ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ພົບເຫັນວ່າ ທ່ານທຣຳ ໄດ້ກະ​ທຳ​ຜິດ​ໃນ​ການບໍ່​ເຄົາ​ລົບຄຳສັ່ງຫ້າມ ຂອງສານ


ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກັບຄືນເຂົ້າໄປໃນຫ້ອງສານ ຫຼັງຈາກໄປພັກຜ່ອນ ຢູ່ທີ່ສານອາຍາຂອງນະຄອນ ແມນແຮັດທັນ, ວັນທີ 30 ເມສາ 2024, ໃນລັດ ນິວຢອກ.
ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກັບຄືນເຂົ້າໄປໃນຫ້ອງສານ ຫຼັງຈາກໄປພັກຜ່ອນ ຢູ່ທີ່ສານອາຍາຂອງນະຄອນ ແມນແຮັດທັນ, ວັນທີ 30 ເມສາ 2024, ໃນລັດ ນິວຢອກ.

ຜູ້ພິພາກສາສານະຄອນນິວຢອກ ໃນວັນອັງຄານວານນີ້ໄດ້ພົບ​ວ່າອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ກະ​ທຳ​ຜິດ​ໃນ​ການບໍ່​ເຄົາ​ລົບຄຳສັ່ງຫ້າມ ຂອງສານ ແລະປັບໃໝທ່ານໃນຈຳນວນເງິນ 9,000 ໂດລາສຳລັບການລະ ເມີດຄຳສັ່ງທີ່ຫ້າມບໍ່ໃຫ້ທ່ານທຣຳ ວິພາກວິຈານຜູ້ທີ່ອາດຈະເປັນພະຍານທັງ ຫຼາຍໃນຄະດີອາຍາຂອງທ່ານນັ້ນ.

ຜູ້ພິພາກສາສານສູງສຸດຂອງນິວຢອກ ທ່ານຮວນ ເມີຊານ ໄດ້ປະຕິເສດຕໍ່ຂໍ້ ກ່າວອ້າງໂດຍປະທານາທິບໍດີຄົນທີ 45 ຂອງປະເທດ ທີ່ວ່າ ທ່ານພຽງແຕ່ ກ່າວຕອບໂຕ້ຕໍ່ການໂຈມຕີທາງການເມືອງຕໍ່ທ່ານເທົ່ານັ້ນ ເມື່ອທ່ານໄດ້ກ່າວ ໂຈມ​ຕີຜູ້​ທີ່​ອາດພະຍານສຳຄັນສອງຄົນໃນການ​ດຳ​ເນີນຄະດີດັ່ງກ່າວຄື: ທ່ານ ໄມໂກລ ໂຄເຮັນ, ຊຶ່ງເຄີຍເປັນທະນາຍຄວາມ ແລະຜູ້ແກ້ໄຂບັນຫາທາງການ ເມືອງຂອງທ່ານທຣຳ, ແລະດາລາໜັງໂປ້ ນາງ ສຕອມມີ ແດນນຽວສ໌.

ທ່ານເມີຊານ ໄດ້ອະ​ທິ​ບາຍການກ່າວອ້າງຂອງທ່ານທຣຳວ່າ “ຂັດ​ກັບເຫດ​ຜົນ ແລະ ໄຮ້​ສາ​ລະ” ທີ່ທ່ານໄດ້ນຳເອົາຄວາມເຫັນຂອງພວກສະໜັບສະໜູນ ທີ່​ຂຽນລົງໃນສື່ສັງຄົມ Truth Social ຂອງອະດີດປະທານາທິບໍດີທີ່ວ່າ ບໍ່ຖືເປັນ ການລະເມີດຕໍ່ຄຳສັ່ງຫ້າມທີ່ບໍ່ໃຫ້ມີຄວາມເຫັນໃດໆກ່ຽວກັບຄະດີເລີຍ.

ນອກຈາກການພົບເຫັນວ່າ​ທ່ານລະເມີດຕໍ່ຄຳສັ່ງຂອງສານ​ແລ້ວ, ທ່ານ ເມີ​ຊານ ​ກໍໄດ້​ສັ່ງ​ໃຫ້ທ່ານທຣຳ ລຶບ​ຂໍ້​ຄວາມ​ໂຈມ​ຕີ 9 ອັນ​ອອກ​ຈາກສື່ສັງຄົມ Truth Social, ເຊິ່ງທ່ານທຣຳ ກໍໄດ້ເຮັດຕາມຄຳສັ່ງບໍ່ດົນຫຼັງຈາກນັ້ນ.

ຄຳສັ່ງຫ້າມອອກ​ຄວາມ​ເຫັນດັ່ງກ່າວນັ້ນ ໄດ້ຫ້າມບໍ່ໃຫ້ທ່ານທຣຳ ທຳ​ການວິ ພາກວິຈານໃດໆຕໍ່ບັນດາພະຍານ, ຄະນະຕຸລາການ ແລະຄົນສຳຄັນອື່ນໆໃນ ການ​ດຳ​ເນີນຄະດີ, ຍົກເວັ້ນ ທ່ານເມີຊານ ເອງ ຫຼື ໄອຍະການ ຜູ້ທີ່ໄດ້ເລີ່ມຄະດີ ກໍຄື ທ່ານອາລວິນ ແຣບກ (Alvin Bragg).

ທ່ານທຣຳ ມັກ​ຈະ​ແນ​ເປົ້າ​ໃສ່​ສອງທ່ານດັ່ງກ່າວຢູ່ເລື້ອຍໆ.

ໃນຕອນສຸດທ້າຍຂອງການໃຫ້ປາກຄຳຂອງວັນອັງຄານວານນີ້ ທ່ານເມີຊານ ໄດ້ກ່າວວ່າ ທ່ານຈະຮັບຟັງຄຳໂຕ້ແຍ້ງຈາກບັນດາໄອຍະການທີ່ວ່າ ທ່ານທຣຳ ໄດ້ລະເມີດຄຳສັ່ງຫ້າມອອກ​ຄຳ​ເຫັນໃນອີກສີ່ຄັ້ງອື່ນໆ ໃນວັນພະຫັດນີ້.

A New York judge on Tuesday held former President Donald Trump in contempt of court and fined him $9,000 for violating the judge’s gag order prohibiting Trump from criticizing potential witnesses at his criminal trial.

New York Supreme Court Justice Juan Merchan rejected claims by the country’s 45th president that he was merely responding to political attacks against him when he assailed two key likely witnesses at the trial: Michael Cohen, his onetime lawyer and political fixer, and porn film star Stormy Daniels.

Merchan described as “counterintuitive and absurd” Trump’s claims that reposts of supporters’ comments on the former president’s Truth Social media platform did not amount to a violation of the gag order.

In addition to finding him in contempt, Merchan ordered Trump to remove nine offending Truth Social posts, which he did a short time later.

The gag order bars Trump from criticizing witnesses, jurors and other key figures in the trial, but not Merchan himself or the prosecutor who brought the case, Alvin Bragg. Trump has often taken aim at both.

At the end of Tuesday’s testimony, Merchan said he would hear arguments Thursday from prosecutors that Trump violated the gag order on four other occasions.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG