ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ພິ​ພາກ​ສາ ​ຂັດ​ຂວາງ ແຜນ​ການສ້າງກຳ​ແພງຊາຍ​ແດນ ​ສ່ວນ​ນຶ່ງ ຢູ່​ທາງ​ພາກ​ໃຕ້ ຂອງ ສ​ຫລ


ລົດ​ຂອງ​ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ພາ​ສີ ແລະ​ປ້ອງ​ກັນຊາຍ​ແດນ ຈອດ​ຢູ່​ໃກ້​ກັບກຳ​ແພງ ໃນ​ຂະ​ນະ​ທີ່ທ່ານ​ທ​ຣຳ ​ໄປ​ຢ້ຽມ​ຢາມ ພາກ​ສ່ວນ​ໃໝ່ຂອງກຳ​ແພງ​ຂັ້ນ​ຊາຍ​ແດນ ຕິ​ດ​ກັບ​ເມັກ​ຊິ​ໂກ ຢູ່​ເມືອງ Calexico, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 5 ເມ​ສາ, 2019
ລົດ​ຂອງ​ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ພາ​ສີ ແລະ​ປ້ອງ​ກັນຊາຍ​ແດນ ຈອດ​ຢູ່​ໃກ້​ກັບກຳ​ແພງ ໃນ​ຂະ​ນະ​ທີ່ທ່ານ​ທ​ຣຳ ​ໄປ​ຢ້ຽມ​ຢາມ ພາກ​ສ່ວນ​ໃໝ່ຂອງກຳ​ແພງ​ຂັ້ນ​ຊາຍ​ແດນ ຕິ​ດ​ກັບ​ເມັກ​ຊິ​ໂກ ຢູ່​ເມືອງ Calexico, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 5 ເມ​ສາ, 2019

​ຜູ້​ພິ​ພາກ​ສາ​ຂອງ​ລັດ​ຖະ​ບານ​ກາງ​ທ່ານ​ນຶ່ງ ໃນ​ວັນ​ສຸກວານນີ້ ໄດ້​ຂັດ​ຂວາງ​ບໍ່​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສ້າງ​ສ່ວນ​ນຶ່ງ​ຂອງ​ຮົ້ວ​ຊາຍ​ແດນທີ່​ທ່ານ​ຕ້ອງ​ການມາ​ເປັນ​ເວ​ລາ​ດົນ​ນານນັ້ນ ​ດ້ວຍ​ເງິນ​ທີ່​ທ່ານ​ໄດ້​ມາ ຈາກ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດຂອງ​ສະ​ຫະ​ລັດ ທ່ານ​ເຮ​ວູດ ກິ​ລ​ລຽມ ຈູ​ເນຍ ໃນ​ວັນ​ສຸກ
ວານນີ້ ໄດ້​ສັ່ງ​ໃຫ້​ຢຸດ​ການ​ກໍ່​ສ້າງ​ຂອງ​ລັດ​ຖະ​ບານທີ່​ໄດ້​ເງິນ​ມາ​ຈາກກອງ​ທຶນ​ທະ
ຫານເພື່ອ​ນຳ​ໄປ​ສ້າງ​ຮົ້ວ​ຊາຍ​ແດນ. ຄຳ​ສັ່ງ​ຂອງ​ທ່ານ ​ໃຫ້​ບູ​ລິ​ມະ​ສິດ​ສູງ​ແກ່​ສອງ
ໂຄງ​ການ ເພື່ອ​ສ້າງ​ຮົ້ວ​ໃໝ່​ທີ່​ຍາວ 82 ກິ​ໂລ​ແມັດ ຢູ່​ໃນສອງ​ເຂດຊາຍ​ແດນ ທີ
ຕິດ​ກັບ​ເມັກ​ຊິ​ໂກ.

​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ເຊັນ​ໜັງ​ສືຄັດ​ຄ້ານ​ຄືນ​ ຕໍ່​ລັດ​ຖະ​ສະ​ພາ ເພື່ອ​ປ້ອງ​ກັນການ​ປະ​ກາດ​ພາ​ວະ​ສຸກ​ເສີນຂອງ​ທ່ານ ທີ່​ຈະໃຫ້ທ່ານ​ໄດ້​ຮັບ​ເງິນໄປ​ສ້າງ​ກຳ​ແພງ​ໃນ​ເຂດ​ຊາຍ​ແດນ, 15 ມີ​ນາ, 2019
​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ເຊັນ​ໜັງ​ສືຄັດ​ຄ້ານ​ຄືນ​ ຕໍ່​ລັດ​ຖະ​ສະ​ພາ ເພື່ອ​ປ້ອງ​ກັນການ​ປະ​ກາດ​ພາ​ວະ​ສຸກ​ເສີນຂອງ​ທ່ານ ທີ່​ຈະໃຫ້ທ່ານ​ໄດ້​ຮັບ​ເງິນໄປ​ສ້າງ​ກຳ​ແພງ​ໃນ​ເຂດ​ຊາຍ​ແດນ, 15 ມີ​ນາ, 2019

ຜູ້​ພິ​ພາກ​ສາ​ກິ​ລ​ລຽມ​ໄດ້​ອອກ​ຄຳ​ຕັດ​ສິນຫຼັງ​ຈາກ​ໄດ້​ຮັບ​ຟັງ​ການ​ຖົກ​ຖຽງ​ໃນ​ອາ​ທິດ
ແລ້ວ​ກ່ຽວ​ກັບ​ສອງ​ຄະ​ດີ​ດັ່ງ​ກ່າວ. ຄາ​ລີ​ຟໍ​ເນຍ ແລະລັດ​ອື່ນໆ​ອີກ 19 ລັດ​ໄດ້​ຍື່ນ
​ນຶ່ງ​ໃນສຳ​ນວນ​ຟ້ອງ ​ສ່ວນສະ​ໂມ​ສອນ​ຊີ​ແອ​ຣາ​ ແລະ​ບັນ​ດາ​ປະ​ຊາ​ຄົມ​ທີ່​ຕັ້ງ​ຢູ່​ໃນ
ເຂດ​ຊາຍ​ແດນ ເປັນ​ຜູ້​ຍື່ນ​ອີກ​ສຳ​ນວນ​ຟ້ອງ​ນຶ່ງ. ການ​ຕັດ​ສິນ​ຂອງ​ທ່ານນີ້ ແມ່ນ
ນັບ​ວ່າ​ເປັນ​ເທື່ອ​ທຳ​ອິດ ໃນ​ການ​ຟ້ອງ​ຮ້ອງ​ຫຼາຍໆ​ຄະ​ດີ ​ຕໍ່​ການ​ຕັດ​ສິນ​ໃຈ​ທີ່​ເປັນ​ບັນໂຕ້​ແຍ້ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໂດຍ​ບໍ່​ຜ່ານຂັ້ນ​ຕອນ ​ການ​ຈັດ​ສັນ​ງົບ​ປະມານສຳ​ລັບ​ຮົ້ວ​ຊາຍ​ທີ່​ທ່ານ​ຕ້ອງ​ການ​ມາ​ດົນ​ນານ​ແລ້ວ.

ຜູ້​ພິ​ພາກ​ສາ​ກິ​ລ​ລຽມ ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມານັ້ນ ກ່າວ​ວ່າ ພວກ​ໂຈດ​ມີ​ທ່າ​ທາງວ່າ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ ໃນ​ການ​ຖົກ​ຖຽງ​ທີ່​ເວົ້າ​ວ່າປະ​ທານາ​ທິ​ບໍ​ດີ​ແມ່ນ​ຜິດ​ກ່ຽວ​ກັບ​ເລື້ອງນີ້ ຍ້ອນ​ບໍ່​ເອົາ​ຫົວ​ຊາ​ຕໍ່​ຄວາມປາ​ຖະ​ໜາ​ຂອງລັດ​ຖະ​ສະ​ພາ.

ທ່ານ​ໄດ້​ຂຽນ​ລົງ​ໃນ​ການ​ໃຫ້​ຄວາມ​ເຫັນ​ທີ່​ຍາວ 56 ໜ້າ ໂດຍ​ກ່າວ​ວ່າ “ລັດ​ຖະ​ສະ​ພາ​ແມ່ນ​ເປັນ​ຜູ້​ຄວບ​ຄຸມ​ຢ່າງ​ເດັດ​ຂາດ ​ຕໍ່​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​ກາງເຖິງ​ແມ່ນ​ວ່​າ​ໃນ​ບາງ​ຄັ້ງ​ການ​ຄວບ​ຄຸມ​ດັ່ງ​ກ່າວ​ອາດ​ຈະ​ສ້າງ​ຄວາມ​ບໍ່​ພໍ​ໃຈ​ໃຫ້​ແກ່ຄວາມ​ປະ​ສົງ​ຂອງ​ຝ່າຍ​ບໍ​ລິ​ຫານ ກ່ຽວ​ກັບ​ຂໍ້​ລິ​ເລີ້ມ​ຕ່າງໆ​ທີ່​ຕົນ​ເຫັນ​ວ່າ ​ມີ​ຄວາມສຳ​ຄັນນັ້ນ ບໍ່​ແມ່ນບັນ​ຫາ ​ໃນ​ລະ​ບົບ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ພວກ​ເຮົາ. ມັນ​ເປັນໂສມ​ໜ້າ​ຂອງ​ລະ​ບົບ​ດັ່ງ​ກ່າວ ແລະ​ກໍ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ອີກ​ດ້ວຍ.”

​ຜູ້​ພິ​ພາກ​ສາ​ຄົນ​ນຶ່ງ​ທີ່​ວໍ​ຊິງ​ຕັນ​ດີ​ຊີ ກໍ​ພວມ​ຮັບ​ຟັງ​ການ​ທ້າ​ທາຍ​ແບບ​ດຽວ​ກັນ​ນີ້ທີ່ຍື່ນ​ໂດຍ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຂອງ​ສະ​ຫະ​ລັດ ຊຶ່ງ​ໂຕ້​ຖຽງ​ວ່າ ການ​ໂອນ​ເງິນ​ດັ່ງ​ກ່າວ ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ. ຜູ້​ພິ​ພາກ​ສາ​ໄດ້​ຊັ່ງ​ຊາ​ເບິ່ງວ່າບັນ​ດາ​ສະ​ມາ​ຊິກ​ສະ​ພາ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ຟ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຫຼື​ບໍ່​ແທນທີ່​ຈະ​ເຮັດ​ວຽກ​ໄປ​ຕາມ​ເສັ້ນ​ທາງ​ດ້ານ​ການ​ເມືອງ ​ເພື່ອ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ທີ່ຂົມ​ຂື່ນ​ດັ່ງ​ກ່າວ.

ເດີມ​ພັນ​ໃນ​ການຖົກ​ຖຽງໂຕ້​ແຍ້ງນີ້ ແມ່ນ​ເງິນ​ຈຳ​ນວນ​ຫຼາຍໆ​ຕື້​ໂດ​ລາ ທີ່​ຈະ​ອ​ຳ
ນວຍ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ສ້າ​ງ​ຄວາມ​ຄືບ​ໜ້າ​ໃຫ້​ແກ່​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ສຳ​ຄັນ​ສຸດ​ຂອງ​ທ່ານ ​ໃນ​ຂະ​ນະ​ທີ່​ການ​ໂຄ​ສະ​ນາ​ຫາ​ສຽງ​ເພື່ອ ເຂົ້າ​ກຳ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງພວມ​ເລີ້ມ​ຂຶ້ນນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG