ໃນວັນອັງຄານວານນີ້ ຜູ້ພິພາກສາສານລັດຖະບານກາງທ່ານນຶ່ງ ໄດ້ຫ້າມ ລັດ ຖະບານສະຫະລັດ ບໍ່ໃຫ້ປະຕິບັດການເລື່ອນເນລະເທດອອກໄປ 100 ວັນ ອັນເປັນບູລິມະສິດດ້ານຄົນເຂົ້າເມືອງທີ່ສຳຄັນຂອງປະທານາທິບໍດີໂຈ ໄບເດັນ ອີງ ຕາມລາຍງານຂອງອົງການຂ່າວເອພີ.
ຜູ້ພິພາກສາສານລັດຖະບານກາງ ທ່ານດຣູ ທິບຕັນ ໄດ້ອອກຄຳສັ່ງຢຸດຢັ້ງຊົ່ວ ຄາວ ຕາມທີ່ລັດເທັກຊັສໄດ້ຂໍຮ້ອງໄປນັ້ນ ຊຶ່ງເປັນການທ້າທາຍຕໍ່ບົດບັນທຶກຂອງກະຊວງຮັກສາຄວາມປອດໄພພາຍໃນ ທີ່ສົ່ງອອກໃນວັນສຸກຜ່ານມາ ໂດຍຊີ້ນຳໃຫ້ອົງການກວດຄົນເຂົ້າເມືອງທັງຫຼາຍ ໂຈະການເນລະເທດເກືອບທັງໝົດໄວ້ເສຍກ່ອນ. ທ່ານທິບຕັນ ໄດ້ກ່າວວ່າ ລັດຖະບານທ່ານໄບເດັນບໍ່ໄດ້ “ສະ
ໜອງເຫດຜົນທີ່ສົມເຫດສົມຜົນອັນເປັນຫລັກຖານໃດໆ ເພື່ອໃຫ້ໂຈະການເນລະ ເທດເປັນເວລາ 100 ວັນ.”
ຄຳສັ່ງຂອງທ່ານທິບຕັນ ເປັນຜົນເສຍຫາຍໃນເບື້ອງຕົ້ນ ຕໍ່ລັດຖະບານທ່ານໄບເດັນ ຊຶ່ງໄດ້ນຳສະເໜີໃຫ້ມີການປ່ຽນແປງຂະໜາດໃຫຍ່ທີ່ບັນດານັກເຄືອນໄຫວດ້ານຄົນເຂົ້າເມືອງຢາກຈະໃຫ້ເຮັດ ທີ່ລວມທັງແຜນການເພື່ອເຮັດໃຫ້ພວກຄົນເຂົ້າເມືອງທີ່ອາໄສຢູ່ໃນສະຫະລັດຢ່າງຜິດກົດໝາຍ ທີ່ກະປະມານໄດ້ວ່າມີຢູ່ 11 ລ້ານຄົນນັ້ນ ຖືກຕ້ອງຕາມກົດໝາຍ. ທ່ານໄບເດັນ ໄດ້ໃຫ້ຄຳໝັ້ນສັນຍາ ໃນລະຫວ່າງການໂຄສະນາຫາສຽງຂອງທ່ານ ທີ່ຈະອອກການເລື່ອນເນລເທດນັ້ນ.
ຄຳສັ່ງດັ່ງກ່າວ ສະແດງເຖິງໄຊຊະນະສຳລັບບັນດາຜູ້ນຳພັກຣີພັບບລີກັນຂອງລັດເທັກຊັສ ຜູ້ທີ່ໄດ້ຟ້ອງຮ້ອງຢູ່ເລື້ອຍໆ ເພື່ອຍຸດຢັ້ງໂຄງການໃດໆທີ່ໄດ້ອອກ ເປັນກົດໝາຍ ໂດຍຜູ້ດຳລົງຕຳແໜ່ງຄົນກ່ອນຈາກພັກເດໂມແຄຣັດຂອງທ່ານໄບເດັນ ນັ້ນກໍຄືປະທານາທິບໍດີ ບາຣັກ ໂອບາມາ. ມັນຍັງໄດ້ສະແດງໃຫ້ເຫັນວ່າ ເປັນແຕ່ພຽງພວກລັດທີ່ນຳພາໂດຍພັກເດໂມແຄຣັດ ແລະພວກກຸ່ມດ້ານຄົນເຂົ້າເມືອງຕ່າງໆ ທີ່ໄດ້ຕໍ່ສູ້ກັບອະດີດປະທານາທິບໍດີ ດໍໂນລ ທຣຳ ກ່ຽວກັບເລື້ອງຄົນເຂົ້າເມືອງຢູ່ໃນສານ ໂດຍສ່ວນຫຼາຍແລ້ວປະສົບຜົນສຳເລັດ ແລ້ວພັກຣີພັບບລີກັນ ກໍຈະເປັນເຊັ່ນນັ້ນ ຄືກັບທ່ານໄບເດັນ ໃນການດຳລົງຕຳແໜ່ງ.
ທ່ານເດວິດ ເປຄອສກີ ຜູ້ຮັກສາການລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ໄດ້ລົງນາມໃນບົດບັນທຶກ ໃນມື້ທຳອິດຂອງທ່ານໄບເດັນ ໂດຍຊີ້ນຳໃຫ້ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງໃຫ້ເພັ່ງເລັງໃສ່ເລື້ອງຄວາມໝັ້ນຄົງແຫ່ງຊາດ ແລະຄວາມປອດໄພຂອງມະຫາຊົນຈາກໄພຂົ່ມຂູ່ ນ້ອກຈາກນັ້ນ ຜູ້ໃດທີ່ໄດ້ຖືກຄວບຄຸມໂຕໃນການເຂົ້າມາໃນສະຫະລັດຢ່າງຜິດກົດໝາຍຫຼັງຈາກວັນທີ 1 ພະຈິກ. ອັນນັ້ນ ເປັນການຕ່າວປີ້ນນະໂຍບາຍຂອງລັດຖະບານທ່ານທຣຳ ທີ່ໄດ້ເຮັດໃຫ້ຜູ້ໃດກໍຕາມຢູ່ໃນສະຫະລັດຢ່າງຜິດກົດໝາຍໃຫ້ເປັນບູລິມະສິດໃນການຖືກເນລະເທດ.
ການເລື່ອນເນລະເທດອອກໄປ 100 ວັນ ໄດ້ມີຜົນບັງຄັບໃຊ້ ໃນວັນສຸກທີ່ຜ່ານມາ ແລະໃຊ້ໄດ້ກັບຜູ້ໃດກໍຕາມເກືອບທຸກຄົນ ຜູ້ທີ່ໄດ້ເຂົ້າມາໃນສະຫະລັດໂດຍບໍ່ໄດ້ຮັບອະນຸຍາດກ່ອນເດືອນພະຈິກ.
ຫົວໜ້າໄອຍະການຂອງລັດເທັກຊັສ ທ່ານເຄັນ ແພັກສ໌ຕັນໄດ້ໂຕ້ແຍ້ງວ່າ ການ ເລື່ອນເນລະເທດ ເປັນການລະເມີດຕໍ່ກົດໝາຍຂອງລັດຖະບານກາງ ແລະ ສັນ ຍາທີ່ລັດເທັກຊັສໄດ້ລົງນາມກັບກະຊວງຮັກສາຄວາມປອດໄພພາຍໃນເມື່ອຕອນ ທ້າຍຂອງລັດຖະບານທ່ານທຣຳ.