ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຜູ້​ພິ​ພາກ​ສາ ພິ​ຈາ​ລະ​ນາ​ຈະ​ເປີດ​ເຜີຍ​ຄຳ​ໃຫ້​ການ ທີ່​ລຶບ​ບາງ​ສ່ວນ​ອອກ ​ທີ່​ໃຊ້​ໃນ​ການ​ຄົ້ນ​ບ້ານ​ພັກ​ທ່ານ​ທ​ຣຳ


​ໃບ​ຮັບ​ກ່ຽວ​ກັບ​ສິ່ງ​ຂອງ​ທີ່​ຖືກ​ຢຶດ​ເອົາ​ໄປ ໃນ​ລະ​ຫວ່າງ​ການ​ຄົ້ນ​ບ້ານ​ພັກ ມາ-ອາ-ລາ​ໂກ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂດຍ​ສັນ​ຕິ​ບານ​ກາງ ​ທີ່​ເມືອງ​ພາມ​ບິ​ສ ລັດ​ຟ​ລໍ​ຣິ​ດາ ທີ່​ໄດ້​ມີ​ການ​ຖ່າຍ​ຮູບໄວ້ ​ເມື່ອ​ວັນ​ສຸກ​ທີ 12 ສິງ​ຫາ 2022.
​ໃບ​ຮັບ​ກ່ຽວ​ກັບ​ສິ່ງ​ຂອງ​ທີ່​ຖືກ​ຢຶດ​ເອົາ​ໄປ ໃນ​ລະ​ຫວ່າງ​ການ​ຄົ້ນ​ບ້ານ​ພັກ ມາ-ອາ-ລາ​ໂກ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂດຍ​ສັນ​ຕິ​ບານ​ກາງ ​ທີ່​ເມືອງ​ພາມ​ບິ​ສ ລັດ​ຟ​ລໍ​ຣິ​ດາ ທີ່​ໄດ້​ມີ​ການ​ຖ່າຍ​ຮູບໄວ້ ​ເມື່ອ​ວັນ​ສຸກ​ທີ 12 ສິງ​ຫາ 2022.

ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ຄົນ​ນຶ່ງ​ໃນ​ລັດ​ຟ​ລໍ​ຣິ​ດາ ໄດ້​ສັ່ງ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ສະ​ເໜີ​ຄຳ​ໃຫ້​ການ ​ທີ່​ມີ​ການ​ລຶບ​ບາງ​ສ່ວນ​ອອກ ຊຶ່ງ​ໃຫ້​ເຫດ​ຜົນ​ກ່ຽວ​ກັບ​ການ​ອອກ​ໝາຍ​ຄົ້ນ ທີ່ໃຊ້​ໃນ​ອາ​ທິດ​ແລ້ວນີ້ ​ເພື່ອກວດ​ຄົ້ນ​ບ້ານ​ພັກຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ລັດ​ຟ​ລໍ​ຣິ​ດາ.

ຜູ້​ພິ​ພາກ​ສາ​ສານ​ລັດ​ຖະ​ບານ​ກາງ ບ​ຣຸ​ສ ຣາຍ​ຮາດ (Bruce Reinhart) ​ໃນ​ເຂດພາມ​ບີ​ສ ກ່າວ​ວ່າ ທ່ານ​ຈະ​ພິ​ຈາ​ລະ​ນາ ພາຍ​ໃນ​ວັນ​ພະ​ຫັດ​ໜ້າ ວ່າ​ຈະ​ເປີດ​ເຜີຍ ​ສະ​ບັບ​ທີ່​ໄດ້​ມີ​ການ​ລຶບເນື້ອ​ໄນ​ບາງ​ສ່ວນອອກ​ ​ແລ້ວນັ້ນ​ຫຼື​ບໍ່. ທ່ານ​ໄດ້​ໃຫ້​ເວ​ລາ​ແກ່​ກະ​ຊວງ​ຍຸ​ຕິ​ທຳນຶ່ງ​ອາ​ທິດ ເພື່ອ​ກຳ​ນົດ​ວ່າສ່ວນ​ໃດ​ຕ້ອງ​ໄດ້​ຖືກ​ລຶບ​ອອກ.

ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ຄັດ​ຄ້ານ​ຕໍ່​ການ​ເປີດ​ເຜີຍຄຳ​ໃຫ້​ການ​ດັ່ງ​ກ່າວ​ຍ້ອນຢ້ານ​ລາຍ​ລະ​ອຽດ​ກ່ຽວ​ກັບ​ຫຼັກ​ຖານ ​ທີ່​ພາ​ໃຫ້​ອົງ​ການ​ສັນ​ຕິ​ບານ​ກາງ ​ຫຼື FBI ເຂົ້າ​ໄປ​ກວດ​ຄົ້ນບ້ານ​ພັກ​ ມາ-ອາ-ລາ​ໂກ ຂອງ​ທ່ານ​ທ​ຣຳ ແລະ​ອາດ​ຈະເຮັດ​ໃຫ້​ການ​ສືບ​ສວນ​ທີ່​ພວມ​ດຳ​ເນີນ​ຢູ່ນັ້ນ ມີ​ການ​ຮົ່ວ​ໄຫຼ ກ່ຽວ​ກັບ​ວ່າ ​ທ່ານ​ທ​ຣຳ​ໄດ້​ເກັບ​ຮັກ​ສາ​ແລະ​ເອກ​ກະ​ສານ​ລັບ​ແລະ​ປະ​ຫວັດ​ທີ່​ຫຼໍ່​ແຫຼມ​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ແບບ​ໃດ.

ທ່ານຣາຍ​ຮາດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກະ​ກຽມ ​ທີ່​ຈະ​ພົບ​ເຫັນ​ຄຳ​ໃຫ້​ການຖືກ​ປົກ​ປິດ​ໄວ້​ທັງ​ໝົດ. ມີ​ບາງ​ສ່ວນ​ຂອງ​ຄຳໃຫ້​ການ​ນີ້​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ.”

ຜູ້​ພິ​ພາກ​ສາ​ໄດ້​ທຳ​ການ​ເປີດ​ເຜີຍ​ໝາຍ​ຄົ້ນ​ໄປ​ແລ້ວ ແລະ​ເອກ​ກະ​ສານ​ອີກ 2 ສະ​ບັບ ຕາມ​ການ​ຂໍ​ຮ້ອງ​ຂອ​ງ​ທາງ​ກະ​ຊວງ.

ການ​ຮັບ​ຟັງ​ຄຳ​ໃຫ້​ການ ​ໃນ​ວັນ​ພະ​ຫັດ​ວານນີ້ ມີ​ຂຶ້ນ​ຫຼັງ​ຈາກ​ສື່ມວນ​ຊົນ​ທີ່​ສຳ​ຄັນໆ​ຂອງ​ສະ​ຫະ​ລັດພວມ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ເປີດ​ເຜີຍ​ຄຳ​ໃຫ້​ການ​ແລະ​ປະ​ຫວັດ​ອື່ນໆ​ອີກ​ທີ່​ພົວ​ພັນ​ກັບ​ການ​ອອກ​ໝາຍ​ຄົ້ນ. ບັນ​ດາ​ທະ​ນາຍ​ຄວາມ​ທີ່​ຕາງ​ໜ້າ​ໃຫ້​ແກ່​ໂທ​ລະ​ພາບ CNN ໜັງ​ສື​ພິມ​ນິວຢອກ​ໄທ​ມ໌ ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ແລະ​ອື່ນໆ​ອີກ ໄດ້​ພົບ​ກັບ​ຜູ້​ພິ​ພາກ​ສາ​ຣາຍ​ຮາດໃນ​ວັນ​ພະ​ຫັດ​ວານນີ້ ເພື່ອ​ໂຕ້​ແຍ້ງ​ໃຫ້
ມີ​ການ​ເປີດ​ເຜີຍ​ຄຳ​ໃຫ້​ການ​ທີ່​ມີ​ການ​ປິດ​ລັບ​ດັ່ງ​ກ່າວ ແລະ​ເອກ​ກະ​ສານ​ອື່ນໆ​ອີກ.

ໃນ​ລະ​ຫວ່າງ​ການກວດ​ຄົ້ນ​ບ້ານ​ພັກ​ຕາກ​ອາ​ກາດ ທີ່​ເປັນ​ຂ່າວນອງ​ນັນຂອງ​ທ່ານ​ທ​ຣຳ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມານີ້ ເຈົ້າ​ໜ້າ​ທີ່​ສັນ​ຕິ​ບານ​ກາງ ​ໄດ້ເອົາ​ເອກ​ກະ​ສານ​ລັບ 11 ຫີບ​ຂອງ​ລັດ​ຖະ​ບານ​ກາງກັບ​ຄືນ​ໄປ ທີ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ນຳໄປ​ໄວ້​ທີ່​ບ້ານ​ພັກ​ຂອງ​ທ່ານ ລຸນ​ຫຼັງ​ທີ່​ໄດ້​ອອກ​ຈາກ​ທຳ​ນຽບ​ຂາວ​ເມື່ອ​ເດືອນ​ມັງ​ກອນ ປີ 2021.

ທ່ານ​ທ​ຣຳ ແລະ​ພັນ​ທະ​ມິດ​ຂອງ​ທ່ານ​ໄດ້​ປະ​ນາມ​ການກວດ​ຄົ້ນ​ນັ້ນ​ວ່າ ໃຊ້​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ “ເປັນ​ອາ​ວຸດ” ໂດຍ​ທີ່​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ຂົ່ມ​ຂູ່​ວ່າ ຈະ​ທຳ​ການ​ສືບ​ສວນ​ກະ​ຊວງ​ຍຸ​ຕິ​ທຳ​ແລະ​ອົງ​ການ​ສັນ​ຕິ​ບານ​ກາງ ​ຫຼື FBI ເວ​ລາ​ເຂົາ​ເຈົ້າ​ເຂົ້າ​ຄວບ​ຄຸມ​ລັດ​ຖະ​ສະ​ພາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG