merrick Garland) ຊຶ່ງ​ເປັນ​ຜູ້​ອະ​ນຸ​ມັດ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ອອກ​ໝາຍ​ຄົ້ນ​ນັ້ນ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ກ່າວ​ຫາ​ທີ່​ວ່ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG