ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ ICIJ ເຈາະເລິກ ຂໍ້ມູນທີ່ຮົ່ວໄຫຼ ຈາກ ເອກ​ກະສາ​ນ Panama


ທ່ານນາງ Marina Walker Guevara ຮອງ​ຜູ້ອຳນວຍການ ຂອງ​ອົງການກວດກາ​ແລະ​ສືບສວນ​ຂ່າວ​ນາໆຊາດ ກ່າວເຖິງ ການຮົ່ວໄຫຼ ຂອງເອກ​ກະສາ​ນ Panama.
ທ່ານນາງ Marina Walker Guevara ຮອງ​ຜູ້ອຳນວຍການ ຂອງ​ອົງການກວດກາ​ແລະ​ສືບສວນ​ຂ່າວ​ນາໆຊາດ ກ່າວເຖິງ ການຮົ່ວໄຫຼ ຂອງເອກ​ກະສາ​ນ Panama.

ຄື້ນຟອງ​ທີ່​ເລີ້ມຂຶ້ນ ​ໃນ​ເດືອນ​ແລ້ວນີ້ ກ່ຽວ​ກັບ​ເລື້ອງ​ລາວ​ຕ່າງໆ​ຂອງເອກ​ກະສາ​ນ Pana- ma ​ ​ໄດ້​ສະ​ແດງ​ອອກ​ເຖິງ​ການ​ທີ່​ພວກ​ຜູ້​ຄົນ​ຊັ້ນ​ສູງ​ໃນ​ທົ່ວ​ໂລກ ​ໄດ້​ສວຍ​ໃຊ້ບ່ອນ​ຫລົບ​ລີ້ບໍ່​ເສຍ​ພາສີ​ໃນຕ່າງປະ​ເທດ ​ເພື່ອປົກ​ປິດ​ຄວາມ​ຮັ່ງມີ​ຂອງ​ພວກ​ເຂົາ​ເຈົ້ານັ້ນ ​ໄດ້​ເຮັດ​ໃຫ້​ບັນດາ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ Iceland ​ແລະ Spain ຕົກ​ຈາກອຳນາດ ​ແລະນຳ​ຄວາມ​ອັບອາຍ​ຂາຍໜ້າ ມາສູ່ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ແລ​ະມີ​ການ​ກ່າວ​ຫາວ່າ ທຳ​ການ​ຟອກ​ເງິນ ​ໂດຍ​ຄະນະຮ່ວມງານ​ຂອງ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin.

ທາງອົງການກວດກາ​ແລະ​ສືບສວນ​ຂ່າວ​ນາໆຊາດ ຫຼື ICIJ ກ່າວ​ວ່າ “ການ​ເປີດ​ເຜີຍ​ຂໍ້​ມູນ ສາທາລະນະ​ ໃນ​ວັນ​ຈັນ​ວານ​ນີ້ ​ແມ່ນມີ​ຜົນ​ກະທົບ​ທີ່​ຮ້າຍ​ແຮງ​ທີ່ອາດ​ເປັນ​ໄປ​ໄດ້ ຊຶ່ງ​ໄດ້​ເກັບ​ກຳ​ຂໍ້​ມູນ​ຕ່າງໆ ​ຫຼາຍ​ກວ່າ 11 ລ້ານ 5 ​ແສນໜ້າ ທີ່​ຮົ່​ວ​ໄຫຼ ຈາກ​ຫ້ອງການ​ທະນາຍ ຄວາມ ຂອງ​ຊາວ Panama ​ແລະ​ເລີ້ມ​ຕົ້ນ​ທີ່​ຈະ​ແບ່ງ​ປັນ​ກັບ​ບັນດາ​ນັກ​ຂ່າວພຽງ​ບໍ່​ເທົ່າ​ໃດ​ກຸ່ມ​ເທົ່າ​ນັ້ນ.”

ພາບວີດີໂອຈາກນັກຂ່າວ VOA Zlatica Hoke:

Panama Papers Go Online
please wait

No media source currently available

0:00 0:01:44 0:00

ທ່ານ​ນາງ Marina Walker Guevara ຮອງ​ຜູ້ອຳນວຍການ ຂອງ​ອົງການ ICIJ ກ່າວຕໍ່ VOA​ ​ໃນວັນຈັນ​ວານ​ນີ້ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ນັ້​ນແມ່ນການ​ເປີດ​ເຜີຍ​ທີ່​ໃຫຍ່​ສຸດ ຊຶ່ງ​ພວກ​ເຮົາໄດ້​ມອບ​ອຳນາດໃຫ້​ກັບ​ຄືນ​ໄປ​ສູ່​ມື​ຂອງປະຊາຊົນ.”

​ໃນ​ເວລາ 2 ​ໂມງຂອງ​ບ່າຍ​ວັນ​ຈັນ​ວານ​ນີ້ ຂອງ​ເວລາ​ທ້ອງ​ຖິ່ນ​ໃນ​ພາກຕາ​ເວັນ​ອອກ​ຂອງ​ສະຫະລັດ ອົງການກວດກາ​ແລະ​ສືບສວນນາໆ​ຊາດ ສາມາ​ດທີ່​ຈະ​ເຂົ້າ​ເຖິງ​ຂໍ້​ມູນ​ທາງ​ website ​ເພື່ອ​ຄົ້ນ​ຫາ​ຂໍ້​ມູນ​ຂອງ​ບັນຊີ​ຊື່​ຂອງ​ພວກ​ທີ່​ມີ​ບັນຊີຕ່າງປະ​ເທດ ທີ່​ຄາດ​ວ່າ ​ຕິດ​ຕໍ່​ໄປ​ຍັງ​ເຈົ້າ​ຂອງ​ບັນຊີ ຫຼາຍ​ກວ່າ 200 ປະ​ເທດ ​ແລະ​ດິນ​ແດນ​ຕ່າງໆນັ້ນ. ຂໍ້​ມູນ​ສະຖິຕິ ​ໄດ້​ເປັນ​ສາຍ​ຊະ​ນວນຕໍ່​ຂໍ້ມູນພື້ນຖານ ຈາກ​ເອກ​ກະສາ​ນ Panama ທີ່​ລະບຸ​ວ່າ ສຳນັກງານ​ທະນາຍຄວາມ Mossack Fonseca ນັ້ນ ​ຖືກ​ລັກຂະ​ໂມ​ຍ ​ແລະ​ຂໍ້​ມູນ​ຄ້າຍຄື​ກັນນັ້ນ ຈາກ ການ​ສືບສວນຄັ້ງ​ກ່ອນ ​ແມ່ນ​ເປັນ​ການ​ຫລົບ​ລີ້​ການ​ເສຍ​ພາສີ​ຕ່າງໆ.

ຂໍ້​ມູນ​ຕ່າງໆ​ກ່ຽວບັນດາ​ບໍລິສັດ​ທັງຫຼາຍ ກອງ​ທຶນ ​ແລະ​ອົງການ​ພື້ນຖານ​ຕ່າງໆ ນັ້ນ​ແມ່ນ​ສາມາດ​ຄົ້ນ​ຫາ​ໄດ້ ​ໂດຍປະ​ເທດ​ ຊື່ ທີ່ຢູ່ ​ແລະ​ທາງ​ອື່ນໆ​ນຳ​ອີກ. ຂໍ້​ມູນ​ຫຼໍ່​ແຫຼມ​ທັງຫຼາຍ ​ເຊັ່ນ​ບັນຊີ​ທະນາຄານ ​ແລ​ະ​ຂໍ້​ມູນ​ສ່ວນ​ບຸກຄົນ ນັ້ນ​ແມ່ນ​ໄດ້​ຖືກ​ລຶບ​ຖິ້ມ.

ICIJ Deputy Director Marina Walker Guevara on the Panama Papers
please wait

No media source currently available

0:00 0:00:42 0:00

ກະລຸນາອ່ານຂ່າວນີ້ເປັນພາສາອັງກິດ ເພີ້ມຕື່ມ

XS
SM
MD
LG