ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານ ເລື່ອນ​ເວລາ ການ​ປະຫານ ​ດ້ວຍ​ການ​ສັກ​ຢາ​ ທີ່ລັດ​ເນ​ວາດາ


ພາບຈາກຫ້ອງການ​​ຄຸກລັດ​ເນ​ວາດາ ສະແດງໃຫ້ເຫັນເຖິງ
ຫ້ອງປະຫານຊີວິດ ດ້ວຍວິທີສັກຢາພິດ ໃນ ຄຸກ ອີລີຂອງລັດ, ເມືອງອີລີ, ລັດເນວາດາ, 10 ພະຈິກ 2016.
ພາບຈາກຫ້ອງການ​​ຄຸກລັດ​ເນ​ວາດາ ສະແດງໃຫ້ເຫັນເຖິງ ຫ້ອງປະຫານຊີວິດ ດ້ວຍວິທີສັກຢາພິດ ໃນ ຄຸກ ອີລີຂອງລັດ, ເມືອງອີລີ, ລັດເນວາດາ, 10 ພະຈິກ 2016.

ການ​ທ້າ​ທາຍ​ທາງ​ກົດໝາຍ​ ໂດ​ຍຜູ້​ຜະລິດ​ຢາ ​ໄດ້ບັງຄັບ​ໃຫ້ລັດ​ເນ​ວາດາທາງ​ພາກ​ຕາ
​ເວັນ​ຕົກ​ຂອງ​ສະຫະລັດ ເລື່ອນ​ການ​ປະຫານ​ຊີວິດ ດ້ວຍ​ການ​ສັກ​ຢາ ​ໃສ່ເສັ້ນປະສາດ​
ນັ້ນ​ອອກ​ໄປ.

ທ້າວສກັອຕ ​ໂດ​ຊີ​ເອ (Scott Dozier) ​ແມ່ນ​ມີ​ໝາຍ​ກຳນົດ​ ທີ່​ຈະ​ຖືກ​ປະຫານຊີວິດ
​ໃນແລງວັນ​ພຸດ​ວາ​ນນີ້ ​ໃນ​ຄະດີ​ການ​ປຸ້ນ ປີ 2007 ​ແລະ​ການ​ຂ້າ​ຄົນ​ຕາຍ ເວລາສານ​
ໄດ້​ສັ່ງໃຫ້​ເລື່ອນເວລາອອກໄປ​ແບບ​ບໍ່​ມີ​ກຳນົດ ຫຼັງ​ຈາກ​ທີ່ຫ້ອງການ​ແອ​ລ​ໂວກັນ​ທີ່​ມີ
​ສຳນັກງານ ຢູ່​ທີ່​ລັດ​ນິວ​ເຈີ​ຊີໄດ້ຍື່ນຟ້ອງ​ ບໍ່ໃຫ້​ລັດດັ່ງກ່າວນຳ​ໃຊ້​ຢາລະງັບປະສາດທີ່
​ເອີ້ນ​ວ່າ ມີ​ດາ​ໂຊ​ລຳ (midazolam) ປະສົມ​ເຂົ້າ ​ກັບ​ຢາອື່ນໆ ອີກ 3 ຊະນິດ ທີ່​ສາ
ມາດ​ສັງຫານ​ທ້າວ ໂດ​ຊີ​ເອ​ ໄດ້ນັ້ນ.

ຫ້ອງການ​ແອ​ລ​ໂວກັນ ​ໄດ້​ກ່າວ​ຫາ​ເຈົ້າ​ໜ້າ​ທີ່​ຄຸກລັດ​ເນ​ວາດາ ທີ່​ໄດ້​ນຳ​ເອົາ​ຢາ ມີ​ດາ​
ໂຊ​ລຳ ​ແບບ​ຜິດ​ກົດໝາຍ, ​ໃນ​ຂະນະ​ທີ່​ຕົນ​ຄັດ​ຄ້ານ ການນຳ​ໃຊ້​ຢາ​ດັ່ງກ່າວ ເຂົ້າໃນ
ການປະຫານ​ຊີວິດ ທີ່​ລັດ​ເປັນ​ຜູ້​ອຸບປະຖຳ​ນັ້ນ.

ບໍລິສັດ​ຜະ​ລິດ​ຢາ​ສະຫະລັດ ​ແມ່ນ​ໄດ້​ພາກັນ​ປະຕິ​ເສດຫຼາຍຂຶ້ນ​ບໍ່​ຂາຍ​ຢາ​ນີ້ ​ໃຫ້​ລັດ​
ດັ່ງກ່າວ ທີ່​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ການ​ປະຕິ​ບັດ​ງານ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຜີຍ​ແຜ່​ລາຍ
​ລະອຽດຕ່າງໆ ຕາມ​ຂັ້ນ​ຕອນ​ການ​ປະຕິບັດ​ການ ທີ່​ນຳ​ໃຊ້​ຢາເຂົ້າໃນ​ການ​ສັງຫານ
ທົ່ວ​ປະ​ເທດ. ​ໃນ​ປີ​ກາຍ​ນີ້ ບໍລິສັດ​ຜະລິດ​ຢາ ​ແມ່ນ​ໄດ້​ຟ້ອງ​ຮ້ອງ​ລັດ​ອາ​ແກນທາງພາກ
ຕາ​ເວັນ​ອອກສຽງ​ໃຕ້ຂອງ​ສະຫະລັດ ​ແຕ່ບໍ່​ປະສົບ​ຜົນສຳ​ເລັດ ທີ່ຈະ​ໃຫ້​ລັດ​ດັ່ງກ່າວ​ຍົກ
​ເລີກ​ການ​ນຳ​ໃຊ້​ຢາ​ ຊຶ່ງ​ແມ່ນນຶ່ງ​ໃນ​ພວກ​ຢາ​ຂອງ​ຕົນ ​ເຂົ້າ​ໃນ​ຂັ້ນ​ຕອນ​ການ​ປະຕິບັດ​
ງານ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG