ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຜູ້ພິພາກສາ ຕັດສິນ ໃຫ້ມະຫາວິທະຍາໄລ ທຣໍາ ຈ່າຍຄ່າເສຍຫາຍ 25 ລ້ານໂດລາ


ການຟ້ອງຮ້ອງ ທີ່ພົວພັນກັບ ປະທານາທິບໍດີ ທີ່ຖືກເລືອກ ທ່ານ Donald Trump ສະແດງໃຫ້ເຫັນ ມະຫາວິທະຍາໄລ Trump University ທີ່ຖືກປິດ ວັນທີ 23 ພຶດສະພາ 2005.

ຜູ້​ພິພາກສາ​ສະຫະລັດ​ຄົນ​ນຶ່ງ​ ໄດ້​ໃຫ້ການ​ອະນຸມັດ ​ຕໍ່​ການ​ຕົກລົງ​ສະ​ສ້າງການ​ຟ້ອງ
​ຮ້ອງມູນ​ຄ່າ 25 ລ້ານ​ໂດ​ລາ ຕໍ່ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ Donald Trump
​ແລະ​ມະຫາວິທະຍາ​ໄລ​ຂອງທ່ານທີ່ປິດ​ລົງ​ແລ້ວນັ້ນ.

ພວກ​ນັກຮຽນພາກັນກ່າວ​ອ້າ​ງວ່າ ທ່ານ Trump ​ໄດ້​ສໍ້​ໂກງ ໂດຍເນັ້ນໜັກວ່າ ການ​
ສຳ​ມະ​ນາ​ອະ​ສັງຫາລິ​ມາ​ຊັບ​ຂອງ​ທ່ານ ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ລາຍ​ໄດ້​ຢູ່​ໃນ​ຕະ
ຫລາດ​ອະສັງຫາລິມະ​ຊັບ.

ພວກ​ນັກຮຽນ​ບາງ​ຄົນ​ໄດ້​ຈ່າຍ​ເງິນ​ເຖິງ 35,000 ​ໂດ​ລາ ລົງ​ທະບຽນ​ຮຽນ​ຢູ່​ໃນມະຫາ
ວິທະຍາ​ໄລ Trump University.

ຜູ້ພິພາກສາສາປະຈຳ​ເຂດສະຫະລັດ ທ່ານ Gonzalo Curiel’s ໄດ້​ຕັດສິນ​ໃນ​ວັນ​
ສຸກ​ວານ​ນີ້​ເພື່ອເຮັດ​ໃຫ້ການ​ຕໍ່ສູ້ມາ​ເປັນ​ເວລາ​ດົນ​ນານກັບທ່ານ Trump ​ສິ້ນ​ສຸດ​ລົງ
ຊຶ່ງ​ທ່ານ​ເອງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ຍໍ່​ຍອມຕົກລົງ​ກ່ຽວກັບ​ການ​ຟ້ອງ​ຮ້ອງນີ້.
ຫລັງ​ຈາກທ່ານ​ໄດ້​ຮັບ​ໄຊຊະນະ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ທ່ານໃນ​
ເດືອນ​ພະຈິກ​ປີ​ກາຍ​ນີ້ ທ່ານ Trump ​ໄດ້​ຕັດສິນ​ໃຈທີ່​ຈະ​ຕົກລົງ​ສະ​ສາງ ​ການ​ຟ້ອງ
​ຮ້ອງດັ່ງກ່າວ ​ໂດຍ​ກ່າວ​ວ່າ ທ່ານ​ບໍ່​ມີ​ເວລາ ໃນ​ການ​ຕໍ່ສູ້​ຄະດີ.

ຜູ້​ພິພາກສາ​ລັດ California ຕັດສິນແກ້​ໄຂຄະດີ​ຟ້ອງ​ຮ້ອງ 2 ຄະດີ ຢູ່​ໃນ​ລັດ
California ​ແລະ​ການ​ຟ້ອງ​ຮ້ອງທາງ​ອາຍາ ​ໂດຍ​ທະນາຍຄວາມປະຈຳ​ລັດ New
York ທ່ານ Eric Schneiderman.

​ທ່ານ Schneiderman ກ່າວ​ຢູ່​ໃນ​ຖະ​ແຫລ​ງການໃນ​ວັນ​ສຸກ​ວານ​ນີ້ວ່າ ການ​ຕົກ
ລົງ​ນີ້ “ຈະ​ເຮັດ​ໃຫ້​ໂລ່ງ​ໃຈ ​ແລະ​ຫວັງ​ວ່າ​ສ່ວນ​ໃຫຍ່​ແມ່ນ​ເສັດ​ສິ້ນ​ລົງ ​ສຳລັບບັນດາ
​ຜູ້​ເຄາະ​ຮ້າຍ​ ໃນການ​ສໍ້​ໂກງ ​ກ່ຽວ​ກັບ​ມະຫາວິທະຍາ​ໄລຂອງທ່ານ Donald
Trump.”

ທ່ານ Curiel ກ່າວ​ວ່າ ການ​ຕົກລົງ​ໃນ​ວົງ​ເງິນ 25 ລ້ານໂດ​ລາແມ່ນ​ "ພິ​ເສດ" ​
ເພາະວ່າ ​ມັນເປັນ​ການ​ໄດ້​ຮັບ​ເງິນ​ຄືນ​ປະມານ 80 ​ເປີ​ເຊັນຂອງພວກ​ນັກຮຽນ.

ທ່ານ Trump ​ໄດ້​ກ່າວ​ຫາ​ຜູ້ພິພາກສາ Curiel ຜູ້​ທີ່​ເກີດ​ຢູ່​ໃນ​ອາ​ເມຣິກາ ໃນ​
ລະ​ຫວ່າງ​ການ​ໂຄສະນາ​ຫາ​ສຽງ​ໃນປີ​ກາຍ​ນີ້ວ່າ​ ບໍ່​ສາມາດ​ທີ່​ຈະເປັນກາງ​ໄດ້​
ໃນ​ຄະດີ ​ເພາະວ່າ​ທ່ານ​ມີ​ເຊື້ອ​ສາຍ​ມາ​ຈາກ​ເມັກ​ຊິ​ໂກ. ຄຳ​ຖະ​ແຫລ​ງຂອງ​ທ່ານ
Trump ​ໄດ້​ເຮັດ​ໃຫ້​ຫລາຍ​ຄົນໂກດ​ແຄ້ນ.

ອ່ານຂ່າວນີ້ເພີີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG