ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກຂ່າວຂອງຣອຍເຕີ 2 ຄົນ ທີ່ຖືກຂັງຄຸກ ໃນມຽນມາ ຈະຕິດຄຸກ ຕໍ່ໄປອີກ 2 ສັບປະດາ


ນັກຂ່າວສອງຄົນ ຂອງ ຣອຍເຕີ ທ່ານ ວາ ລອນ (Wa Lone) ຊ້າຍ ແລະ ທ່ານ ຈໍ ໂສ ອອດ (Kyaw Soe Oo), ຂວາ, ຜູ້ທີ່ມີຫ້ອງການຕັ້ງຢູ່ໃນມຽນມາ, ຕັ້ງທ່າ ເພື່ອຖ່າຍຮູບ ຢູ່ທີ່
ຫ້ອງການຂອງຣອຍເຕີ ໃນນະຄອນ ຢາງກຸງ ຂອງມຽນມາ, ວັນທີ 11 ທັນວາ 2017.
ນັກຂ່າວສອງຄົນ ຂອງ ຣອຍເຕີ ທ່ານ ວາ ລອນ (Wa Lone) ຊ້າຍ ແລະ ທ່ານ ຈໍ ໂສ ອອດ (Kyaw Soe Oo), ຂວາ, ຜູ້ທີ່ມີຫ້ອງການຕັ້ງຢູ່ໃນມຽນມາ, ຕັ້ງທ່າ ເພື່ອຖ່າຍຮູບ ຢູ່ທີ່ ຫ້ອງການຂອງຣອຍເຕີ ໃນນະຄອນ ຢາງກຸງ ຂອງມຽນມາ, ວັນທີ 11 ທັນວາ 2017.

ນັກຂ່າວຂອງ ຣອຍເຕີ (Reuter) 2 ຄົນ ຢູ່ໃນມຽນມາ ຜູ້ທີ່ໄດ້ຖືກຈັບກຸມ ເມື່ອຕົ້ນ
ເດືອນນີ້ ຈະຖືກຂັງຄຸກ ອີກສອງສັບປະດາ.

ສານແຫ່ງນຶ່ງ ໄດ້ຕົກລົງເຫັນດີ ກັບຄຳຮ້ອງຂອງບັນດາໄອຍະການ ເພື່ອກຳນົດການ
ຄວບຄຸມໂຕ ຄັ້ງທີສອງ ເປັນເວລາ 14 ວັນ ຕໍ່ ທ່ານ ວາ ລອນ ແລະ ທ່ານ ຈໍ ໂສ ອອດ
ໃນວັນພຸດມື້ນີ້. ການຂຶ້ນສານໃນວັນພຸດມື້ນີ້ ແມ່ນຄັ້ງທຳອິດ ທີ່ພວກຊາຍທັງສອງ ໄດ້
ອອກມາປາກົດໂຕຕໍ່ມວນຊົນ ນັບຕັ້ງແຕ່ພວກເຂົາໄດ້ຖືກຈັບກຸມ ເມື່ອວັນທີ 12 ທັນວາ
ຜ່ານມານີ້. ຫ້ອງການສານ ແມ່ນເຕັມໄປດ້ວຍພວກນັກຂ່າວ ແລະ ບັນດາສະມາຊິກ
ຄອບຄົວຂອງນັກຂ່າວທັງສອງ ຜູ້ທີ່ໄດ້ຖືກຫ້າມ ບໍ່ໃຫ້ພົບກັບ ສະມາຊິກຄອບຄົວຂອງ
ເຂົາເຈົ້າ ໃນລະຫວ່າງການຄວບຄຸມໂຕ ຢູ່ນັ້ນ.

ທ່ານ ວາ ລອນ ໄດ້ຢືນຢັນ ວ່າ ຕົນ ແລະ ຄູ່ຮ່ວມງານ ບໍ່ໄດ້ລະເມີດກົດໝາຍໃດໆ ແລະ
ຮັບປະກັນຕໍ່ບັນດາສະມາຊິກຄອບຄົວ ວ່າ ພວກເຂົາບໍ່ໄດ້ຖືກທຳຮ້າຍຮ່າງກາຍ.

ທ່ານ ວາ ລອນ ອາຍຸ 31 ປີ ແລະ ທ່ານ ຈໍ ໂສ ອອດ ອາຍຸ 27 ປີ ໄດ້ຖືກສືບສວນ
ສອບສວນ ໃນຂໍ້ຫາ ລະເມີດ ກົດໝາຍລັບຂອງທາງການມຽນມາ. ທັງສອງ ໄດ້ທຳການ
ລາຍງານເລື່ອງ ປະຕິບັດການ ທີ່ໂຫດຮ້າຍທາລຸນ ຂອງພວກທະຫານ ຕໍ່ພວກຊົນເຜົ່າ
ໂຣຮິ່ງຢາ ມຸສລິມ ຢູ່ໃນລັດຣາໄຄ. ກະປະມານໄດ້ວ່າ ມີ ຊາວໂຣຮິ່ງຢາ 655,000 ຄົນ
ໄດ້ພາກັນຫລົບໜີ ຂ້າມໄປຍັງ ບັງກລາແດັສ ເພື່ອຫລີກເວັ້ນຄວາມຮຸນແຮງ ຊຶ່ງອົງການ
ສະຫະປະຊາຊາດ ໄດ້ບັນລະຍາຍວ່າ ເປັນ “ກໍລະນີແບບສະບັບ” ຂອງການຂ້າລ້າງ
ຊົນຊາດຊົນເຜົ່າ.

ທ່ານ ວາ ລອນ ແລະ ທ່ານ ຈໍ ໂສ ອອດ ຈະປະເຊີນໜ້າກັບໂທດຈຳຄຸກ 14 ປີ ຖ້າຫາກ
ຖືກພົບເຫັນວ່າ ມີຄວາມຜິດ ພາຍໃຕ້ກົດໝາຍລັບຂອງທາງການ ນັ້ນ.

Myanmar Detained Journalists
please wait

No media source currently available

0:00 0:01:08 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG