ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂ່າວທີ່​ຖືກ​ກັກ​ຂັງໃນ ໂປ​ແລນໃນ ​ຂໍ້​ຫາ​ວ່າ​ ເປັນ​ນັກ​ສືບ ໄດ້​ເອົາ​ຄະ​ດີ ​ຂອງ​ຕົນ ​ຂຶ້ນ​ໄປ​ຫາ​ສານ​ຢູ​ໂຣບ


ນາງ Oihana Goiriena, ພັນ​ລະ​ຍາ​ຂອງນັກ​ຂ່າວ Pablo Gonzalez ສະ​ແດງ​ຮູບ​ຂອງ​ສາ​ມີ​ນາງຢູ່​ໂທ​ລະ​ສັບ, ພາຍ​ຫລັງ​ທີ່ລາວ​ຖືກ​ກັກ​ຂັງໂດຍ​ເຈົ້າ​ໜ້າ​ທີ່ ໂປ​ແລນໃນ​ຂໍ້​ຫາ​ວ່າ​ເປັນ​ນັກ​ສືບ ຢູ່ໃນເມືອງ Nabarniz, ສະ​ເປນ, ວັນ​ທີ 5 ມີ​ນາ, 2022.
ນາງ Oihana Goiriena, ພັນ​ລະ​ຍາ​ຂອງນັກ​ຂ່າວ Pablo Gonzalez ສະ​ແດງ​ຮູບ​ຂອງ​ສາ​ມີ​ນາງຢູ່​ໂທ​ລະ​ສັບ, ພາຍ​ຫລັງ​ທີ່ລາວ​ຖືກ​ກັກ​ຂັງໂດຍ​ເຈົ້າ​ໜ້າ​ທີ່ ໂປ​ແລນໃນ​ຂໍ້​ຫາ​ວ່າ​ເປັນ​ນັກ​ສືບ ຢູ່ໃນເມືອງ Nabarniz, ສະ​ເປນ, ວັນ​ທີ 5 ມີ​ນາ, 2022.

ໃນຈົດໝາຍທີ່​ສົ່ງມາຈາກຄຸກນັ້ນ, ນັກຂ່າວອິດສະລະ, ທ້າວປາ​ໂບ​ລ ກອນ​ຊາ​ເລ (Pablo González) ກ່າວວ່າ ເຈົ້າ​ໜ້າ​ທີ່ສືບລັບບອກລາວໃຫ້ “ກິນແມງ ວັນ ຫຼືແມງໄມ້” ຖ້າລາວຕ້ອງການຮັກສາລະດັບໂປຣຕິນຂອງລາວໃຫ້ສູງຂຶ້ນ.

ທ້າວກອນ​ຊາ​ເລ, ຜູ້​ທີ່​ຖືກ​ຄຸມ​ຂັງ​ຢູ່​ໃນ​ປະ​ເທດ​ໂປ​ແລນ ​ເປັນ​ເວ​ລາ 8 ເດືອນນັ້ນ —ເກືອບວ່າຖືກ​ກັກ​ຂັງ​ທີ່ເຄັ່ງ​ຄັດຕະ​ຫລອດເລີຍ —ຕາມ​ທີ່​ລາວກ່າວ​ຢູ່​ໃນ​ຈົດ​ໝາຍ​ທີ່ວີ​ໂອ​ເອເຫັນ​ວ່າ ລາວ​ບໍ່​ໄດ້​ຮັບອາ​ຫານ​ພຽງ​ພໍ ດັ່ງ​ນັ້ນ ​ຈຶ່ງ​ຖືກ​ບັງ​ຄັບ​ໃຫ້​ຊື້ອາ​ຫານ​ຈາກ​ຄຸກ.

​ໂດຍຖືກເຈົ້າ​ໜ້າ​ທີ່​ໂປ​ແລນຈັດ​ອັນ​ດັບວ່າ​ເປັນ “ນັກ​ໂທດ​ອັນ​ຕະ​ລາຍ”, ນັກ​ຂ່າວຄົນ​ນີ້ ​ທີ່​ບໍ່​ມີ​ຄະ​ດີ​ອາ​ຍາກ່າວ​ວ່າ ລາວ​ຖືກ​ໃສ່ກັບ​ມື ແລະຖືກຕິດ​ຕາມໂດຍ ຄົນ​ຍາມ​ເຖິງ 5 ຄົນ ​ໃນທຸກ​ຄັ້ງ​ທີ່​ລາວ​ອອກ​ຈາກ​ຫ້ອງຂັງ​ໄປ.

ດຽວນີ້ທ້າວກອນ​ຊາ​ເລກຳລັງເອົາຄະດີຂອງ​ລາວ ຍື່ນ​ຕໍ່ສານສິດທິມະນຸດຂອງຢູ​ໂຣ​ບໃນນະ​ຄອນ​ສ​ຕ​ຣັ​ສ​ເບີກ (Strasbourg), ຊອກຫາການຮັບປະກັນ ການ ປ່ອຍຕົວລາວໃນເຫດຜົນທີ່ວ່າ ເງື່ອນໄຂໃນການຈໍາຄຸກຂອງລາວ ຂັດກັບສິດທິ​ທາງລັດຖະທໍາມະນູນຂອງລາວ.

ທີ່ນະ​ຄອນ​ຫລວງ​ມາດ​ຣິດນັ້ນ ໃນວັນອັງຄານວານນີ້ ອົງການຈັດຕັ້ງສື່ມວນຊົນ ແລະ ທະນາຍຄວາມໄດ້ຈັດການປະທ້ວງ ຢູ່ຕໍ່ຫນ້າກະຊວງການຕ່າງປະເທດ ສະເປນ ເພື່ອສະຫນັບສະຫນູນທ້າວກອນ​ຊາ​ເລ ແລະໄດ້ສົ່ງຈົດຫມາຍປະທ້ວງ ຕໍ່ກັບສະຖານທູດໂປແລນໃນມາດ​ຣິດ.

ໃນເດືອນກຸມພາຜ່ານ​ມາ ໂປແລນໄດ້ສັ່ງໃຫ້ກັກ​ຂັງທ້າວກອນ​ຊາ​ເລ ຢູ່ໃນຄຸກ ກ່ອນການພິຈາລະນາຄະດີ ໃນຂະນະທີ່ເຈົ້າຫນ້າທີ່ສືບສວນການກ່າວຫາວ່າ ລາວເປັນສອດແນມຂອງຣັດເຊຍ - ຊຶ່ງ​ເປັນຂໍ້ກ່າວຫາທີ່ນັກຂ່າວໄດ້ປະຕິເສດ. ໄລຍະເວລາກ່ອນພິ​ຈາ​ລະ​ນາ​ຄະ​ດີ ນັ້ນໄດ້ຍືດອອກໄປໃນເດືອນສິງຫາ ເປັນອີກສາມເດືອນ.

ອົງການສືບລັບຂອງໂປແລນອ້າງວ່າ ທ້າວກອນ​ຊາ​ເລ ໃຊ້ບົດບາດໃນ​ການ ເປັນນັກຂ່າວຂອງລາວ ເປັນການປົກປິດເລື້ອງສອດແນມ, ແຕ່ເຈົ້າຫນ້າທີ່ບໍ່ໄດ້ ເປີດເຜີຍຫຼັກຖານສະຫນັບສະຫນູນໃດໆ.

ເອກະສານທາງດ້ານກົດໝາຍທີ່ວີໂອເອເຫັນ ບໍ່ໄດ້ໃຫ້ຄວາມເຫັນໂດຍກົງຕໍ່ການ ສືບສວນນັ້ນ. ກົງ​ກັນ​ຂ້າມ ພວກເຂົາເຈົ້າເວົ້າວ່າ ສະຖານະພາບຂອງການ​ເປັນ "ນັກໂທດອັນຕະລາຍ" ນັ້ນແມ່ນບໍ່ມີມູນ​ຄວາມ​ຈິງ.

ເອກະສານຂອງສານກ່າວວ່າ "ມັນເຮັດໃຫ້ເກີດຜົນສະທ້ອນຫຼາຍຢ່າງທີ່ທໍາລາຍ ສິດທິຂອງ [ລາວ], ກຽດສັກສີ ແລະສຸຂະພາບຂອງລາວ,"

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG