ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ພິພາກສາ ສັ່ງໃຫ້ຈຳຄຸກ ທ່ານມານາຟອຣ໌ດ ອະດີດປະທານ ໂຄສະນາຫາສຽງ ປ. ທຣຳ


ທ່ານພອລ ມານາຟອຣ໌ດ ໄປຮອດສານລັດຖະບານກາງ ເມື່ອວັນທີ 15​ ມິຖຸນາ 2018 ທີ່ນະຄອນຫຼວງວໍຊິງຕັນ.
ທ່ານພອລ ມານາຟອຣ໌ດ ໄປຮອດສານລັດຖະບານກາງ ເມື່ອວັນທີ 15​ ມິຖຸນາ 2018 ທີ່ນະຄອນຫຼວງວໍຊິງຕັນ.

ທ່ານພອລ ມານາຟອຣ໌ທ ອະດີດປະທານ ຄະນະໂຄສະນາຫາສຽງ ຂອງປະທານາທິບໍ
ດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຖືກສົ່ງເຂົ້າຄຸກ ໃນວັນສຸກວານນີ້ ຫລັງຈາກ ຄະນະ
ຕຸລາການ ຂອງລັດຖະບານກາງ ຟ້ອງທ່ານໃນຂໍ້ຫາພະຍາຍາມທີ່ຈະໃຊ້ອິດທິພົນເຂົ້າ ໄປແຊກແຊງກັບພວກທີ່ອາດຈະມາເປັນພະຍານ ໃນຂະນະທີ່ຖືກປະກັນຕົວ.

ທ່ານມານາຟອຣ໌ທ ອາຍຸ 69 ປີ ອະດີດເພື່ອນຮ່ວມງານ ຄົນທຳອິດຂອງທ່ານທຣຳທີ່ຈະ
ໄປເຂົ້າຄຸກ ໄດ້ຖືກຟ້ອງໃນອາທິດແລ້ວ ໃນຂໍ້ຫາໃໝ່ 2 ກະທົງຄືຂັດຂວາງຂະບວນການ
ຍຸຕິທຳແລະສົມຮູ້ຮ່ວມຄິດເພື່ອຂັດຂວາງຂະບວນການຍຸຕິທຳໂດຍພະຍາຍາມທີ່ຈະໃຊ້ ອິດທິພົນເຂົ້າໄປແຊກແຊງ ໃນການໃຫ້ການ ຂອງພວກພະຍານທີ່ບໍ່ໄດ້ລະບຸຊື່ 2 ຄົນ ທີ່
ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ເມື່ອສອງເດືອນກວ່າໆຜ່ານມານີ້.

ທ່ານມານາຟອຣ໌ທ ບໍ່ຍອມຮັບຜິດກ່ຽວກັບຂໍ້ຫາໃໝ່ ໃນຕອນເຊົ້າວັນສຸກວານນີ້.

ແຕ່ຜູ້ພິພາກສາ ປະຈຳເຂດ ຂອງ ລັດຖະບານກາງ ທ່ານນາງເອມີ ເບີແມນ ແຈັກສັນ
ໂດຍອ້າງຂໍ້ກ່າວຫາກ່ຽວກັບການພະຍາຍາມ ໃຊ້ອິດທິພົນແຊກແຊງຕໍ່ພວກພະຍານ ໄດ້ສັ່ງໃຫ້ນຳໂຕ ທ່ານມານາຟອຣ໌ທ ໄປຂັງຄຸກ ໃນຂະນະທີ່ລໍຖ້າ ການດຳເນີນຄະດີ
ຂອງຜູ້ກ່ຽວໃນເດືອນກັນຍາປີນີ້ໂດຍໃຫ້ການອະນຸມັດຕໍ່ການຮ້ອງຂໍຂອງໄອຍະການ
ພິເສດ ເພື່ອຖອນການປະກັນໂຕຂອງທ່ານມານາຟອຣ໌ທ.

Trump on Manafort's Legal Woes
please wait

No media source currently available

0:00 0:01:30 0:00

ໃນຂໍ້ຄວາມທີ່ຂຽນລົງໃນທວີດເຕີ້ນັ້ນ ທ່ານທຣຳກ່າວວ່າ ມັນເປັນ “ການບໍ່ຍຸຕິທຳຫຼາຍ” ທີ່ຈະຕ້ອງຈຳຄຸກອະດີດປະທານຄະນະໂຄສະນາຫາສຽງຂອງທ່ານ.

ທ່ານທຣຳຂຽນຕໍ່ໄປວ່າ “ອ້າວ ຈັ່ງແມ່ນໂທດໜັກແທ້ໆສຳລັບທ່ານມານາຟອຣ໌ທທີ່ໄດ້
ຕາງໜ້າໃຫ້ແກ່ທ່ານຣໍໂນລ ຣີແກນ ທ່ານບັອບ ໂດລ ພ້ອມດ້ວຍນັກການເມືອງຄົນສຳ
ຄັນອື່ນໆແລະຄະນະໂຄສະນາຫາສຽງອື່ນໆ. ບໍ່ເຄີຍຮູ້ມາກ່ອນວ່າ ທ່ານມານາຟອຣ໌ທ
ເປັນຫົວໜ້າມວນຊົນ. ກ່ຽວກັບທ່ານໂຄມີ ຮີລລາຣີທີ່ຂີ້ໂກງ ແລະຄົນອື່ນໆເດ ເປັນຈັ່ງ
ໃດລະ ບໍ່ຍຸຕິທຳທີ່ສຸດ!”

ທ່ານທຣຳ ກ່ອນໜ້ານີ້ ໄດ້ວາງໂຕອອກຫ່າງ ຈາກທ່ານມານາຟອຣ໌ທ ໂດຍກ່າວໃນ
ເດືອນກຸມພາທີ່ຜ່ານມານີ້ວ່າ ທີ່ປຶກສາທາງດ້ານການເມືອງແລະຜູ້ວິ້ງເຕັ້ນອະວຸໂສ
ຂອງພັກຣີພັບບລີກັນທ່ານນີ້ “ໄດ້ເຮັດວຽກ ໃຫ້ຂ້າພະເຈົ້າເປັນເວລາສັ້ນໆເທົ່ານັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ
XS
SM
MD
LG