ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ໜຸ່ມນ້ອຍ ຮົງກົງ ຖືກສານ ຕັດສິນລົງໂທດ ຈຳຄຸກ 3 ເດືອນ


ທ້າວ ໂຈຊູອາ ວອງ (Joshua Wong) ຖືກຈັບກຸມ ໂດຍພວກເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກໄດ້ປີນຂຶ້ນ ຮູບປັ້ນຂອງດອກໄມ້ໃຫຍ່ ທີ່ມອບໃຫ້ ໂດຍປັກກິ່ງ ເມື່ອປີ 1997 ຕັ້ງຢູ່ໃນຈະຕຸລັດ ທອງຄຳ ບາວຮີເນຍ ຂອງຮົງກົງ, ວັນທີ 28 ມິຖຸນາ 2017.
ທ້າວ ໂຈຊູອາ ວອງ (Joshua Wong) ຖືກຈັບກຸມ ໂດຍພວກເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກໄດ້ປີນຂຶ້ນ ຮູບປັ້ນຂອງດອກໄມ້ໃຫຍ່ ທີ່ມອບໃຫ້ ໂດຍປັກກິ່ງ ເມື່ອປີ 1997 ຕັ້ງຢູ່ໃນຈະຕຸລັດ ທອງຄຳ ບາວຮີເນຍ ຂອງຮົງກົງ, ວັນທີ 28 ມິຖຸນາ 2017.

ທ້າວ ໂຈຊູອາ ວອງ (Joshua Wong) ນັກເຄື່ອນໄຫວເພື່ອປະຊາທິປະໄຕ ຊາວຮົງກົງ
ໄດ້ຖືກສານຕັດສິນລົງໂທດຈຳຄຸກ 3 ເດືອນ ຖານມີສ່ວນຮ່ວມໃນ ຂະບວນການປະທ້ວງ
ຢູ່ຕາມທ້ອງຖະໜົນຕ່າງໆ ທີ່ເອີ້ນວ່າ ຂະບວນການຄັນຮົ່ມ ຫລື “Umbrella
Movement”
ນັ້ນ.

ໃນວັນພຸດມື້ນີ້ ສານສູງແຫ່ງນຶ່ຶງຂອງຈີນ ປະຈຳຮົງກົງ ໄດ້ຕັດສິນວ່າ ທ້າວວອງ ອາຍຸ 21
ປີ ມີຄວາມຜິດ ໃນຂໍ້ຫາບໍ່ປະຕິບັດຕາມຄຳສັ່ງຂອງສານ ທີ່ໃຫ້ອອກໄປຈາກສູນປະທ້ວງ
ຊົ່ວຄາວ ທີ່ແກ່ຍາວມາດົນເກືອບ 2 ເດືອນ.

ຜູ້ພິພາກສາ ແອນດຣູ ຈານ (Andrew Chan) ໄດ້ຍອມຮັບຮູ້ວ່າ ທ້າວວອງ ໄດ້ຢູ່ໃນ
ບໍລິເວນດັ່ງກ່າວ ເປັນເວລາສັ້ນໆເທົ່ານັ້ນ ແຕ່ໄດ້ກ່າວວ່າ ການພົວພັນຂອງຜູ້ກ່ຽວ
ແມ່ນມີ “ຄວາມເລິກເຊິ່ງ ແລະ ກວ້າງຂວາງ. ຜູ້ກ່ຽວມີບົດບາດໃນຖານະເປັນຜູ້ນຳພາ
ໃນວັນນັ້ນ.”
ທ່ານຈານ ໄດ້ກ່າວວ່າ ມີແຕ່ “ການລົງໂທດທີ່ ເໝາະສົມ” ກໍແມ່ນ “ວິທີນຶ່ງ
ຄືການກັກຂັງໃນທັນທີ.”

ທ້າວວອງ ທີ່ບໍ່ເຫັນພ້ອມນຳ ໄດ້ບອກບັນດານັກຂ່າວກ່ອນໜ້າການຮັບຟັງຄຳຕັດສິນວ່າ
“ພວກເຂົາສາມາດກັກຂັງຕົນໂຕຂອງພວກເຮົາ ແຕ່ພວກເຂົາຈະບໍ່ສາມາດກັກຂັງ
ຄວາມຄິດຂອງພວກເຮົາໄດ້.”

ນັກເຄື່ອນໄຫວເພື່ອປະຊາທິປະໄຕ ອີກຄົນນຶ່ງ ຄື ທ້າວຣາຟາແອລ ວອງ ກໍໄດ້ຮັບໂທດ
ຈຳຄຸກ ເປັນເວລາສັ້ນໆ ເຊັ່ນດຽວກັນ ໃນຂະນະທີ່ພວກນັກເຄື່ອນໄຫວ ສິບກວ່າຄົນ
ໄດ້ຖືກຝາກໂທດ.

Hong Kong Activist Sentence
please wait

No media source currently available

0:00 0:00:52 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG