ວ່າທີປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຍັງຄົງຈະຖືກຕັດສີນໂທດໃນຄະດີເງິນປິດປາກຂອງທ່ານ ໃນອາທິດນີ້ ຫຼັງຈາກທີ່ເມື່ອວັນຈັນທີ່ຜ່ານມາ ຜູ້ພິພາກສາໄດ້ປະຕິເສດຄຳຮ້ອງຂອງທ່ານທີ່ຂໍໃຫ້ຢຸດດຳເນີນການ ໃນຂະນະທີ່ ທ່ານທຣໍາ ຍື່ນຄຳຮອງຂໍອຸທອນ ໃນຄໍາຕັດສີນທີ່ຢືນຢັນຕາມຄຳຕັດສີນທີ່ເປັນປະຫວັດສາດດັ່ງກ່າວ ອີງຕາມລາຍງານຂອງອົງການຂ່າວເອພີ.
ຜູ້ພິພາກສາ ຂອງເມືອງ ແມນຮັຕຕັນ ທ່ານ ຮວນ ເອັມ ເມີຊານ ໄດ້ສັ່ງໃຫ້ມີການດຳເນີນ ຄະດີຕາມກຳນົດໃນວັນສຸກນີ້, ຊຶ່ງເປັນເວລາພຽງນຶ່ງອາທິດກ່ອນທີ່ ທ່ານ ດໍໂນລ ທຣໍາ ຈະສານບານໂຕເຂົ້າຮັບຕໍາແໜ່ງ ຜູ້ພິພາກສາໄດ້ປະຕິເສດການຊຸກຍູ້ຂອງທະນາຍຄວາມຂອງ ທ່ານ ທຣໍາ ທີ່ຈະເລື່ອນເວລາອອກໄປຢ່າງບໍ່ມີກຳນົດ ໃນຂະນະທີ່ພວກເຂົາຂໍໃຫ້ສານອຸທອນຂອງລັດ ຕ່າວປີ້ນຄຳຕັດສີນຂອງລາວ ທີ່ປ່ອຍໃຫ້ເປັນໄປຕາມຜົນຂອງຄຳຕັດສີນຄະດີນັ້ນ.
ທ່ານ ດໍໂນລ ທຣໍາ ກໍາລັງຈະກາຍເປັນ ປະທານາທິບໍດີຄົນທຳອິດທີ່ເຂົ້າຮັບຕໍາແໜ່ງໂດຍຖືກສານຕັດສີນລົງໂທດໃນຂໍ້ກ່າວຫາທາງອາຍາ ຊຶ່ງຍັງຄົງສາມາດຂໍໃຫ້ສານອຸທອນເລື່ອນເວລາໃນການຕັດສີນລົງໂທດ.
ທະນາຄວາມຂອງ ທ່ານ ດໍໂນລ ທຣໍາ ໄດ້ບອກກັບ ທ່ານ ເມີຊານ ວ່າ ຫາກການພິພາກສາ ຫຼືການຕັດສີນລົງໂທດເກີດຂຶ້ນ ລາວຈະປາກົດຢູ່ໃນວີດີໂອແທນທີ່ຈະເປັນຕົວຂອງລາວເອງ ຜູ້ພິພາກສາໄດ້ໃຫ້ທາງເລືອກແກ່ທ່ານ ໂດຍຍອມຕາມຄວາມຕ້ອງການຂອງຂະບວນການໂອນອຳນາດຂອງປະທານາທິບໍດີ.
ເມື່ອວັນສຸກທີ່ຜ່ານມາ ທ່ານ ເມີຊານ ໄດ້ປະຕິເສດຄໍາຮ້ອງຂອງ ທ່ານ ດໍໂນລ ທຣໍາ ທີ່ຈະຍົກຟ້ອງ ແລະ ຍົກຟ້ອງຄະດີເນື່ອງຈາກ ທ່ານກຳລັງຈະກັບມາດຳລົງຕຳແໜ່ງໃນທຳນຽບຂາວ ແຕ່ໄດ້ສະແດງ ສັນຍານວ່າ ທ່ານບໍ່ມີແນວໂນ້ມທີ່ຈະຕັດສີນລົງໂທດຜູ້ຖືກກ່າວຫາຈາກ ພັກຣີພັບບລີກັນ ທີ່ໄດ້ຖືກພົບເຫັນວ່າມີຄວາມຜິດທາງອາຍາ ໃນຖານປອມແປງເອກະສານທາງທຸລະກິດ 34 ກະໂທງ.
ຫຼັງຈາກ ທ່ານ ເມີຊານ ໄດ້ຕັດສີນໄປແລ້ວ ທ່ານ ດໍໂນລ ທຣໍາ ກໍໄດ້ຂຽນຂໍ້ຄວາມລົງສື່ສັງຄົມອ໋ອນລາຍ ທຣູ (Truth) ວ່າ ຫາກປ່ອຍໃຫ້ຄະດີນີ້ດຳເນີນຕໍ່ໄປ “ກໍ່ຄົງເປັນການສີ້ນສຸດຂອງຕໍາແໜ່ງປະທານາທິບໍດີຕາມທີ່ເຮົາຮູ້ຈັກ.”
ທະນາຍຄວາມຂອງ ທ່ານ ດໍໂນລ ທຣໍາ ຊຶ່ງທ້າທາຍຕໍ່ການປະຕິເສດຂອງທ່ານ ເມີຊານ ກ່ອນໜ້ານີ້ ທີ່ຈະຍົກຟ້ອງຄະດີດ້ວຍເຫດຜົນທີ່ວ່າ ໄດ້ຮັບຄວາມຄຸ້ມຄອງຈາກຕຳແໜ່ງປະທະນາທິບໍດີນັ້ນ ກໍໄດ້ຍື່ນເອກະສານອຸທອນຕໍ່ສານຊັ້ນຕົ້ນຂອງລັດ ເມື່ອວັນຈັນທີ່ຜ່ານມາໂດຍຍັງບໍ່ມີການກຳນົດວັນເວລາ ຂອງການໂຕ້ແຍ້ງຕໍ່ການຍື່ນຄໍາຮ້ອງດັ່ງກ່າວເທື່ອ.
ທ່ານ ສຕີເຟນ ເສີງ ໂຄສົກຂອງ ທ່ານ ດໍໂນລ ທຣໍາ ກ່າວວ່າ “ ມື້ນີ້ທີມກົດໝາຍຂອງປະທານາທິບໍດີ ທ່ານ ທຣໍາ ໄດ້ເຄື່ອນໄຫວເພື່ອຢຸດການຕັດສີນທີ່ຜິດກົດໝາຍໃນຄະດີລ້າແມ່ມົດຂອງໄອຍະການເມືອງແມນຮັຕຕັນ” ການຕັດສີນຄັ້ງປະຫວັດສາດຂອງສານສູງສຸດກ່ຽວກັບສິດທິການຄຸ້ມຄອງ ລັດຖະທຳມະນູນຂອງລັດ ນີວຢອກ ແລະ ບັນຖັດຖານທາງກົດໝາຍອື່ນ ໆ ທີ່ກຳນົດຂຶ້ນບັງຄັບໃຫ້ຕ້ອງຍົກຟ້ອງການຫຼອກລວງທີ່ບໍ່ມີມູນຄວາມຈິງນີ້ທັນທີ”
ທະນາຍຄວາມຂອງ ທ່ານ ທຣໍາ ບໍ່ໄດ້ຂໍໃຫ້ສານອຸທອນຢຸດການພິພາກສາຫຼືຕັດສີນລົງໂທດຂອງທ່ານ ທຣໍາທັນທີ
ໃນການຍື່ນຟ້ອງແຍກຕ່າງຫາກຕໍ່ ທ່ານ ເມີຊານ ພວກເຂົາໄດ້ໂຕ້ແຍ້ງວ່າການອຸທອນຄວນຢຸດຄະດີໂດຍອັດຕະໂນມັດ ຫາກບໍ່ເປັນເຊັ່ນນັ້ນພວກເຂົາກ່າວວ່າ ທ່ານ ເມີຊານ ຄວນເຂົ້າມາດຳເນີນການເອັງຊຶ່ງເປັນແນວຄິດທີ່ເຂົາປະຕິເສດ
ໄອຍະການເມືອງແມນຮັຕຕັນ ຮຽກຮ້ອງໃຫ້ ທ່ານ ເມີຊານ ດຳນີນການພິພາກສາຕາມກຳນົດ “ ໂດຍຄໍານຶງເຖິງຄວາມສົນໃຈຂອງປະຊາຊົນທີ່ມີຕໍ່ການດຳເນີນການຟ້ອງຮ້ອງໂດຍໄວແລະການດຳເນີນຄະດີອາຍາທີ່ເດັດຂາດ”
ໄອຍະການໄດ້ຕໍາໜິຕິຕຽນ ທ່ານ ທຣໍາ ທີ່ໄດ້ຊຸກຍູ້ການພິພາກສາໂທດຂອງທ່ານຈົນເກືອບ ເຖິງວາລະທີ່ສອງດ້ວຍການພະຍາຍາມເລື່ອນການພິພາກສາໂທດຂອງເຂົາຊໍ້າແລ້ວຊໍ້າອີກຊຶ່ງຕາມເດີມກຳນົດໄວ້ໃນເດືອນກໍລະກົດ
“ຕອນນີ້ທ່ານບໍ່ຄວນຕ້ອງຖືກຮ້ອງຮຽນເຖິງຄວາມເສຍຫາຍຈາກຄວາມລ້າຊ້າທີ່ທ່ານກໍ່ຂຶ້ນ” ພວກເຂົາຂຽນໄວ້ໃນເອກະສານທີ່ຍື່ນຕໍ່ສານໃນຕອນບ່າຍວັນຈັນຜ່ານມາບໍ່ພໍເທົ່າໃດຊົ່ວໂມງກ່ອນທີ່ ທ່ານ ເມີຊານ ຈະຕັດສີນ
ການລ້າຊ້າໃນການພິພາກສາໂທດອາດເຮັດໃຫ້ໝົດເວລາໃນການປິດຄະດີກ່ອນທີ່ ທ່ານ ດໍໂນລ ທຣໍາ ຈະເຂົ້າຮັບຕໍາແໜ່ງເປັນສະໄໝທີສອງໃນວັນທີ 20 ມັງກອນ ທີ່ຈະມາເຖີງນີ້
ສຳນັກງານທີ່ປຶກສາດ້ານກົດໝາຍຂອງກະຊວງຍຸຕິທຳຊຶ່ງໃຫ້ຄຳແນະນໍາແລະຄໍາປຶກສາດ້ານກົດໝາຍແກ່ໜ່ວຍງານຂອງລັດຖະບານກາງໄດ້ຢັ້ງຢືນວ່າປະທານາທິບໍດີທີ່ຢູ່ໃນຕໍາແໜ່ງຈະບໍ່ຖືກດຳເນີນຄະດີອາຍາ ຫາກການພິພາກສາໂທດບໍ່ເກີດຂຶ້ນກ່ອນທີ່ ທ່ານ ທຣໍາ ຈະເຂົ້າຮັບຕໍາແໜ່ງ ການລໍຖ້າຈົນກ່ວາທ່ານຈະອອກຈາກຕໍາແໜ່ງໃນປີ 2029 “ ອາດເປັນທາງເລືອກດຽວທີ່ເປັນໄປໄດ້” ທ່ານ ເມີຊານ ກ່າວໃນການຕັດສີນຂອງທ່ານ
ທະນາຍຄວາມຂອງ ທ່ານ ດໍໂນລ ທຣໍາ ໂຕ້ແຍ້ງວ່າຫາກການພິພາກສາໂທດດຳເນີນໄປຕາມກໍານົດໃນວັນສຸກ ທະນາຍຈະອຸທອນຄຳຕັດສີນໃນຂະນະທີ່ດຳລົງຕໍາແໜ່ງແລະຈະ “ ຖືກບັງຄັບໃຫ້ຕ້ອງດຳເນີນຄະດີອາຍາເປັນເວລາຫຼາຍປີທີ່ຈະມາເຖີງ” ພວກເຂົາໄດ້ຍົກເອົາ ສະຖານະການທີ່ບໍ່ໜ້າຈະເປັນໄປໄດ້ຊຶ່ງຫາກ ທ່ານ ທຣໍາ ຊະນະ ການອຸທອນເຂົາອາດຈະຖືກພິຈາລະນາຄະດີອາຍາອີກຄັ້ງໃນຂະນະທີ່ດຳລົງຕໍາແໜ່ງ.
ໃນການຍຶດໝັ້ນຄໍາຕັດສີນ ແລະປະຕິເສດຄຳຮ້ອງຂໍໃຫ້ປົດອອກຈາກຕໍາແໜ່ງຂອງ ທ່ານ ທຣໍາ ທ່ານ ເມີຊານ ຂຽນວ່າ ຜົນປະໂຫຍດຂອງຄວາມຍຸຕິທຳຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອ “ ເຮັດໃຫ້ເລື້ອງນີ້ເປັນທີ່ສີ້ນສຸດ” ຜ່ານການພິພາກສາຫຼືຕັດສີນໂທດເທົ່ານັ້ນ ທ່ານກ່າວວ່າ ການພິພາກສາໂທດຂອງ ທ່ານ ທຣໍາ ໂດຍໃຊ້ສີ່ງທີ່ເອີ້ນວ່າການປົດອອກຈາກຕໍາແໜ່ງໂດຍບໍ່ມີເງື່ອນໄຂຊຶ່ງກໍ່ຄືການປິດຄະດີໂດຍບໍ່ຕ້ອງຖືກຂັງຄຸກ ປັບໄໝເປັນເງິນນັ້ນ “ ເບິ່ງຄືວ່າຈະເປັນທາງອອກທີ່ເປັນໄປໄດ້ຫຼາຍທີ່ສຸດ”
ອ່ານຂ່າວເປັນພາສາອັງກິດດ້ານລຸ່ມ
Judge denies Trump bid to halt hush money sentencing while case is appealed
For web: NEW YORK (AP) — President-elect Donald Trump remains on track to be sentenced this week in his hush money case after a judge on Monday denied his request to halt proceedings while Trump appeals a ruling that upheld the historic verdict.
Manhattan Judge Juan M. Merchan ordered sentencing to proceed as scheduled on Friday, a little more than a week before Trump's inauguration. The judge rejected a push by Trump's lawyers to postpone it indefinitely while they ask a state appeals court to reverse his decision that let the conviction stand.
Trump, on course to be the first president to take office convicted of crimes, can still ask the appeals court to delay sentencing.
Trump's lawyers have told Merchan that if his sentencing happens, he will appear by video rather than in person. The judge had given him the option, acceding to the demands of the presidential transition process.
Dismissal request denied
Last Friday, Merchan denied Trump's bid to throw out his conviction and dismiss the case because of his impending return to the White House but signaled he is not likely to sentence the Republican to any punishment for his conviction on 34 felony counts of falsifying business records.
After Merchan ruled, Trump wrote on his Truth Social platform that it "would be the end of the Presidency as we know it" if it was allowed to stand.
Trump's lawyers, who are also challenging Merchan's prior refusal to toss the case on presidential immunity grounds, filed appeal paperwork Monday in the appellate division of the state's trial court. No arguments have been scheduled.
"Today, President Trump's legal team moved to stop the unlawful sentencing in the Manhattan D.A.'s Witch Hunt," Trump spokesperson Steven Cheung said. "The Supreme Court's historic decision on Immunity, the state constitution of New York, and other established legal precedent mandate that this meritless hoax be immediately dismissed."
Trump's lawyers did not immediately ask the appeals court to halt Trump's sentencing.
In a separate filing with Merchan, they argued that the appeal should automatically pause the case. If it didn't, they said he should step in and do it himself — an idea he rejected.
Manhattan prosecutors had urged Merchan to proceed with sentencing as scheduled, "given the strong public interest in prompt prosecution and the finality of criminal proceedings."
Clock ticking on sentencing
Prosecutors blamed Trump for pushing his sentencing to the brink of his second term by repeatedly seeking to postpone his sentencing, originally scheduled for July.
"He should not now be heard to complain of harm from delays he caused," they wrote in a court filing Monday afternoon, hours before Merchan ruled.
Any delay in sentencing could run out the clock on closing the case before Trump's second term begins January 20.
ຟໍຣັມສະແດງຄວາມຄິດເຫັນ