ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທະນາຄານ JPMorgan Chase ທີ່ຈີນ ຖືກສືບສວນ


ພາບຂ້າງນອກຂອງຫ້ອງການທະນາຄານ JPMorgan Chase ຢູ່ເມືອງ San Francisco ລັດຄາລິຟໍເນຍ
ພາບຂ້າງນອກຂອງຫ້ອງການທະນາຄານ JPMorgan Chase ຢູ່ເມືອງ San Francisco ລັດຄາລິຟໍເນຍ
ໜັງສືພິມທີ່ມີຊື່ສຽງສະບັບນຶ່ງຂອງສະຫະລັດເວົ້າວ່າ ລັດ
ຖະບານກາງໄດ້ເປີດການສືບສວນເພື່ອເບິ່ງວ່າທະນາຄານ
JPMorgan Chase ໄດ້ຈ້າງລູກ ຫລານຂອງເຈົ້າໜ້າທີ່
ທີ່ມີອິດທິພົນຂອງຈີນ ເພື່ອຊ່ວຍໃຫ້ທະນາຄານດັ່ງກ່າວ ໄດ້
ຮັບທຸລະກິດລາຍໃຫຍ່ໆ ຢູ່ໃນຈີນຫລືບໍ່.

ລາຍງານທີ່ພິມລົງໃນເວັບໄຊ້ຂອງໜັງສືພິມ The New York
Times ໃນວັນເສົາວານນີ້ ໄດ້ອ້າງອີງໃສ່ “ເອກະສານລັບ
ຂອງສະຫະລັດ”ວ່າເປັນແຫລ່ງຂ່າວ.

ແຕ່ຢ່າງໃດກໍຕາມ ລາຍງານຂອງໜັງສືພິມດັ່ງກ່າວເວົ້າວ່າ ເອກະສານຂອງລັດຖະບານແລະບັນທຶກຂອງສາທາລະນະ “ບໍ່ໄດ້ໂຊ່ມໂຍງ” ການວ່າ
ຈ້າງພະນັກງານຂອງ JPMorgan ໃສ່ກັບຄວາມສາມາດໃນການໄດ້ຮັບທຸລະກິດ “ຢ່າງ
ຈະແຈ້ງ” ແລະກໍບໍ່ໄດ້ສະເໜີວ່າພະນັກງານທີ່ຖືກວ່າຈ້າງນັ້ນບໍ່ມີຄຸນນະວຸດທິເໝາະສົມ. ລາຍງານເວົ້າວ່າທະນາຄານບໍ່ໄດ້ຖືກ່າວຫາວ່າ ກະທໍາຜິດແຕ່ຢ່າງໃດ.

ໜັງສືພິມ Times ເວົ້າວ່າທະນາຄານ JPMorgan ໄດ້ຈ້າງທ່ານ Tang Xiaoning ລູກຊາຍຂອງທ່ານ Tang Shuangning ອະດີດເຈົ້າໜ້າທີ່ວາງລະບຽບການກ່ຽວກັບ
ທະນາຄານຂອງຈີນ ຊຶ່ງປັດຈຸບັນເປັນປະທານກຸ່ມບໍລິສັດ China Everbright ຊຶ່ງເປັນ
ເຄືອຂ່າຍການເງິນທີ່ລັດຄວບຄຸມ.

ໜັງສືພິມດັ່ງກ່າວຍັງເວົ້າອີກວ່າ ລຸນຫລັງລູກຊາຍຂອງທ່ານປະທານ ຄົນດັ່ງກ່າວ ໄດ້
ເຂົ້າມາເຮັດວຽກທະນາຄານ JPMorgan ກໍໄດ້ຮັບ “ວຽກງານທີ່ ມອບໃຫ້ຫລາຍອັນ”
ຈາກເຄືອຂ່າຍດັ່ງກ່າວ ລວມທັງການໃຫ້ຄໍາປຶກສາແກ່ບໍລິສັດໃນເຄືອຂ່າຍ ກ່ຽວກັບ
ຂໍ້ສະເໜີໃຫ້ຮຸ້ນລາຍນຶ່ງ.

ໜັງສືພິມ The New York Times ຍັງເວົ້າອີກວ່າ ຫ້ອງການຂອງ JPMorgan ຢູ່
ຮົງກົງ ກໍໄດ້ຈ້າງນາງ Zahng Xixi ລູກສາວຂອງເຈົ້າໜ້າທີ່ ການລົດໄຟຂອງຈີນຄົນ
ນຶ່ງ. ໃນປະມານຊ່ວງເວລານັ້ນ ທະນາຄານກໍໄດ້ຖືກ ເລືອກໃຫ້ຊ່ວຍເຫລືອບໍລິສັດນຶ່ງ
ທີ່ສ້າງທາງລົດໄຟໃຫ້ລັດຖະບານຈີນທີ່ມີແຜນຢາກເປັນບໍລິສັດມະຫາຊົນ.

ໃນເວລາຕໍ່ມາ ເຈົ້າໜ້າທີ່ການລົດໄຟດັ່ງກ່າວ ໄດ້ ຖືກຕັດສິນວ່າ ມີຄວາມຜິດໃນຖານ
ເອົາສັນຍາມອບເໝົາຂອງໂຄງການລັດຖະບານໃຫ້ບໍລິສັດ ທີ່ເອົາເງິນສິນບົນໃຫ້ເພື່ອ
ເປັນການຕອບແທນຄືນ ອີງຕາມເອກະສານຂອງລັດຖະບານ ແລະບັນທຶກສາທາ
XS
SM
MD
LG