ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກ​ຂ່າວອັ​ຟ​ກາ​ນິ​ສ​ຖານ ​ຖືກ​ແທງ ທີ່​ຫົນ​ທາງ​ສາຍ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ກາບ​ູ​ລ


ນັກ​ຂ່າວ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ອ່ານ​ຂໍ້​ຄວາມ​ທີ່​ສົ່ງ​ໄປ​ໃຫ້ ​ໂດຍ​ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່​ນະ​ຄອນ​ຫຼວງ​ກາບ​ູ​ລ ເມື່ອ​ວັນ​ທີ 6 ກຸມ​ພາ ປີ 2019.
ນັກ​ຂ່າວ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ອ່ານ​ຂໍ້​ຄວາມ​ທີ່​ສົ່ງ​ໄປ​ໃຫ້ ​ໂດຍ​ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່​ນະ​ຄອນ​ຫຼວງ​ກາບ​ູ​ລ ເມື່ອ​ວັນ​ທີ 6 ກຸມ​ພາ ປີ 2019.

ການ​ໂຈມ​ຕີ​ນັກ​ຂ່າວ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ທີ່​ຖືກ​ແທງ​ຢູ່​ນະ​ຄອນ​ຫຼວງ​ກາ​ບູ​ລ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມານີ້ ໄດ້​ສ້າງຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່​ສື່ມວນ​ຊົນ​ຂອງ​ປະ​ເທດ.

ທ້າວ​ຈາ​ເວດ ຢູ​ຊູ​ຟູ​ ນັກ​ຂ່າວ​ຈາກ​ອົງ​ການ​ຂ່າວ​ອິດ​ສະ​ຫຼະ ຢູ​ຟຸກ (Ufug) ໄດ້​ຖືກ​ໂຈມ​ຕີ​ປະ​ມານ 6 ໂມງ​ແລງ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຢູ່​ທີ່​ຄຸ້ມ​ຊຶ່ງ​ປະ​ຊາ​ຊົນສ່ວນ​ໃຫຍ່​ເປັນ​ຊາວ​ຮາ​ຊາ​ຣາທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ​ນິ​ກາຍ​ຊີ​ໄອ​ທ໌ ໃນ​ພາກຕາ​ເວັນ​ຕົກ​ຂອງ​ນະ​ຄອນ​ຫຼວງ​ກາ​ບູ​ລ ອີງ​ຕາມບໍ​ລິ​ສັດ​ທີ່ຈ້າງ​ວຽກ​ແລະ​ພວກ​ສະໜັບ​ສະ​ໜູນ​ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ.

ຜູ້​ຊາຍ 3 ຄົນ​ທີ່​ມີ​ມີດ​ເປັນ​ອາ​ວຸດ ໄດ້​ແທງ​ທ້າວ​ຢູ​ຊູ​ຟູ ຫຼາຍໆ​ຄັ້ງ ຊຶ່ງ​ເຮັດ​ໃຫ້​ຜູ້​ກ່ຽວ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ. ເວ​ລານີ້ ລາວ​ຍັງ​ຢູ່​ໃນ​ລະ​ຫວ່າງ​ການ​ຮັກ​ສາ​ພິ​ເສດທີ່​ໂຮງ​ໝໍ​ທ້ອງ​ຖິ່ນ ອີ​ງ​ຕາມ​ລາຍ​ງານ​ຂອງ​ບໍ​ລິ​ສັດ​ທີ່ຈ້າງວຽກ​ລາວ ບອກ​ກັບ​ທາງ​ເວັບໄຊ​ທ໌ຂອງ​ອົງ​ການ​ຂ່າວ.

ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ​ໄດ້​ຖິ້ມ​ໂທ​ດ​ໃສ່​ພວກ​ຄົນ​າ​ຂີ້​ລັກ ທີ່​ຢາກ​ປຸ້ນເອົາ​ເງິນ​ລາວ.

ແຕ່​ອົງ​ການ​ຂ່າວ​ຢູ​ຟຸກກ່າ​ວວ່າ ພວກ​ໂຈມ​ຕີ​ໃນ​ຄັ້ງ​ນີ້ ບໍ່​ໄດ້​ເອົາ​ເງິນ​ຂອງ​ທ້າວ​ຢູ​ຟຸກ ຫຼື​ໂທ​ລະ​ສັບ​ມື​ຖື​ຂອງ​ລາວ ຊຶ່ງ​ແນະ​ໃຫ້​ເຫັນ​ວ່າ ມັນ​ບໍ່​ແມ່ນ​ປຸ້ນ​ຈີ້ເອົາ​ເຄື່ອງ​ຂອງ.

ອົງ​ການ​ຂ່າວ​ຢູ​ຟຸກ​ໄດ້​ປະ​ນາມ​ການ​ໂຈມ​ຕີ​ດັ່ງ​ກ່າວ ແລະ​ຮຽກ​ຮ້ອງ​ຕໍ່​ກຸ່ມ​ຕາ​ລີ​ບານກຸ່ມ​ສື່ມວນ​ຊົນ ແລະ​ອົງ​ການ​ລະ​ຫວ່າງ​ປະ​ເທດ “ໃຫ້​ເອົາ​ບາດ​ກ້າວ​ຢ່າງ​ແຂງ​ຂັນແລະ​ໃນ​ທາງ​ຕົວ​ຈິງເພື່ອ​ໃຫ້​ກາ​ນ​ສະ​ໜັບ​ສະ​ໜູນ ​ຕໍ່​ອິດ​ສະ​ຫຼະ​ພາບ​ໃນ​ການ​ສະ​ແດ​ງ​ອອກ​ຊຶ່ງຄວາມ​ຄິດ​ຄວາມ​ເຫັນ​ ແລະ​ຄວາມ​ປອດ​ໄພ​ຂອງ​ພວກ​ນັກ​ຂ່າວ.”

ການ​ໂຈມ​ຕີ​ທ້າວ​ຢູ​ຊູ​ຟູ ມີ​ຂຶ້ນ​ໃນ​ອາ​ທິດ​ດຽວ​ກັນ​ກັບ​ທີ່​ນັກ​ຂ່າວ​ຄົນ​ນຶ່ງ​ໄດ້​ຖືກ​ທຸບ​ຕີ ແລະ​ຢຶດ​ເອົາ​ອຸບ​ປະ​ກອນ​ຂອງ​ລາ​ວໄປ​ແລະ​ນັກ​ຂ່າວ​ຢ່າງ​ໜ້ອຍ 3 ຄົນ​ໄດ້​ຖືກ​ຄຸມ​ຂັງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG