ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ພິພາກສາປະຕິເສດ ການປະກັນໂຕ ຜູ້ຕ້ອງສົງໄສ ລັກພາໂຕນັກການສຶກສາຈີນ


ຮູບພາບບໍລິຈາກໂດຍຫ້ອງການ ຕຳຫລວດທີ່ເມືອງ Decatur ລັດ Illinois ສະແດງໃຫ້ເຫັນທ້າວ Brendt Christensen ຜູ້ຕ້ອງສົງໄສວ່າລັກພາໂຕນັກການສຶກສາຈີນ ນາງ Yingying Zhang ໄປ.
ຮູບພາບບໍລິຈາກໂດຍຫ້ອງການ ຕຳຫລວດທີ່ເມືອງ Decatur ລັດ Illinois ສະແດງໃຫ້ເຫັນທ້າວ Brendt Christensen ຜູ້ຕ້ອງສົງໄສວ່າລັກພາໂຕນັກການສຶກສາຈີນ ນາງ Yingying Zhang ໄປ.

ຜູ້ພິພາກສາ​ລັດຖະບານ​ກາງ ຢູ່​ພາກ​ໃຕ້​ຂອງ​ນະຄອນ Chicago ​ໄດ້​ປະ​ຕິ​ເສດ​ການ
”ປະກັນ​ໂຕ​ຂອງ​ຜູ້​ຊາຍ​ລັດ Illinois ທີ່​ຕ້ອງ​ສົງ​ໄສ ​ວ່າໄດ້​ລັກພາ​ໂຕນັກການ​ສຶກສາ​ຈີນ
ນາງ Yingying Zhang ໄປ.

ບັນດາເຈົ້າໜ້າທີ່​ສັນຕິ​ບານ​ກາງ FBI ​ໄດ້​ຈັບ​ໂຕ​ທ້າວ Brendt Christensen ອາທິດ
ແລ້ວນີ້ ຫລັງຈາກລາວໄດ້ຖືກຕິດຕາມມາ. ເຂົາເຈົ້າໄດ້ຍິນລາວເວົ້າວ່າ ລາວໄດ້ລັກພາໂຕນັກສຶກສາມະຫາວິທະຍາໄລ Illinois.

ຫລາຍຮ້ອຍຄົນພາກັນຢືນຢູ່ກົງກັນຂ້າມກັບສານ ແລະຢູ່ໃນຕຶກສານໃນວັນຈັນວານ
ນີ້ ຮຽກຮ້ອງເອົາຄວາມຍຸຕິທຳ.

ທ້າວ Christensen ບໍ່ເວົ້າຫຍັງໝົດຢູ່ໃນການຮັບຟັງຄຳໃຫ້ການສັ້ນໆ ນອກຈາກ
ຕອບວ່າ ເຂົ້າໃຈ ເວລາຜູ້ພິພາກສາຖາມລາວວ່າ ລາວເຂົ້າໃຈສິດທິຂອງລາວບໍ່.

ທະນາຍຄວາມຂອງລາວໄດ້ເຕືອນບັນດານັກຂ່າວວ່າ ລູກຄວາມຂອງລາວບໍ່ມີ ຄວາມຜິດຈົນກວ່າວ່າຈະພິສູດເຫັນວ່າມີຄວາມຜິດ ແລະກ່າວວ່າ “ມີຫລາຍຢ່າງ ທີ່ສາທາລະນະຊົນບໍ່ຮູ້.”

ພວກເຈົ້າໜ້າທີ່ລັດຖະບານກາງກ່າວວ່າ ເຂົາເຈົ້າແນ່ໃຈວ່າ ນາງ Zhang ເສຍຊີ
ວິດແລ້ວ ແຕ່ຍັງຊອກຫາຊາກສົບບໍ່ເຫັນ.

ນາງ Zhang ໄດ້ມາມະຫາວິທະຍາໄລ Illinois ໃນ Urban-Champaign ໃນ
ນາມນັກການສຶກສາກ່ຽວກັບວິທະສາດສິ່ງແວດລ້ອມ ແລະພະລິດຕະພັນຜົນ
ລະປູກ.

ບັນດາຜູ້ສືບສວນກ່າວວ່າ ນາງໄດ້ຫາຍສາບສູນໄປໃນວັນທີ 9 ມິຖຸນາ ເວລານາງ
ໄດ້ຟ້າວຟ່ັງໄປໃຫ້ທັນນັດພົບເພື່ອເຊັນສັນຍາເຊົ່າເຮືອນ.
ຮູບພາບວີດີໂອສັງເກດການສະແດງໃຫ້ເຫັນວ່າ ນາງໄປບໍ່ທັນລົດບັສ ເວລາມີລົດ
ຄັນນຶ່ງແລ່ນເຂົ້າມາ ແລ້ວນາງກໍໄດ້ເຂົ້າໄປໃນລົດຄັນນັ້ນ. ບໍ່ມີໃຜໄດ້ເຫັນນາງອີກ
”ແຕ່ນັ້ນມາ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

US Chinese Student
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG