ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ນັກ​ຂ່າວ ​ຫຼົບໜີ ​ຈາກອັຟກາ​ນິສຖານ ຍ້ອນເປັນ​ຫ່ວງ​ ດ້ານ​ຄວາມ​ປອດ​ໄພ​


ພວກໄວ້ທຸກພາກັນຫາມສົບຜູ້ເຄາະຮ້າຍ ຈາກການໂຈມຕີ ດ້ວຍລະເບີດ ທີ່ພິທີສົ່ງສະການ ໃນນະຄອນຫຼວງ Kabul ປະທດ Afghanistan.
ພວກໄວ້ທຸກພາກັນຫາມສົບຜູ້ເຄາະຮ້າຍ ຈາກການໂຈມຕີ ດ້ວຍລະເບີດ ທີ່ພິທີສົ່ງສະການ ໃນນະຄອນຫຼວງ Kabul ປະທດ Afghanistan.

ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ຂອງ​ອັຟກາ​ນິສຖານ ຄາດ​ຄະ​ເນ​ວ່າ ມີພວກ​ນັກ​ຂ່າວ 300 ຄົນ​ໄດ້​ຫລົບໜີ​ຈາກອັຟກາ​ນິສຖານ ​ໄປ​ຢູ​ໂຣບ​ໃນ​ປີທີ່​ຜ່ານ​ມາ ​ເພາະວ່າ​ມີ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ເພີ້ມຂຶ້ນ.

ພວກ​ນັກ​ຂ່າວ​ຮວມທັງບັນດາ​ພະນັກງານ​ໂທລະພາບ​ທີ່​ສຳ​ຄັນເຊັນ​ວ່າ 1TV ​ແລະ Tolo ຊຶ່ງ​ເປັນ​ອົງການອອກ​ອາກາດ​ເອກ​ກະ​ຊົນຂັ້ນ​ແນວ​ໜ້າ​ຂອງປະ​ເທດ​ ​ອີງ​ຕາມ​ທ່ານ Sidi- qullah Tawhidi ຈາກ​ອົງການ Nai-Supporting Open Media ​ໃນ​ອັຟກາ​ນິສຖານ ທີ່ເປັນ​ອົງການສະໜັບສະໜຸນ​ສື່​ມວນ​ຊົນ​ໃນ​ທ້ອງ​ຖິ່ນ.

ພວກ​ນັກ​ຂ່າວ​ຈຳນວນ​ນຶ່ງ​ໄດ້​ຫລົບໜີ​ເປັນ​ກຸ່ມ​ໃນ​ຈຳນວນ 15 ຫາ 20 ຄົນ​ໃນ​ຂະນະ​ທີ່​ຄົນ​ອຶ່ນໆ​ ຫລົບໜີ​ອອກ​ຈາກ​ປະ​ເທດ ໄປພ້ອມ​ກັບ​ຄອບ​ຄົວເຂົາ​ເຈົ້າ. ທ່ານ Tawhidi ກ່າວ​ຢູ່ໃນການ​ສຳພາດ​ຜ່ານ​ທາງ​ໂທລະ​ສັບກັບ ກັບວີ​ໂອ​ເອ ​ພະ​ແນ​ກພາສາ​ອັຟກາ​ນິສຖານ​ວ່າ “ຈຳ​ນວນ​ນຶ່ງ​ໄດ້ໄປເຖິງ​ຢູ​ໂຣບ. ອີ​ກຈຳນວນ​ນຶ່ງ​ໄດ້​ເຂົ້າ​ໄປໃນ​ເທິ​ກີ ຫລື​ກຣິສ.”

ທ່ານ Tawhidi ກ່າວ​ວ່າ ກຸ່ມ​ຂອງທ່ານ ​ໄດ້ສຳ​ຫລວດເບິ່ງ​ອົງການ​ຂ່າວ​ຕ່າງໆ​ໃນ​ທົ່ວ​ອັຟ ກາ​ນິສຖານ ​ເພື່ອກະ​ປະມານ​ເບິ່ງ​ບັນດາ​ນັກ​ຂ່າວ ​ທີ່​ໄດ້​ຫລົບໜີ​ອອກ​ຈາກ​ປະ​ເທດ ​ແລະ ທ່ານ Tawhidi ກ່າວເພີ້​ມອີກ​ວ່າ ມີ​ພວກ​ແມ່ຍິງ ​ແລະ​ເດັກ ນ້ອຍ 40 ຫາ 50 ຄົນ ​ຮວມຢູ່ ໃນ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG