ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ພິພາກສາ ອອກຄຳສັ່ງຫ້າມ ຕໍ່ເຈົ້າໜ້າທີ່ ລັດຖະບາກາງ ທີ່ຖືກສົ່ງໄປ ນະຄອນ ປອດແລນ, ລັດ ອໍເຣກອນ


ຜູ້ປະທ້ວງແກວ່ງວັດຖຸຕິດໄຟຂ້າມຮົ້ວສານ ສະຫະລັດ ມາກ ໂອ ແຮັດຟີລດ໌ (Mark O. Hatfield), ນະຄອນ ປອດແລນ, ລັດ ອໍເຣກອນ. 22 ກໍລະກົດ, 2020.
ຜູ້ປະທ້ວງແກວ່ງວັດຖຸຕິດໄຟຂ້າມຮົ້ວສານ ສະຫະລັດ ມາກ ໂອ ແຮັດຟີລດ໌ (Mark O. Hatfield), ນະຄອນ ປອດແລນ, ລັດ ອໍເຣກອນ. 22 ກໍລະກົດ, 2020.

ຜູ້ພິພາກສາທ່ານນຶ່ງໄດ້ອອກຄຳສັ່ງຫ້າມຕໍ່ການສົ່ງເຈົ້າໜ້າທີ່ລັດຖະບານກາງໄປນະຄອນ ປອດແລນ, ລັດອໍເຣກອນ, ທີ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານໄດ້ສົ່ງໄປ ເພື່ອປົກປ້ອງຊັບສິນຂອງລັດຖະບານກາງ ຈາກ ການໂຈມຕີຂອງພວກຕໍ່ຕ້ານຕຳຫຼວດ ແລະ ພວກປະທ້ວງ ຕໍ່ຕ້ານການຈຳແນກ ເຊື້ອຊາດຜິວພັນ.

ໃນການສະໜອງຕອບຕໍ່ການຟ້ອງຮ້ອງ ທີ່ຍື່ນໂດຍສະຫະພັນເສລີພາບຂອງພົນລະເມືອງ ອາເມຣິກັນ ນັ້ນ, ຜູ້ພິພາກສາປະຈຳເຂດ ສະຫະລັດ ທ່ານ ໄມເກິລ ໄຊມອນ ໄດ້ຫ້າມພວກເຈົ້າໜ້າທີ່ ບໍ່ໃຫ້ແຍກຍ້າຍ, ຈັບກຸມ, ຂົ່ມຂູ່ທີ່ຈະຈັບ, ຫຼື ໃຊ້ກຳລັງ ຕໍ່ຜູ້ສັງເກດການທາງກົດໝາຍ ແລະ ນັກຂ່າວ.

ທ່ານ ຢານ ຄາສັນ, ຜູ້ອຳນວຍການຄົນປັດຈຸບັນຂອງສະຫະພັນເສລີພາບຂອງ ພົນລະເມືອງ ອາເມຣິກັນ ໄດ້ກ່າວວ່າ “ຄຳສັ່ງນີ້ ແມ່ນໄຊຊະນະຂອງລະບຽບກົດໝາຍ. ພວກເຈົ້າໜ້າທີ່ຈາກກະຊວງຮັກສາຄວາມປອດໄພພາຍໃນ ແລະ ຍຸຕິທຳຂອງທ່ານ ທຣຳ ແມ່ນກຳລັງຄຸກຄາມຊຸມຊົນຂອງພວກເຮົາ, ຂົ່ມຂູ່ຊີວິດ ແລະ ໄດ້ໂຈມຕີນັກຂ່າວ ແລະ ຜູ້ສັງເກດການທາງກົດໝາຍ ທີ່ເກັບກຳຂໍ້ມູນການປະທ້ວງຢ່າງບໍ່ລົດລະ. ນີ້ແມ່ນການກະທຳຂອງຜູ້ປົກຄອງທີ່ກົດຂີ່, ແລະ ມັນກໍບໍ່ມີບ່ອນໃດໃຫ້ພວກເຂົາຢູ່ໃນ ອາເມຣິກາ.”

ບໍ່ມີປະຕິກິລິຍາຕອບໂຕ້ຈາກລັດຖະບານທ່ານ ທຣຳ ໃນປັດຈຸບັນນີ້. ເຈົ້າຄອງນະຄອນປອດແລນ ທ່ານ ເທັດ ວີລເລີ ໄດ້ຖືກຍິງແກັສນໍ້າຕາໃສ່ໃນຕອນເຊົ້າ ຂອງວັນພະຫັດວານນີ້ ເວລາທີ່ພວກເຈົ້າ ໜ້າທີ່ລັດຖະບານກາງ ໄດ້ພະຍາຍາມ ທີ່ຈະທັບມ້າງການປະທ້ວງຢູ່ສານລັດຖະບານກາງ ສະຫະ ລັດ ໃນນະຄອນ ປອດແລນ. ທ່ານ ວີລເລີ ໄດ້ໄອ ແລະ ມຶນງົງ, ທ່ານບອກຄົນອື່ນໆວ່າທ່ານບໍ່ເຄີຍ ຖືກແກັສນໍ້າຕາຈັກເທື່ອ, ແຕ່ທ່ານກໍບໍ່ໄດ້ຮັບບາດເຈັບ.

ຜູ້ປະທ້ວງບາງຄົນ ຜູ້ທີ່ບໍ່ຢາກໃຫ້ເຈົ້າຄອງນະຄອນຢູ່ທີ່ນັ້ນ ໄດ້ຮ້ອງໃສ່ລາວວ່າ “ເຈົ້າຄວນລະອາຍໃຈໂຕເອງ,” ໂດຍເຊື່ອວ່າ ທ່ານສາມາດເຮັດວຽກໄດ້ດີກວ່ານີ້ ເພື່ອປົກປ້ອງນະຄອນດັ່ງກ່າວຈາກກອງກຳລັງລັດຖະບານກາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG