ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກຂ່າວ ຖືກຂໍ້ຫາ ນຳເອົາໂດຣນ ເຂົ້າໄປ ໃນມຽນມາ ແບບຜິດກົດໝາຍ


ນັກຂ່າວສິງກະໂປ Lau Hon Meng (ກາງຊ້າຍ) ແລະ ນັກຂ່າວມາເລເຊຍ Mok Choy Lin ຖືກກ່າວຫາວ່າ ໃຊ້ໂດຣນ ແບບຜິດກົດໝາຍ ໃນມຽນມາ. (10 ພະຈິກ 2017)
ນັກຂ່າວສິງກະໂປ Lau Hon Meng (ກາງຊ້າຍ) ແລະ ນັກຂ່າວມາເລເຊຍ Mok Choy Lin ຖືກກ່າວຫາວ່າ ໃຊ້ໂດຣນ ແບບຜິດກົດໝາຍ ໃນມຽນມາ. (10 ພະຈິກ 2017)

ນັກຂ່າວ 3 ຄົນ ແລະຄົນຂັບລົດຂອງພວກເຂົາເຈົ້າ ອາດຈະໄດ້ຮັບໂທດຈຳຄຸກເຖິງ 3
ປີ ຍ້ອນມີການກ່າວຫາ ກ່ຽວກັບການລະເມີດກົດໝາຍການນຳເຂົ້າຂອງມຽນມາໂດຍ
ນຳເອົາເຮືອບິນບໍ່ມີຄົນຂັບຫຼື Drone ເຂົ້າໄປໃນປະເທດດັ່ງກ່າວ ເພື່ອຖ່າຍທຳສາລະ
ຄະດີໃຫ້ແກ່ໂທລະພາບ TRT ຂອງລັດຖະບານເທີກີ.

ນັກຂ່າວ Mok Choy Lin ຈາກມາເລເຊຍ ແລະ Lau Hon Meng ຈາກສິງກະໂປ
ນັກຂ່າວທ້ອງຖິ່ນ Ko Aung Naing Soe ແລະ ຄົນຂັບລົດ U Hla Tin ໄດ້ຖືກຈັບ ທີ່ນະຄອນຫຼວງເນປີດໍ ເມື່ອວັນທີ 26 ຕຸລາຜ່ານມາ ຫລັງຈາກໄດ້ສຳພາດສະມາຊິກ
ສະພາທ່ານນຶ່ງ ແລະຫຼັງຈາກນັ້ນກໍນຳເອົາ Drone ອອກມາເພື່ອຖ່າຍພາບທາງອາ
ກາດ ຂອງຕຶກສະພາ.

ພວກເຂົາເຈົ້າ ໄດ້ຖືກຕັດສິນ ໃຫ້ຕິດຄຸກ 2 ເດືອນ ໃນການດຳເນີນຄະດີແບບຮວບ
ຮັດຕັດຕອນ ທີ່ໄດ້ລະເມີດກົດໝາຍວ່າດ້ວຍເຮືອບິນຂອງປະເທດສະບັບປີ 1934.

ທ່ານ Aung Naing Soe (ຊ້າຍ) ນັກຂ່າວມຽນມາ ພ້ອມທັງເປັນ ນາຍພາສາ ທ່ານ Hla Tin ຄົນຂັບລົດຊາວມຽນມາ ແລະທ່ານ Lau Hon Meng ນັກຂ່າວສິງກະໂປ ທີ່ໄປປາກົດໂຕຢູ່ສານ ຍ້ອນຖືກກ່າວຫາວ່າ ໃຊ້ໂດຣນ ແບບຜິດກົດໝາຍ
ທ່ານ Aung Naing Soe (ຊ້າຍ) ນັກຂ່າວມຽນມາ ພ້ອມທັງເປັນ ນາຍພາສາ ທ່ານ Hla Tin ຄົນຂັບລົດຊາວມຽນມາ ແລະທ່ານ Lau Hon Meng ນັກຂ່າວສິງກະໂປ ທີ່ໄປປາກົດໂຕຢູ່ສານ ຍ້ອນຖືກກ່າວຫາວ່າ ໃຊ້ໂດຣນ ແບບຜິດກົດໝາຍ

ໂທລະພາບ TRT ກ່າວວ່າ ພວກນັກຂ່າວໄດ້ຮັບອະນຸຍາດຕ່າງໆຕາມທີ່ກຳນົດໄວ້ສຳ ລັບເຮັດສາລະຄະດີ ຂອງພວກເຂົາເຈົ້າ ແຕ່ເຈົ້າໜ້າທີ່ໆທຳການຈັບກຸມກ່າວວ່າ ເຂົາ
ເຈົ້າບໍ່ໄດ້ແຈ້ງວ່າ ເຂົາເຈົ້າມີ Drone ຢູ່ໃນຄວາມຄອບຄອງ ເວລາເຂົາເຈົ້າເຂົ້າໄປໃນ
ມຽນມາ.

ໃນຄວາມພະຍາຍາມ ເພື່ອຢາກໃຫ້ຍົກເລີກ ຂໍ້ຫານຳເຂົ້າ ທະນາຍຄວາມຂອງພວກ
ເຂົາເຈົ້າກ່າວອ້າງວ່າ ບຸກຄົນທັງສີ່ໄດ້ຕົກຢູ່ໃນອັນຕະລາຍ ເພີ້ມຂຶ້ນເປັນສອງເທົ່າໃນ
ເມື່ອວ່າພວກເຂົາເຈົ້າໄດ້ຖືກໂທດຢູ່ແລ້ວໃນຄະດີດັ່ງກ່າວ. ການດຳເນີນຄະດີໃນຂັ້ນ
ຕໍ່ໄປແມ່ນຈະມີຂຶ້ນໃນວັນຈັນຈະມານີ້.

ໃນການໂອ້ລົມກັບນັກຂ່າວຢູ່ທີ່ສານນັ້ນ ນັກຂ່າວ Mok Choy Lin ກ່າວວ່າ ພວກເຂົາ
ເຈົ້າຍັງມືດຢູ່ ກ່ຽວກັບຂັ້ນຕອນທາງດ້ານກົດໝາຍ.

ຍານາງອະທິບາຍວ່າ “ພວກເຮົາບໍ່ຮູ້ວ່າ ແມ່ນຫຍັງກຳລັງເກີດຂຶ້ນ. ພວກເຮົາບໍ່ເຂົ້າໃຈ
ເລີຍ ກ່ຽວກັບລະບົບກົດໝາຍຂອງພວກເຂົາເຈົ້າ. ພວກເຮົາບໍ່ເຂົ້າໃຈພາສາເຂົາເຈົ້າ
ແລະບໍ່ມີໃຜອະທິບາຍໃຫ້ພວກເຮົາຮູ້ເລີຍ. ສຳລັບອາທິດທຳອິດໃນການຖືກຄຸມຂັງນັ້ນ
ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ ແມ່ນກະທັງ ພົບກັບຄອບຄົວ ຫຼືທະນາຍຄວາມ ຂອງ ພວກເຮົາເລີຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG