ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ພິ​ພາກ​ສາ ຫ້າມ​ບໍ່​ໃຫ້ ປ. ໂບ​ລ​ໂຊ​ນາ​ໂຣ ຈັດ​ພິ​ທີສະ​ຫຼອງ ວັນເຮັດ​ລັດ​ຖະ​ປະ​ຫານ


ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີ​ລ ທ່ານ​ຈາ​ແອ ໂບ​ລ​ໂຊ​ນາ​ໂຣ ຍົກ​ສອງ​ໂປ້ຂຶ້ນ ຢືນ​ຢູ່​ໃກ້​ກັບ​ພົນ​ເຮືອ​ເອກມາ​ກັ​ສ ວີ​ນີ​ຊຽ​ສ ໂອ​ລີ​ວີ​ແອ​ຣາ ປະ​ທານ​ສານ​ທະ​ຫານ​ສູງ​ສຸດ ທີ່​ນະ​ຄອນບ​ຣາ​ຊີ​ເລຍ ປະ​ເທດບ​ຣາ​ຊີ​ລ ເມື່ອ​ວັນ​ທີ 28 ມີ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີ​ລ ທ່ານ​ຈາ​ແອ ໂບ​ລ​ໂຊ​ນາ​ໂຣ ຍົກ​ສອງ​ໂປ້ຂຶ້ນ ຢືນ​ຢູ່​ໃກ້​ກັບ​ພົນ​ເຮືອ​ເອກມາ​ກັ​ສ ວີ​ນີ​ຊຽ​ສ ໂອ​ລີ​ວີ​ແອ​ຣາ ປະ​ທານ​ສານ​ທະ​ຫານ​ສູງ​ສຸດ ທີ່​ນະ​ຄອນບ​ຣາ​ຊີ​ເລຍ ປະ​ເທດບ​ຣາ​ຊີ​ລ ເມື່ອ​ວັນ​ທີ 28 ມີ​ນາ 2019.

ຜູ້​ພິ​ພາກ​ສາ​ຄົນ​ນຶ່ງ​ຂອງບ​ຣາ​ຊີ​ລ ໄດ້​ຕັດ​ສິນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ບໍ່​ສາ​ມາດ​ຈັດ​ການ​ສະ​ເຫຼີມ​ສະ​ຫຼອງ ວັນ​ເຮັດ​ລັດ​ຖະ​ປະ​ຫານ ໃນ​ວັນ​ທີ 31 ມີ​ນາ ​ປີ 1964 ຊຶ່ງ​ໄດ້​ສ້າງ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ຜະ​ເດັດ​ການ​ທະ​ຫານ ຢູ່​ໃນ​ປະເທດບ​ຣາ​ຊີ​ລ. ການ​ເຮັດ​ລັດ​ຖະ​ປະ​ຫານ​ດັ່ງ​ກ່າວໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ປະ​ຊາທິ​ປະ​ໄຕ​ຂອງ​ປະ​ເທດ.

ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີ​ລ ທ່ານຈາ​ແອ ໂບ​ລ​ໂຊ​ນາ​ໂຣ ຕ້ອງ​ການ​ຢາກ​ຈັດ​ພິ​ທີ​ສະ​ຫຼອງວັນ​ຄົບ​ຮອບ 55 ປີ ໃນ​ການ​ເຮັດ​ລັດ​ຖະ​ປະ​ຫານແລະ​ໄດ້​ສັ່ງ​ໃຫ້​ທາງກອງທັບວາງ​ແຜນ​ການ​ການ​ສະ​ເຫຼີມ​ສະ​ຫຼອງ ໃນ​ການ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ປະທາ​ນາ​ທິ​ບໍ​ດີ​ໂຈ​ອາ​ວ ກູ​ລ​ລາດ​ທ໌.

ຜູ້​ພິ​ພາກ​ສາ​ອີ​ວາ​ນີ ຊິ​ລ​ວາ ດາ ລູ​ສ ໄດ້​ຫ້າມ​ບໍ່​ໃຫ້​ຈັດ​ການ​ສະ​ຫຼອງ​ຊຶ່ງ​ຈະ​ມີ​ຂຶ້ນໃນ​ວັນ​ອ​າ​ທິດມື້​ອື່ນນີ້ ໂດຍເວົ້າ​ວ່າ ພິ​ທີ​ດັ່ງ​ກ່າວ​ຊຶ່ງ​ໄດ້​ຮັບ​ການ​ຕ້ອງ​ຕິ​ຢ່າງກວ້າງຂວາງນັ້ນ ແມ່ນ​ບໍ່ “ເໝາະ​ສົມ​ກັບ​ຂັ້ນ​ຕອນ​ໃນ​ການ​ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕ.” ຜູ້​ພິພາກ​ສາ​ຍັງ​ກ່າວ​ຕື່ມ​ວ່າ ວັນ​ເວ​ລາ​ໃນ​ການ​ຈັດ​ພິ​ທີ​ສະ​ຫຼອງ​ຕ້ອງ​ໄດ້​ຮັບ​ການ​ເຫັນພ້ອມ​ຈາກ​ສະ​ພາ.

ປະ​ຊາ​ຊົນ​ຊາວບ​ຣາ​ຊີ​ລ​ໄດ້​ພາ​ກັນກະ​ກຽມ​ໂດຍ​ຜ່ານ​ທາງ​ສື່​ສັງ​ຄົມ​ເພື່ອ​ຈັດ​ການ​ປະ​ທ້ວງ​ໃນ​ວັນ​ອາ​ທິດມື້​ອື່ນນີ້ ຕໍ່​ຕ້ານ​ລະ​ບອບ​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ​ຂອງ​ພວກ​ທະ​ຫານ ແລະ​ລະ​ນຶກ​ເຖິງ​ພວກ​ເຄາະ​ຮ້າຍ.

ໃນ​ລະ​ຫວ່າງ​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ​ເປັນ​ເວ​ລາ​ດົນ​ເຖິງ 21 ປີນັ້ນ ມີ​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 434 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ຫຼື​ບໍ່​ກໍ​ຫາຍ​ສາບ​ສູນ.

ບໍ່​ມີ​ທະ​ຫານ​ຄົນ​ໃດ​ຖືກລົງ​ໂທດ​ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ດັ່ງ​ກ່າວ.

ທ່ານ​ໂບ​ລ​ໂຊ​ນາ​ໂຣ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຊື່ນ​ຊົມ​ນຳ​ພວກ​ຜະ​ເດັດ​ການ​ຢູ່​ໃນ​ຫຼາຍໆ​ໂອ​ກາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG