ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ JPMorgan ຂອງອາເມຣິກາ ຂາດທຶນ 2 ພັນລ້ານໂດລາ (ວີດີໂອ)


ຫົວໜ້າບໍຣິຫານ ທະນາຄານໃຫ່ຍທີ່ສຸດ ໃນອາເມຣິກາ JPMorgan Chase ເປີດເຜີຍການຂາດທືນ 2 ພັນລ້ານໂດລາ ໃນການຊຶ້ຂາຍສະລັບຊັບຊ້ອນ.
ຫົວໜ້າບໍຣິຫານ ທະນາຄານໃຫ່ຍທີ່ສຸດ ໃນອາເມຣິກາ JPMorgan Chase ເປີດເຜີຍການຂາດທືນ 2 ພັນລ້ານໂດລາ ໃນການຊຶ້ຂາຍສະລັບຊັບຊ້ອນ.

ຫົວໜ້າ​ບໍຣິຫານງານຂອງ JPMorgan Chase ຊຶ່ງ​ເປັນ​ທະນາ​ຄານ​ໃຫ່ຍທີ່​ສຸດ
ຂອງອາ​ເມຣິກາ ​ໄດ້​ເປີດ​ເຜີຍ​ ໃນ​ວັນພ​ະຫັດ​ນີ້​ວ່າ ຫວ່າງ​ມໍ່ໆ​ມາ​ນີ້ ທະນາຄານ​ໄດ້
​ເສຍ​ເງິນ 2 ພັນລ້ານ​ໂດ​ລາ ​ໃນ​ການ​ຊື້ ຂາຍ​ສະ​ລັບ​ຊັບຊ້ອນ ​ແລະ​ມີ​ຄວາມ​ສ່ຽງ​
ທີ່​ຊ່ວຍ​ໃຫ້​ເກີດ​ວິ​ກິດ​ການ​ເງິິນໃນປີ 2008 ນັ້ນ.

ທ່ານ​ Jamie Dimon ຮ້ອງ​ການ​ກະທຳຂອງທະນາຄານດັ່ງກ່າວ​ນັ້ນ ວ່າ
“​ເປັນຄວາມ​ຜິດ​ພາດ​ທີພັ້ງໃຫຍ່​ຫຼວງ” ​ແລະໜ້າ​ອັບອາຍ​ຂາຍໜ້າ.

ຮຸ້ນຂອງ JPMorgan ​ໄດ້ຕົກລາຄາເກືອ​ບ 7 ​ເປີ​ເຊັ​ນ​ໃນ​ການ​ຊື້ຂາຍ ​ໃນຕອນ​
ແລງໆ​ຂອງ​ວັນ​ພະຫັດວານ​ນີ້. ຮຸ້ນ​ຂອງ​ທະນາຄານ​ອຶ່ນໆ​ກໍ​ໄດ້​ຕົກລາຄາ​ຢ່າງ​
ຫຼວງ​ຫຼາຍ​ເຊັ່​ນດຽວ​ກັນ.

ການ​ຊື້ຂາຍທີ່​ສະ​ລັບສັບ​ຊ້ອນ​ໂດຍ JPMorgan ທີ່​ຊາບ​ກັນ​ວ່າ ​ເງິນ​ລົງທຶນ​ເພື່ອ
​ເກງ​ກຳ​ໄລ ຊຶ່ງ​ມີໜ້າ​ທີ່​ຄ້າຍຄື​ກັນ​ກັບ​ການ​ປະກັນ​ໄພ ​ເພື່ອ ປົກ​ປ້ອງ​ພວກ​ນັກ​ລົງ
ທືນ ​ຖ້າ​ຫາກ​ຮຸ້ນ​ຕົກ​ລາຄາ. ​ແຕ່​ວ່າ​ການ​ຂຶ້ນ​ແ​ລະ ການ​ຕົກ​ລາຄາ​ຫວ່າງ​ມໍ່ໆ​ມາ​
ນີ້ຂອງ​ຕະຫລາດຮຸ້ນ ພາ​ໃຫ້​ທະນາຄານດັ່ງ ກ່າວ​ຂາດທຶນ.

JPMorgan ​ໄດ້​ພະຍາຍາມ​ຫລີກ​ລ້ຽງ ​ການລົງທຶນ​ທີ່​ມີ​ຄວາມ​ສ່ຽງໃນ ທຳນອງ
​ນີ້ມາ​ກ່ອນ ທີ່​ອຳນວຍ​ໃຫ້​ທະນາຄານ​ດັ່ງກ່າວໂຜ່​ໂຕ​ຂຶ້ນຈາກ​ວິ ​ກິດການດ້ານ​ການ
​ເງິນປີ 2008​ ໂດຍ​ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍຫຍັງ​ຫຼາຍ.

ກ່ຽວ​ກັບ​ຂ່າວ​ເສດຖະກິດທີ່​ດີຂື້ນນັ້ນ ສະຫະລັດ ໄດ້ປະກາດ​ເປັນ​ເທື່ອ ທຳ​ອິດ​
ກ່ຽວ​ກັບການ​ໄດ້​ປຽບ​ດ້ານງົບປະມານໃນຮອບເກືອ​ບສີ່​ປີ​ທີ່​ຜ່ານ​ມາ.

ກະ​ຊວງ​ການ​ເງິນ​ສະຫະລັດ ກ່າວ​ໃນ​ວັນພ​ະຫັດນີ້​ວ່າ ຕົນໄດ້​ເງິນ​ເຂົ້າ​ມາໃນເດືອນ
​ແລ້ວ​ນີ້ ຫລາຍ​ກວ່າ​ການ​ໃຊ້ຈ່າຍ ຊຶ່ງ​ເປັນເທື່ອ​ທຳ​ອິດ​ນັບ​ແຕ່ເກືອ​ນກັນຍາ ປີ 2008
ກ່ອນເສດຖະກິດ​ຈະຕົກ​ຕໍ່າ.

ຊາວ​ອາ​ເມຣິກັນ ພາກັນ​ເສຍ​ພາສີ​ໃນ​ເດືອນ​ເມສາ ​ດັ່ງນັ້ນການ​ມີລາຍ​ໄດ້​ສູງ​ຈຶ່ງ​ບໍ່​ເປັນ
​ເລື່ອງທີ່​ຜິດ​ປົກກະ​ຕິຫຍັງ​ເລີຍ. ​ເປັນຄາດ​ກັນວ່າ​ ສະຫະລັດ ​ຈະ​ປະກາດ​ກ່ຽວ​ກັບ​
ການ​ຂາດ​ດຸນ​ງົບປະມານ​ອີກສາມພັນຕື້​ໂດ​ລາ​ໃນ​ປີ​ນີ້. ບັນດາ​ນັກ​ເສດຖະສາດ​ບາງ​
ຄົນ​ເຊື່ອ​ວ່າ ການ​ໄດ້​ປຽບດ້ານ ງົບປະມານເທື່ອ​ທຳ​ອິດ ​ໃນຮອບເກືອ​ບສີ່​ປີ​ທີ່​ຜ່ານ​ມາ
ນັ້ນ ​ອາດ​ເປັນ​ຮ່ອງ​ຮອຍສະ​ແດງ​ໃຫ້​ເຫັນ​ວ່າ ເສດຖະກິດ​ຂອງອາ​ເມຣິກາ​ຈະຟື້ນ​ໂຕ​
ຄືນມາ​ແລ້ວ​.

ນອກ​ນັ້ນລັດຖະບານສະຫະລັດ ຍັງກ່າວ​ໃນ​ວັນ​ພະຫັດວານ​ນີ້​ວ່າ ຊ່ອງ ຫວ່າງ​ດ້ານ​
ການ​ຄ້າ​ຂອງສະຫະລັດ ​ໄດ້​ຂະຫຍາຍກວ້າງ​ໃນເດືອນ​ມີນາ ຜ່ານ​ມາ ​ໂດຍ​ທີ່​ສະຫະ
ລັດ​ໄດ້​ນຳ​ເຂົ້າ​ສີນ​ຄ້າ​ຫລາຍກວ່າສົ່ງອອກ.

​ລັດຖະບານ​ສະຫະລັດຍັງ​ກ່າວ​ອີກ​ວ່າ ການ​ຂາດ​ດຸນ​ການ​ຄ້າ​ທີ່ເພີ້​ມຂື້ນ​ 52 ພັນ​ລ້ານ​
ໂດ​ລາ ແມ່ນ​ເປັນ​ການ​ໂດດ​ຂຶ້ນ 14 ​ເປີ​ເຊັນ​ຈາກ​ລະດັບ ຂອງເດືອນ​ກຸມພາ.

XS
SM
MD
LG