ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກຂ່າວທີ່ຕໍາໜິ ປ. ດູເຕີເຕ ຂອງຟີລິບປິນ ຖືກສານຕັດສິນວ່າ ມີຄວາມຜິດຖານໝິ່ນປະໝາດ


ທ.ນ. Maria Ressa, ເປັນຜູ້ກໍ່ຕັ້ງຮ່ວມ ແລະ CEO ຂອງໜັງສືພິມທາງອິນເຕີແນັດ Rappler ກ່າວຕໍ່ພວກນັກຂ່າວໃນຂະນະທີ່ທ່ານນາງອອກຈາກສານໄປ ພາຍຫລັງຈົບການພິຈາລະນາຄະດີຂອງທ່ານນາງໃນນະຄອນມະນີລາ, ວັນທີ 16 ທັນວາ, 2019
ທ.ນ. Maria Ressa, ເປັນຜູ້ກໍ່ຕັ້ງຮ່ວມ ແລະ CEO ຂອງໜັງສືພິມທາງອິນເຕີແນັດ Rappler ກ່າວຕໍ່ພວກນັກຂ່າວໃນຂະນະທີ່ທ່ານນາງອອກຈາກສານໄປ ພາຍຫລັງຈົບການພິຈາລະນາຄະດີຂອງທ່ານນາງໃນນະຄອນມະນີລາ, ວັນທີ 16 ທັນວາ, 2019

ນັກຂ່າວທີ່ມີຊື່ສຽງຂອງຟີລິບປິນຄົນນຶ່ງ ທີ່ໄດ້ຕໍາໜິປະທານາທິບໍດີ ໂຣດຣິກໂກ ດູເຕີເຕ (Rodrigo Duterte) ໄດ້ຖືກຕັດສິນວ່າມີຄວາມຜິດຖານໝິ່ນປະໝາດ ຢູ່ໃນຄໍາຕັດສິນຂອງສານ ທີ່ພວກສະແຫວງຫາການສະໜັບສະໜຸນ ເສລີພາບ ໃນດ້ານຂ່າວສານເວົ້າວ່າ “ໂດຍພື້ນຖານແລ້ວແມ່ນໄດ້ກໍາຈັດເສລີພາບໃນການ ປາກເວົ້າ ແລະດ້ານຂ່າວສານໃຫ້ໝົດໄປ” ນັ້ນ.

ທ່ານນາງ ມາເຣຍ ແຣສຊາ, ຜູ້ພິມເຜີຍແຜ່ຂ່າວສານທາງອອນລາຍ ທີ່ຊື່ວ່າ ແຣບເພລີ (Rappler) ແລະທ່ານນາງ ເຣນອລໂດ ແຊນໂຕສ (Reynaldo Santos) ເພື່ອນຮ່ວມງານຂອງທ່ານນາງ ໄດ້ຖືກຕັດສິນໃຫ້ຕິດຄຸກເປັນເວລາ 6 ປີ ຍ້ອນເລື້ອງທີ່ຂຽນໃນປີ 2012 ທີ່ໄດ້ອ້າງອີງເຖິງ ລາຍງານລັບທີ່ເຊື່ອມ ໂຍງທຸລະກິດຍິງ, ວີລເຟຣໂດ ເຄັງ (Wilfredo Keng) ໃສ່ກັບການຄ້າຢາ ເສບຕິດ ແລະການເຄື່ອນໄຫວອື່ນໆທີ່ຜິດກົດໝາຍ.

ພວກໄອຍະການໄດ້ຍື່ນຂໍ້ກ່າວຫາຕໍ່ທ່ານນາງແຣສຊາ ແລະທ່ານນາງແຊນໂຕສ ພາຍຫລັງທີ່ໜັງສືພິມ ແຣບເພລີ (Rappler) ໄດ້ເອົາເລື້ອງນັ້ນ ກັບຄືນມາພິມ ເຜີຍແຜ່ອີກໃນປີ 2014 ເພື່ອດັດແກ້ຄໍາຜິດທາງການຂຽນ. ພວກໄອຍະການໄດ້ ອ້າງອີງເຖິງກົດໝາຍກໍ່ອາດຊະຍາກໍາທາງອິນເຕີແນັດ ທີ່ໄດ້ຖືກຮັບຮອງເອົາໃນ ປີ 2012 ໃນຄະດີທີ່ມີຕໍ່ທັງສອງຄົນນັ້ນ.

ສະຫະພັນນັກຂ່າວແຫ່ງຊາດຂອງຟີລິບປິນ ໄດ້ຕໍາໜິຢ່າງໜັກ ຕໍ່ຄໍາຕັດສິນໃນ ວັນຈັນມື້ນີ້ ໂດຍເອີ້ນວ່າ “ມັນເປັນວັນແຫ່ງຄວາມມືດມົນບໍ່ພຽງແຕ່ສໍາລັບດ້ານ ຄວາມເປັນອິດສະຫລະຂອງອົງການຂ່າວສານຟີລິບປິນເທົ່ານັ້ນ ທັງຍັງສໍາລັບ ປະຊາຊົນຟີລິບປິນທັງໝົດອີກດ້ວຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG