ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຣັດເຊຍ ທີ່ຄິດວ່າ ເສຍຊີວິດແລ້ວ ອອກມາ ປາກົດຕົວ


Babchenko Appears at Press Conference
please wait

No media source currently available

0:00 0:00:37 0:00

ຫົວໜ້າໜ່ວຍຮັກສາຄວາມປອດໄພຂອງຢູເຄຣນ ໃນປັດຈະບັນນີ້ກ່າວວ່າ ອົງການ
ຂອງທ່ານແມ່ນເປັນຜູ້ວາງແຜນ ເພື່ອໃຫ້ນັກຂ່າວສົງຄາມຄົນສຳຄັນຂອງຣັດເຊຍ ແລະຜູ້ຕ້ອງຕິວັງເຄຣັມລິນ ໄດ້ເຮັດຕິວ່າຕົວເອງໄດ້ເສຍຊີວິດແລ້ວ ຊຶ່ງເປັນສ່ວນນຶ່ງ
ຂອງການທີ່ຈະຊ່ອຍຊີວິດຂອງລາວໄວ້.

ນັກຂ່າວ ຜູທີ່ຄິດວ່າຕາຍແລ້ວນັ້ນ ໄດ້ເຮັດໃຫ້ພວກນັກຂ່າວຄົນອື່ນໆຕົກ ສະເງີ້ ເວລາລາວໄດ້ປາກົດຕົວແລະຍັງແຂງແຮງດີ ໃນວັນພຸດວານນີ້, ນຶ່ງມື້ ຫຼັງຈາກທີ່
ໄດ້ມີລາຍງານວ່າ ລາວໄດ້ຖືກຍິງແລະເສຍຊີວິດ ໃນຂັ້ນ ໄດທາງຂຶ້ນຕຶກຫ້ອງແຖວ
ທີ່ລາວອາໄສຢູ່ໃນນະຄອນກີີຢິບ (Kyiv) ນັ້ນ.

ທ່ານວາຊີລ ຮຣີຕຊັກ (Vasyl Hrytsak) ເຈົ້າໜ້າທີ່ຂອງໜ່ວຍຮັກສາຄວາມປອດ
ໄພຂອງຢູເຄຣນ ທີ່ເອີ້ນຫຍໍ້ວ່່າ SBU ຢືນຢູ່ຄຽງຂ້າງ ທ່ານບັບເຊັງໂກ (Babchen-
ko) ທີ່ເຫັນໃນໂທລະພາບ ຂອງກອງປະຊຸມຖະແຫຼງຂ່າວເມື່ອວັນພຸດວານນີ້
ໃນຂະນະທີ່ທ່ານໄດ້ກ່າວຄືນເຖິງເຫດການຕ່າງໆ ທີ່ນຳໄປສູ່ການພະຍາຍາມລອບ
ສັງຫານ, ອະທິບາຍເຖິງລາຍງານທີ່ແຕ່ງເຕີມເສີມສ້າງໃສ່ການຕາຍຂອງທ່ານຊຶ່ງແມ່ນ
ສ່ວນນຶ່ງຂອງການປະຕິບັດງານຂອງກຳລັງຮັກສາຄວາມປອດໄພ SBU ທີ່ໄດ້ມີການ
ວາງແຜນໄວ້2 ເດືອນແລ້ວນັ້ນ.

ທ່ານອັກຄາດີ ບັບເຊັງໂກ ນັກຂ່າວຣັດເຊຍ ( Arkady Babchenko) ໃນນະຄອນກີີຢິບ, ຢູເຄຣນ, 30 ພຶດສະພາ 2018.
ທ່ານອັກຄາດີ ບັບເຊັງໂກ ນັກຂ່າວຣັດເຊຍ ( Arkady Babchenko) ໃນນະຄອນກີີຢິບ, ຢູເຄຣນ, 30 ພຶດສະພາ 2018.

ການປະຕິບັດງານດັ່ງກ່າວ ແມ່ນເລີ້ມຈາກການທີ່ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວທີ່ບໍ່ຊາບ
ຊື່ ທີ່ໄດ້ກ່າວວ່າ ຊາຍສັນຊາດຢູເຄຣນຜູ້ນຶ່ງ ໄດ້ຮັບບາດເຈັບໃນຂະນະທີ່ກຳລັງຊື້ອາ
ວຸດ ໃນການທີ່ໄດ້ຮັບຈ້າງຂ້າຕາມສັນຍາ ທີ່ນະຄອນກີີຢິບ ຊຶ່ງໄດ້ສົ່ງສັນຍານໄປຫາ
ໜ່ວຍງານ SBU. ເຈົ້າໜ້າທີ່ ໄດ້ກ່າວວ່າ ທ່ານໄດ້ຮຽກຮ້ອງໃຫ້ຊອກຫາ ແລະຈ້າງຜູ້ໃດ
ຜູ້ນຶ່ງ ເພື່ອປະຕິບັດຕາມສັນຍາຈ້າງຂ້ານີ້.

ໃນການຕໍ່ລອງເຈລະຈານັ້ນ ທ່ານຮຣີຕຊັກ ໄດ້ກ່າວວ່າ ຊາຍຜູ້ທີ່ໄດ້ອ້າງວ່າ ເປັນໜ່ວຍ
ສືບລັບຂອງຣັດເຊຍ ໄດ້ສະເໜີໃຫ້ເງິນ 40 ພັນໂດລາ ໃນການລອບສັງຫານທີ່ວ່ານີ້.
ທ່ານໄດ້ກ່າວວ່າ ຜູ້ຕ້ອງສົງໄສນີ້ແມ່ນເປັນອະດີດນັກລົບ ຂອງພວກແບ່ງແຍກດິນແດນ|
ທີ່ເຄີຍໄດ້ສູ້ລົບໃນພາກຕາເວັນອອກຂອງຢູເຄຣນ.

ຄະນະສືບສວນຂອງກຳລັງຮັກສາຄວາມປອດໄພ SBU ໄດ້ເກນເອົາທ່ານບັບເຊັງໂກ ເຂົ້າໃນການປະຕິບັດງານ ທີ່ອອກແບບເພື່ອຈັບມືສັງຫານຣັດເຊຍ ໃນການແບບ
ຮວມຮັດຕັດຕອນ ຢູ່ໃນຕ່າງປະເທດ.

ຄະນະສືບສວນ ໄດ້ກ່າວວ່າ ຄົນກາງທີ່ໄດ້ຖືກມອບໝາຍໃຫ້ວ່າຈ້າງມືສັງຫານ ແມ່ນໄດ້
ຖືກຈັບຕົວແລ້ວ ແລະເຈົ້າໜ້າທີ່ຍັງໄດ້ກ່າວວ່າ ພວກເຂົາເຈົ້າຍັງໄດ້ເພີ້ມຫຼັກຖານແທ້ໆ ທີ່ພົວພັນກັບໜ່ວຍສືບລັບຣັດເຊຍ ກັບການລອບສັງຫານ ແນວໃດກໍຕາມ ພວກເຂົ້າເຈົ້າ
ຍັງບໍ່ຢາກເປີດເຜີຍຫຼັກຖານດັ່ງກ່າວເທື່ອ.

ໃນການຖະແຫຼງຕໍ່ພວກນັກຂ່າວນັ້ນ ທ່ານບັບເຊັງໂກ ກ່າວຕໍ່ຄອບຄົວຂອງທ່ານວ່າ ທ່ານເສຍໃຈທີ່ໄດ້ເຮັດຕິຕາຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຕຳຫຼວດຢູເຄຣນ ເຝົ້າຍາມ ໃນຂະນະທີ່ກອດໄມ້ສາງໄວ້ໃກ້ໆກັບທາງເຂົ້າຕືກອາຄານຫ້ອງແຖວ ທ່ານອັກຄາດີ ບັບເຊັງໂກ (Arkady Babchenko) ໃນນະຄອນກີີຢິບ, ຢູເຄຣນ, 29 ພຶດສະພາ 2018.
ຕຳຫຼວດຢູເຄຣນ ເຝົ້າຍາມ ໃນຂະນະທີ່ກອດໄມ້ສາງໄວ້ໃກ້ໆກັບທາງເຂົ້າຕືກອາຄານຫ້ອງແຖວ ທ່ານອັກຄາດີ ບັບເຊັງໂກ (Arkady Babchenko) ໃນນະຄອນກີີຢິບ, ຢູເຄຣນ, 29 ພຶດສະພາ 2018.

XS
SM
MD
LG