ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຈີນ ມີຄວາມມ່ວນຊື່ນໃນການກຽມແຜນເດີນທາງ ໃນຂະນະທີ່ການກັກໂຕສໍາລັບຜູ້ເດີນທາງເຂົ້າປະເທດ ກຽມທີ່ຈະຍຸຕິລົງ


ແຟ້ມ-ແມ່ຍິງຄົນນຶ່ງ ຢືນລໍຖ້າຢູ່ທີ່ຫ້ອງໃຫຍ່ຂອງເດີນບິນສາກົນຮົງກົງ ໃນວັນທີ 6 ທັນວາ 2022.
ແຟ້ມ-ແມ່ຍິງຄົນນຶ່ງ ຢືນລໍຖ້າຢູ່ທີ່ຫ້ອງໃຫຍ່ຂອງເດີນບິນສາກົນຮົງກົງ ໃນວັນທີ 6 ທັນວາ 2022.

ປະຊາຊົນຢູ່ໃນປະເທດຈີນ ພາກັນສະແດງຄວາມດີໃຈ ແລະຟ້າວໄປຈອງປີ້ຍົນເພື່ອເດີນທາງອອກໄປຕ່າງປະເທດ ໃນວັນອັງຄານມື້ນີ້ ລຸນຫຼັງທີ່ລັດຖະບານປັກກິ່ງ ກ່າວວ່າ ພວກເຂົາຈະຫຼຸດຜ່ອນຂໍ້ຈໍາກັດທີ່ເຂັ້ມງວດໃນການແຍກໂຕ ສໍາລັບຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ເຊິ່ງເປັນການຍຸຕິຊ່ວງເວລາເກືອບສາມປີ ໃນການກັກໂຕເອງ, ອີງຕາມລາຍງານຂອງອົງການຂ່າວ AFP.

ໃນການເຄື່ອນໄຫວແບບໄວວາ ໃນຕອນແລງຂອງວັນຈັນວານນີ້ ຈີນກ່າວວ່າ ນັບແຕ່ວັນທີ 8 ມັງກອນເປັນຕົ້ນໄປ ນັກທ່ອງທ່ຽວຂາເຂົ້າຈະບໍ່ຈໍາເປັນຕ້ອງຖືກກັກໂຕເມື່ອເດີນທາງເຂົ້າມາປະເທດ ເນື່ອງຈາກມີການຫຼຸດຜ່ອນການຄວບຄຸມຂໍ້ຈໍາກັດທີ່ເຂັ້ມງວດ ເຊິ່ງໄດ້ທໍາລາຍລະບົບເສດຖະກິດຂອງປະເທດ ແລະໄດ້ກໍ່ໃຫ້ມີການປະທ້ວງເກີດຂຶ້ນໃນທົ່ວປະເທດ.

ກໍລະນີຂອງຜູ້ຕິດເຊື້ອໄດ້ເພີ້ມສູງຂຶ້ນຢ່າງຫຼວງຫຼາຍໃນທົ່ວປະເທດ ເນື່ອງຈາກນະໂຍບາຍການຄວບຄຸມທີ່ສໍາຄັນບໍ່ປະສົບຄວາມສໍາເລັດ, ເຊິ່ງເຈົ້າໜ້າທີ່ທາງການຍອມຮັບວ່າ “ມັນເປັນໄປບໍ່ໄດ້” ທີ່ຈະຕິດຕາມ ແລະດໍາເນີນການບັນທຶກໂຕເລກຢ່າງເປັນທາງການ.

ລັດຖະບານປັກກິ່ງ ຍັງໄດ້ຫຼຸດມາດຕະຖານໃນການນັບຈໍານວນຜູ້ເສຍຊີວິດຈາກໂຄວິດ-19 ລົງ ໃນອາທິດທີ່ຜ່ານມາ, ເຊິ່ງເປັນການເຄື່ອນໄຫວທີ່ຜູ້ຊ່ຽວຊານກ່າວວ່າ ເປັນການລະງັບຈໍານວນຂອງຜູ້ເສຍຊີວິດ ເນື່ອງຈາກພະຍາດໄວຣັສ.

