ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ ຊີເຣຍພາກັນ ດີໃຈຫຼັງຈາກເມືອງ Manbij ໄດ້ຖືກປົດປ່ອຍ


ພົນລະເຮືອນ ຊີເຣຍ ທີ່ມີຄວາມດີໃຈຫຼາຍພັນຄົນໄດ້ເດີນທາງກັບຄືນເມືອເມືອງ Manbij ທີີ່ຖືກທຳລາຍທາງພາກເໜືອຂອງປະເທດໃນວັນເສົາວານນີ້ ມື້ໜຶ່ງຫຼັງຈາກບັນດານັກຮົບ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ໄດ້ຂັບໄລ່ພວກລັດອິສລາມ ອອກຈາກຖານທີ່ໝັ້ນ ຂອງພວກເຂົາຕັ້ງຢູ່ໃກ້ກັບເຂດຊາຍແດນຕິດປະເທດ ເທີກີ ນັ້ນ.

ພາບວິດີໂອຈາກໂທລະພາບ Kurdistan ຊ່ອງ 24 ໄດ້ສະແດງໃຫ້ເຫັນຍານພາຫະນະ ຈຳນວນຫຼາຍຄັນ ເດີນທາງຜ່ານຫົນທາງທີ່ມີຊາກຫັກພັງແຈກກະຈາຍຢູ່. ຕໍ່ມາກໍມີຝູງຜູ້ ຊາຍ, ແມ່ຍິງ ແລະ ເດັກນ້ອຍ, ຍ່າງກັບຄືນຈາກເຂດຊົນນະບົດ, ບ່ອນທີ່ພວກເຂົາເຈົ້າໄດ້ ໄປລີ້ໄພຢູ່ ໃນຂະນະທີ່ພວກນັກຮົບຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ໄດ້ ຕໍ່ສູ້ເພື່ອປົດປ່ອຍເມືອງເຊິ່ງຄັ້ງໜຶ່ງເຄີຍງຽບສະຫງົບນັ້ນ.

ພວກຜູ້ຊາຍກຳລັງຍິ້ມແຍ້ມ ໄດ້ແຖໜວດຂອງພວກເຂົາເຈົ້າອອກ ແລະ ພວກແມ່ຍິງກໍໄດ້ ຈູດຜ້າຄຸມຫົວສີດຳຂອງພວກເຂົາເຈົ້າ, ເຊິ່ງເປັນການເຮັດໃນທາງກົງກັນຂ້າມກັບກົດລະ ບຽບທີ່ຕັ້ງຂຶ້ນໂດຍພວກນັກຮົບລັດອິສລາມ ໃນເວລາທີ່ພວກເຂົາເຂົ້າຍຶດຄອງຂົງເຂດ ດັ່ງກ່າວ. ພວກແມ່ຍິງໄດ້ໂອບກອດພວກນັກຮົບ SDF ແລະ ຄົນອື່ນໆສະເຫຼີມສະຫຼອງ ໂດຍການສູບຢາ, ເຊິ່ງເປັນອີກກິດຈະກຳໜຶ່ງທີ່ຖືກຫ້າມໂດຍພວກຫົວຮຸນແຮງ.

ພວກເດັກນ້ອຍຫຼາຍຄົນໄດ້ໂບກມືໃຫ້ກັບກ້ອງວິດີໂອທີ່ກຳລັງຖ່າຍພາບຢູ່ນັ້ນ.

ໂຄສົກຄົນໜຶ່ງສຳລັບສະພາທະຫານໃນທ້ອງຖິ່ນ ທີ່ເປັນພັນທະມິດກັບນັກຮົບ SDF ໄດ້ ກ່າວຕໍ່ອົງການຂ່າວ Reuters ວ່າ “ມື້ນີ້ແມ່ນມື້ທຳອິດທີ່ຊີວິດໄດ້ກັບຄືນສູ່ປົກກະຕິ.”

ພວກຫົວຮຸນແຮງໄດ້ປະຖິ້ມເມືອງດັ່ງກ່າວໃນວັນສຸກຜ່ານມາ, ໄດ້ຫຼົບໜີໄປສູ່ເມືອງທີ່ເປັນ ເຂດຊາຍແດນ Jarabulus ເຊິ່ງພວກ IS ໄດ້ຄວບຄຸມຢູ່ ພ້ອມກັບພົນລະເຮືອນເກືອບ 2000 ຄົນ.

ມັນຍັງບໍ່ມີຄວາມຈັດເຈນໃນທັນທີທັນໃດວ່າ ພວກທີ່ບໍ່ແມ່ນນັກຮົບໄດ້ໜີອອກຈາກເມືອງ Manbij ໂດຍເປັນໂຕປະກັນ ຫຼື ວ່າພວກເຂົາໄດ້ໜີໄປໂດຍສະໝັກໃຈ. ແຕ່ຜູ້ເຫັນເຫດ ການໄດ້ກ່າວວ່າ ພວກພົນລະເຮືອນຫຼາຍຄົນໄດ້ກັບຄືບເຂົ້າສູ່ເມືອງໃນບໍ່ເທົ່າໃດຊົ່ວໂມງ ຕໍ່ມາ ຫຼັງຈາກພວກຫົວຮຸນແຮງໄດ້ໜີອອກໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG