ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຟ້ອງຮ້ອງທ່ານ ທຣຳ ກ່ຽວກັບ ການສົ່ງເສີມຄວາມຮຸນແຮງ


ພວກຜູ້ປະທ້ວງທີ່ໄດ້ກໍ່ກວນການຊຸມນຸມ ຂອງຜູ້ລົງແຂ່ງຂັນ
ເປັນປະທານາທິບໍດີສັງກັດພັກຣີພັບບລີກັນ ທ່ານ ດໍໂນລ
ທຣຳ ຖືກນຳຕົວອອກໄປຈາກສະຖານທີ່. ນະຄອນ Louisville, ລັດ Kentucky, 1 ມີນາ, 2016.
ພວກຜູ້ປະທ້ວງທີ່ໄດ້ກໍ່ກວນການຊຸມນຸມ ຂອງຜູ້ລົງແຂ່ງຂັນ ເປັນປະທານາທິບໍດີສັງກັດພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ຖືກນຳຕົວອອກໄປຈາກສະຖານທີ່. ນະຄອນ Louisville, ລັດ Kentucky, 1 ມີນາ, 2016.

ຜູ້ພິພາກສາລັດຖະບານກາງໄດ້ຕັດສິນວ່າ ການຟ້ອງຮ້ອງຕໍ່ປະທານາທິບໍດີ ທຣຳ ເລື່ອງ ການຍຸຍົງໃຫ້ເກີດຄວາມຮຸນແຮງຕໍ່ພວກປະທ້ວງໃນການຊຸມນຸມໂຄສະນາຫາສຽງປະທາ
ນາທິບໍດີ ປີກາຍນີ້ສາມາດເຄື່ອນໄຫວຕໍ່ໄປໄດ້, ໂດຍປະຕິເສດບໍ່ຮັບເອົາການໂຕ້ແຍ້ງ
ດ້ານສິດເສລີພາບໃນການປາກເວົ້າ ຕໍ່ການຟ້ອງຮ້ອງດັ່ງກ່າວ.

ການພິຈາລະນາໂດຍຜູ້ພິພາກສາສານເມືອງ ສະຫະລັດ ທ່ານ David Hale ໃນນະຄອນ Louisville ລັດ Kentucky ໄດ້ເປີດຊ່ອງທາງໃຫ້ພວກປະທ້ວງສາມຄົນ ທີ່ທຳການຟ້ອງ
ຮ້ອງ ເພື່ອໃຫ້ດຳເນີນການຜ່ານລະບົບກົດໝາຍ. ການຟ້ອງຮ້ອງແມ່ນມີຕໍ່ທ່ານ ທຣຳ, ການໂຄສະນາຫາສຽງຂອງທ່ານ ແລະ ຜູ້ສະໜັບສະໜູນຂອງທ່ານສາມຄົນ.

ພວກຈຳເລີຍຄືທ້າວ Henry Brousseau, ນາງ Kashiya Nwanguma ແລະ ນາງ
Molly Shah ກ່າວວ່າພວກເຂົາເຈົ້າຖືກທຸບຕີໂດຍພວກຜູ້ສະໜັບສະໜູນທ່ານ ທຣຳ ຢູ່ໃນການຊຸມນຸມໃນນະຄອນ Louisville ເດືອນມີນາປີກາຍນີ້ ໃນຂະນະທີ່ທ່ານ ທຣຳ ໄດ້ກ່າວວ່າ “ເອົາເຂົາເຈົ້າອອກໄປ” ຢ່າງຊ້ຳແລ້ວຊໍ້າອີກ.

ທະນາຍຄວາມຂອງທ່ານ ທຣຳ ໄດ້ໂຕ້ຖຽງວ່າມັນເປັນການປ້ອງກັນຕົວດ້ວຍການເວົ້າຈາ
ຢ່າງເສລີ ຕໍ່ການຟ້ອງຮ້ອງ, ແລະ ໄດ້ກ່າວວ່າ ທ່ານ ທຣຳ ບໍ່ໄດ້ຕັ້ງໃຈເຮັດໃຫ້ຜູ້ສະໜັບ
ສະໜູນຂອງທ່ານໃຊ້ກຳລັງ.

ຜູ້ພິພາກສາທ່ານ Hale ໄດ້ຂຽນໃນຄວາມເຫັນຂອງທ່ານ ແລະ ໄດ້ສັ່ງວ່າ "ມັນເປັນ ຄວາມເຂົ້າໃຈວ່າ ຄຳເວົ້າທີ່ວ່າ 'ເອົາພວກເຂົາເຈົ້າອອກໄປ' ຂອງທ່ານ ທຣຳ ໄດ້ເປັນ ການສັ່ງໃຫ້ໃຊ້ກຳລັງ.. ມັນແມ່ນຄຳສັ່ງ, ການຊີ້ນຳ, ການບັນຊາ.”

ຊື່ຂອງຜູ້ໂຈມຕີທີ່ຖືກຂຽນໄວ້ໃນການຟ້ອງຮ້ອງລວມມີທ້າວ Matthew Heimbach, ສະມາຊິກຂອງກຸ່ມຄົນຂາວຖືຕົນເປັນຍອດ, ແລະ ທ້າວ Alvin Bamberger ສະມາ ຊິກຂອງສະມາຄົມທະຫານຜ່ານເສິກ ເກົາຫຼີ ໃນລັດ Ohio ແລະ ຜູ້ຖືກກ່າວຫາຄົນທີ
ສາມແມ່ນຍັງບໍ່ໄດ້ຖືກລະບຸຊື່ເທື່ອ.

ທ່ານ Hale ໄດ້ກ່າວວ່າ ການເອົານາງ Nwanguma ແມ່ຍິງ ອາເມຣິກັນ ຜິວດຳອອກໄປ,
ແມ່ນ ການ “ກະທຳແບບບໍ່ມີຄວາມຄິດ.” ຜູ້ພິພາກສາທ່ານນີ້ບໍ່ໄດ້ຕັດການກ່າວຫາທີ່ວ່າ
ນາງ Nwanguma ແມ່ນຜູ້ຖືກເຄາະຮ້າຍຂອງການແບ່ງແຍກສີຜິວ, ຊົນເຜົ່າ ແລະ ການ
ເວົ້າໃສ່ຮ້າຍປ້າຍສີລັງກຽດແມ່ຍິງຈາກຝູງຄົນໃນການຊຸມນຸມອອກ.

ທ່ານ Hale ໄດ້ຂຽນວ່າ “ໃນນອກຈາກຄຳເວົ້ານັ້ນ ແມ່ນເປັນຕາລັງກຽດແລ້ວ, ມັນຍັງ ມີສາມາດຈະແດງໃຫ້ເຫັນບັນຍາກາດ ເຊິ່ງເຫດການທີ່ຖືກກ່າວຫານັ້ນໄດ້ເກີດຂຶ້ນ
ແທ້.”

XS
SM
MD
LG