ຢ່າງໃດກໍຕາມ, ຜູ້ໃຊ້ສື່ສັງຄົມອອນລາຍຂອງຈີນຍັງໄດ້ສະແດງຄວາມດີໃຈ ເນື່ອງຈາກການຍຸຕິຂໍ້ຈໍາກັດທີ່ເຂັ້ມງວດ ເຊິ່ງໄດ້ເຮັດໃຫ້ປະເທດຕ້ອງປິດຕໍ່ໂລກພາຍນອກນັບຕັ້ງແຕ່ເດືອນມີນາ ປີ 2020.

ນຶ່ງໃນການສະແດງຄວາມຄິດເຫັນທີ່ໄດ້ຮັບການປະກາດດ້ວຍຄະແນນສູງສຸດ ຢູ່ໃນເວັບໄຊທ໌ Weibo ກ່າວວ່າ “ມັນສິ້ນສຸດແລ້ວ...ລະດູບານໃໝ່ໃກ້ຊິມາຮອດແລ້ວ.”

ມີການຂຽນຢູ່ໃນອີກເວັບໄຊທ໌ນຶ່ງເຊັ່ນ ທວິດເຕີ ທີ່ຂຽນວ່າ “ກໍາລັງກະກຽມການເດີນທາງຂອງຂ້ອຍໄປຕ່າງປະເທດ!” ແລະຂໍ້ຄວາມທີ່ສາມທີ່ຂຽນວ່າ “ຂ້ອຍຫວັງວ່າ ລາຄາຂອງປີ້ຍົນຂາກັບຈະບໍ່ສູງຂຶ້ນອີກ!”

ການຊອກຫາປີ້ຍົນໄປຕ່າງປະເທດທາງອອນລາຍ ແມ່ນເພີ້ມສູງຂຶ້ນໃນທັນທີທັນໃດ ຢູ່ໃນຂ່າວ, ໂດຍໜ້າເວັບໄຊທ໌ ດ້ານການເດີນທາງ ທົງເຊັງ (Thongcheng) ພົບວ່າ ການຊອກຄົ້ນຂໍ້ມູນເພີ້ມຂຶ້ນຮອດ 850 ເປີເຊັນ, ແລະການສອບຖາມຂໍ້ມູນກ່ຽວກັບການຂໍວີຊາ ເພີ້ມສູງຂຶ້ນ 10 ເທົ່າ, ອີງຕາມລາຍງານຂອງອົງການຂ່າວລັດຖະບານ.

ຢູ່ໃນເວັບໄຊທ໌ຄູ່ແຂ່ງເຊັ່ນ ກຸ່ມ Trip.com ກ່າວວ່າ ການຊອກຫາຂໍ້ມູນກ່ຽວກັບສະຖານທີ່ຍອດນິຍົມຢູ່ຕ່າງປະເທດເພີ້ມຂຶ້ນ 10 ເທົ່າ ເມື່ອສົມທຽບເປັນປີຕໍ່ປີພາຍໃນເຄິ່ງຊົ່ວໂມງ ຂອງການປະກາດອອກໄປ.

ຜູ້ໃຊ້ເວັບໄຊທ໌ ມີຄວາມຕື່ນເຕັ້ນໂດຍສະເພາະເຈາະຈົງທີ່ຈະເດີນທາງໄປ ມາເກົ້າ (Macau), ຮົງກົງ, ຍີ່ປຸ່ນ, ໄທ ແລະເກົາຫຼີໃຕ້.

ການປະກາດກ່ຽວກັບການຫຼຸດຂໍ້ຈໍາກັດທາງດ້ານໂຄວິດ ເປັນການປິດຂໍ້ຈໍາກັດໃນການກວດສອບຫາພະຍາດທີ່ເຂັ້ມງວດ ແລະນະໂຍບາຍສູນໂຄວິດ ລະບອບການປົກຄອງ, ການປິດເມືອງທີ່ເຂັ້ມງວດ ແລະການກັກໂຕທີ່ຍາວນານ ເຊິ່ງເປັນການລົບກວນ ຕ່ອງໂສໃນການສະໜອງສິນຄ້າ ແລະຂັດຂວາງການພັວພັນທາງດ້ານທຸລະກິດດ້ວຍລະບົບເສດຖະກິດທີ່ໃຫຍ່ເປັນອັນດັບສອງຂອງໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG