ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ ຈອດຊູອາ ວອງ ຖືກຕັດສິນລົງໂທດ ໃນຄະດີການເຄື່ອນໄຫວໃນ ຮົງກົງ ອີກຄະດີນຶ່ງ


ແຟ້ມພາບ - ໃນພາບຖ່າຍເມື່ອວັນທີ 11 ກັນຍາ 2019, ແຟ້ມພາບຂອງນັກເຄື່ອນໄຫວ ຊາວຮົງກົງ ທ້າວຈອດຊູອາ ວອງ ກຳລັງກ່າວ ຕໍ່ສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ.
ແຟ້ມພາບ - ໃນພາບຖ່າຍເມື່ອວັນທີ 11 ກັນຍາ 2019, ແຟ້ມພາບຂອງນັກເຄື່ອນໄຫວ ຊາວຮົງກົງ ທ້າວຈອດຊູອາ ວອງ ກຳລັງກ່າວ ຕໍ່ສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ.

ນັກເຄື່ອນໄຫຍຊາວຮົງກົງ ທ້າວ ຈອດຊູອາ ວອງ (Joshua Wong) ໄດ້ຖືກ ສານຕັດສິນລົງໂທດໃຫ້ຕິດຄຸກໄລຍະ 3 ເດືອນ ສຳລັບການລະເມີດຂໍ້ຫ້າມ ຂອງສານ ໃນເລື້ອງການເປີດເຜີຍຂໍ້ມູນສ່ວນຕົວ ກ່ຽວກັບເຈົ້າໜ້າທີ່ຕຳຫຼວດ ຜູ້ທີ່ໄດ້ເຮັດໃຫ້ຜູ້ປະທ້ວງຄົນນຶ່ງບາດເຈັບ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດ ຖະບານເມື່ອປີ 2019 ອີງຕາມລາຍງານຂອງອົງການຂາວເອພີ. ທ້າວ ວອງ ໄດ້ຂຶ້ນມາເປັນຜູ້ທີ່ໂດດເດັ່ນໃນການປະ ທ້ວງເພື່ອປະຊາທິປະໄຕ ໃນປີ 2014 ຢູ່ໃນດິນແດນປົກຄອງຂອງຈີນ. ລາວ ໄດ້ຖືກຄວບຄຸມໂຕຫຼັງຈາກທີ່ລາວ ໄດ້ສະແດງເຈດຕະນາທີ່ຈະຍອມຮັບຜິດ ໃນຄະດີດ້ານຄວາມໝັ້ນຄົງແຫ່ງຊາດທີ່ໃຫຍ່ສຸດຂອງເມືອງ ເຊິ່ງລາວ ປະເຊີນກັບໂທດທີ່ອາດຖືກຂັງຄຸກຕະຫຼອດຊີວິດ. ເມື່ອປີກາຍນີ້ ລາວ ໄດ້ຮັບໃຊ້ໂທດ ໄລຍະປະມານສອງປີເປັນທີ່ຮຽບຮ້ອຍສຳລັບສາມຄະດີອື່ນ. ການຖືກຂັງຄຸກ ແລະການປິດປາກປິດສຽງຂອງພວກນັກເຄື່ອນໄຫວ ຄືກັບທ້າວວອງ ເຮັດໃຫ້ ຄວາມເຊື່ອຖືໃນອະນາດຄົດຂອງຮົງກົງ ໄດ້ຮັບຄວາມເສຍຫາຍ. ພວກພະ​ນັກ​ງານ​ທີ່​ມີ​ຝີ​ມືໄວໜຸ່ມຫຼາຍຄົນໄດ້​ຕອບ​ໂຕ້​ຕໍ່ການຫຼຸດ​ລົງ​ຂອງເສລີພາບ ແລະການ​ປົກ​ຄອງ​ຕົນ​ເອ​ງ ດ້ວຍການຍົກຍ້າຍໄປຢູ່ຕ່າງປະເທດ.

Hong Kong activist Joshua Wong has been sentenced to three months in prison for breaching court bans on disclosing personal information about a police officer who injured a protester during 2019 anti-government protests. Wong rose to prominence in 2014 pro-democracy protests in the Chinese territory. He was in custody after he indicated his intention to plead guilty in the city’s biggest national security case, in which he faces a potential penalty of up to life in prison. Last year, he finished serving his sentences of about two years for three other cases. The jailing and silencing of activists like Wong have damaged faith in the future of Hong Kong. Many young professionals are responding to the shrinking freedoms and autonomy by moving abroad.

XS
SM
MD
LG