ທະນາຄານ ທີ່ໃຫຍ່ສຸດໃນ ສະຫະລັດ JP Morgan Chase
ໄດ້ຕົກລົງທີ່ຈະ ຈ່າຍຄ່າປັບໃໝທີ່ຫຼາຍເປັນປະຫວັດການ 13
ພັນລ້ານໂດລາ ເພື່ອແກ້ໄຂການຖືກກ່າວຫາວ່າ ທະນາຄານ
ມີຄວາມຜິດໃນການຂາຍຫລັກຊັບທີ່ໄດ້ຮັບການໜຸນ ຫລັງ
ທີ່ໄດ້ຮັບການຄໍ້າປະກັນດ້ວຍເງິນງວດເຮືອນຫຼື mortgage
ທີ່ມີສ່ວນພາ ໃຫ້ເກີດວິກິດການດ້ານການເງິນຂອງປະເທດນັ້ນ.
ການຕົກລົງດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກການເຈລະຈາດ້ວຍ
ຄວາມເຄັ່ງຕຶງເປັນເວລາຫຼາຍໆເດືອນລະຫວ່າງທະນາຄານ
JP Morgan Chase ກະຊວງຍຸຕິທຳ ແລະພະແນກການ
ອື່ນໆຂອງລັດຖະບານ ຊຶ່ງເຮັດໃຫ້ການຟ້ອງຮ້ອງຂອງຫຼາຍໆ
ລັດແລະຂອງອົງການພົນລະເຮືອນຂອງລັດຖະບານກາງສິ້ນສຸດລົງແຕ່ກໍຍັງເປີດ ກວ້າງ
ກ່ຽວກັບຄວາມເປັນໄປໄດ້ ໃນການລົງໂທດທາງອາຍາກ່ຽວກັບການສໍ້ໂກງ ທີ່ວ່ານີ້.
ຄືດັ່ງຫລາຍໆທະນາຄານ JP Morgan ໄດ້ໂຮມເອົາເງິນ ທີ່ໃຫ້ການກູ້ຢືມໃນການຊື້ເຮືອນເຂົ້າໃນຮຸ້ນຫລັກຊັບ ແລະຈຳໜ່າຍໃນຕະຫລາດຫລັກຊັບ ທີ່ມີການ ຊື້ຂາຍໄດ້ຄືກັນກັບຮຸ້ນ.
ເວລາຄື້ນຟອງຂອງບັນດາເຈົ້າຂອງເຮືອນ ຜິດສັນຍາໃນການຈ່າຍເງິນຊື້ເຮືອນ ຂອງເຂົາເຈົ້າ ລາຄາຂອງຮຸ້ນຫຼັກຊັບໄດ້ຕົກລົງຢ່າງວອງໄວ ແລະພວກນັກລົງ ທຶນພາກັນເສຍຫາຍຢ່າງໜັກ.