ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ຜູ້ພິພາກສາ ສຫລ ຂະຫຍາຍຊື່ ສະມາຊິກ ໃນ ຄອບຄົວ ທີ່ໄດ້ຮັບ ການອະນຸມັດ


ຫົວໜ້າພະແນກຍຸຕິທຳ ລັດຮາວາຍ ທ່ານ Douglas Chin ກ່າວກ່ຽວກັບ ການຫ້າມເດີນທາງ ຂອງປະທານາທິບໍດີທຣຳ ທີ່ນະຄອນໂຮໂນລູລູ ລັດຮາວາຍ.

ຜູ້​ພິພາກສາ​ຂອງ​ສະຫະລັດ​ທ່ານ​ນຶ່ງຂໍ​ຮ້ອງ​ໃຫ້​ໃຊ້ “ຫຼັກການ​ແບບ​ພື້ນໆ” ​ໃນຂະນະ​
ທີ່​ທ່ານ​ຂະ​ຫຍາ​ຍ ບັນຊີ​ລາຍ​ຊື່ຂອງ​ສະມາຊິກ​ໃນ​ຄອບຄົວທີ່​ໄດ້​ຮັບ​ອະນຸຍາດ ​ຈາກ
6 ປະ​ເທດຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມທີ່​ຈະ​ໄດ້​ຮັບ​ວີ​ຊາ ​ເພື່ອ​ຫຼີກລ່ຽງຄຳສັ່ງ​ຫ້າມ
ເດີນທາງ​ຂອງ​ປະ​ທາ​ນາ​ທິບໍດີ​ທຣຳ.

ການ​ຫ້າມ​ຂອງ​ທ່ານ​ທຣຳ ບໍ່​ອະນຸຍາດ​ໃຫ້​ພໍ່​ເຖົ້າ​ແມ່​ເຖົ້າ ​ແລະ​ຍາດ​ພີ່​ນອງ​ອື່ນໆ​ໃນ
ຄອບຄົວ​ທີ່​ຫ່າງ​ອອກ​ໄປເດີນທາງ​ເຂົ້າມາ​ຫາ​ສະມາຊິກ​ໃນ​ຄອບຄົວ​ຢູ່​ໃນ​ສະຫະລັດ.

ສະຫະລັດ​ກ່າວ​ວ່າ ການ​ຈຳກັດ​ທີ່​ໄດ້​ກຳນົດ​ໄວ້​ໃນ​ການ​ເດີນທາງ​ມາ​ຈາກ​ອີຣ່ານ, ລີ​
ເບຍ, ​ໂຊ​ມາ​ເລຍ, ຊູ​ດານ, ຊີ​ເຣຍ ​ແລະ ​ເຢ​ເມນ​ນັ້ນ ​ແມ່ນ​ສົມ​ເຫດ​ສົມ​ຜົນ ອີງຕາມ
​ຫລັກການ​ທີ່​ໄດ້​ຕັ້ງ​ໄວ້​ມາ​ແຕ່​ດົນ​ນານຂອງ​ກົດໝາຍ​ຄົນ​ເຂົ້າ​ເມືອງ​ສະຫະລັດ

ຜູ້​ພິພາກສາ​ປະຈຳ​ເຂດ​ຂອງ​ສະຫະລັດ ທ່ານ Derrick Watson ທີ່​ນະຄອນ​ໂຮ​ໂນ
​ລູລູ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ສັ່ງ​ໃຫ້​ລັດຖະບານ​ ບໍ່​ໃຫ້​ບັງຄັບ​ໃຊ້​ຄຳ​ສັ່ງ​ຫ້າມ​ທີ່​ມີ​ຕໍ່ພໍ່​
ເຖົ້າ​ແມ່​ເຖົ້າ​ ພວກ​ຫຼານໆ ​ອ້າຍ​ເຂີຍ ​ເອື້ອຍສະ​ໄພ້ ປ້າ ລຸງ ຫລານສາວ ຫລານຊາຍ
​ແລະ​ພີ່ນ້ອງ​ຂອງ​ຜູ້​ຄົນ​ທີ່ຢູ່​ໃນ​ສະຫະລັດ.

ທ່ານ Watson ກ່າວ​ໃນ​ການ​ຕັດສິນ​ຂອງ​ທ່ານ​ວ່າ “​ໃຊ້​ຫຼັກການ​ແບບ​ພື້ນໆ​ເພື່ອສັ່ງ
​ການ​ວ່າ ສະມາຊິກ​ໃນ​ຄອບຄົວ ​ທີ່​ໃກ້ຊິດ ​ໄດ້​ຮັບ​ການ​ອະທິບາຍ​ວ່າ​ແມ່ນ​ຮວມທັງ​ພໍ່​
ເຖົ້າ​ແມ່​ເຖົ້າ.” ທ່ານ Watson ກ່າວ​ຕື່ມ​ວ່າ “ພໍ່​ເຖົ້າ​ແມ່​ເຖົ້າ ​ແມ່ນ​ບຸກຄົນ ​ທີ່ເປັນ​ຕົວ
ຢ່າງ​ທີ່​ດີ​ທີ່​ສຸດ ຂອງ​ຄຳ​ວ່າ​ສະມາຊິກ ​ທີ່​ໃກ້ຊິດ​ທີ່​ສຸດ ໃນ​ຄອບຄົວ.

ສານ​ສູງ​ສຸດ​ຂອງ​ສະຫະລັດ ​ໄດ້​ຕັດສິນ​ໃຈ​ທ້າຍ​ເດືອນ​ມິຖຸນາ​ຜ່ານ​ມານີ້ວ່າ ລະບຽບ
​ຫ້າມ​ເດີນທາງອາດ​ສາມາດ​ຈັດຕັ້ງປະຕິບັດ​ໄດ້​ເປັນ​ບາງ​ສ່ວນ ກ່ອນ​ການຮັບ​ຟັງ​ຄຳ​
ໃຫ້ການໂດຍ​ເຕັມ​ຂອງ​ສານ​ສູງ​ສຸດ ກ່ຽວ​ກັບ​ດຳລັດ​ດັ່ງກ່າວ​ໃນ​ທ້າຍປີນີ້.

ສານ​ສູງ​ສຸດ ​ຍັງ​ໄດ້​ຕັດສິນ​ໃຈ​ເດືອນ​ແລ້ວນີ້ວ່າ ສະຫະລັດຄວນ​ຈະລະ​ງັບໃນ​ການ
ຂັດຂວາງບໍ່​ໃຫ້​ຜູ້​ຄົນ​ເດີນທາງ​ເຂົ້າມາ​ໃນ​ສະຫະລັດຜູ້​ທີ່​ມີ​ຄວາມ​ສຳພັນ​ຢ່າງ​ແທ້ຈິງ
ກັບ​ບຸກຄົນ​ຫຼືອົງການ​ທີ່ຢູ່​ໃນ​ສະຫະລັດ​ແລ້ວນັ້ນ.

ລັດ​ຮາ​ວາຍ​ໄດ້​ໂຕ້​ແຍ້ງວ່າ ການ​ຕີ​ຄວາມ​ໝາຍ​ຂອງ​ລັດຖະບານ​ກ່ຽວ​ກັບ​ຄຳ​ສັ່ງ​ຂອງ​
ສານ​ສູງ​ສຸດ​ນັ້ນ ​ແມ່ນ​ແຄບ​ເກີນ​ໄປ​ໃນ​ຂະນະ​ທີ່​ລັດຖະບານ​ເວົ້າວ່າ​ແມ່ນມີ​ຄວາມ​ໃກ້
ຊິດ​ທີ່​ສຸດ​ກັບ​ການ​ຈຳກັດ ​ໃນ​ກົດໝາຍ​ຄົນ​ເຂົ້າ​ເມືອງ​ ທີ່​ໄດ້​ກຳນົດ​ໄວ້ໂດຍ​ລັດຖະສະ
ພາ.

ພະ​ແນ​ກຍຸຕິ​ທຳ​ ຂອງ​ລັດ​ຮາ​ວາຍ ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ ​ກ່ຽວ​ກັບ​ຄຳ​ຕັດສິນ
​ຂອງ​ຜູ້​ພິພາກສາ Watson ​ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG