ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີການຕ່າງປະເທດ ຈໍແດັນ ກ່າວຫາ ເຈົ້າຊາຍ ຮຳຊາ ວາງແຜນ ກໍ່ຄວາມບໍ່ສະຫງົບຂຶ້ນ ພາຍໃນປະເທດ


ເຈົ້າຊາຍ ຮຳຊາ ບິນ ອາລ-ຮຸສເຊນ ຂອງ ຈໍແດັນ ເຂົ້າຮ່ວມງານສື່ມວນຊົນ ໃນນະຄອນຫຼວງ ອຳມານ. 09 ກັນຍາ, 2015.
ເຈົ້າຊາຍ ຮຳຊາ ບິນ ອາລ-ຮຸສເຊນ ຂອງ ຈໍແດັນ ເຂົ້າຮ່ວມງານສື່ມວນຊົນ ໃນນະຄອນຫຼວງ ອຳມານ. 09 ກັນຍາ, 2015.

ການກ່າວຫາໃນການວາງແຜນເພື່ອບ່ອນທຳລາຍລັດຖະບານໂດຍອະດີດອົງມົງກຸດຂອງປະເທດ ຈໍແດັນ ແມ່ນໄດ້ຖືກກະສັດໄວ້, ອີງຕາມການກ່າວໂດຍລັດຖະມົນຕີການຕ່າງປະເທດຂອງ ຈໍແດັນ ໃນວັນອາທິດວານນີ້.

ທ່ານ ເອແມນ ຊາຟາດີ, ລັດຖະມົນຕີການຕ່າງປະເທດຂອງ ຈໍແດັນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນກອງປະຊຸມຖະແຫຼງຂ່າວທີ່ອອກອາກາດທາງໂທລະພາບວ່າ ເຈົ້າຊາຍ ຮຳຊາ ບິນ ອາລ-ຮຸສເຊນ, ພະອະນຸຊາຕ່າງມານດາຂອງກະສັດ ອັບດຸລລາ ທີ 2, ໄດ້ຕິດຕໍ່ກັບກຸ່ມໃນຕ່າງປະເທດ ກ່ຽວກັບ ການວາງແຜນເພື່ອກໍ່ຄວາມບໍ່ສະຫງົບໃນປະເທດ.

ທ່ານ ຊາຟາດີ ໄດ້ກ່າວວ່າ “ການສືບສວນສອບສວນໄດ້ຕິດຕາມການແຊກແຊງ ແລະ ການສື່ສານຕ່າງໆກັບກຸ່ມຕ່າງປະເທດ ກ່ຽວກັບ ເວລາທີ່ເໝາະສົມ ເພື່ອກໍ່ຄວາມບໍ່ສະຫງົບໃນ ຈໍແດັນ.”

ທ່ານໄດ້ກ່າວວ່າ “ການສືບສວນສອບສວນໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນກິດຈະກຳ ແລະ ການເຄື່ອນໄຫວພວກນີ້ ໄປຮອດຈຸດທີ່ວ່າສ້າງຜົນກະທົບໂດຍກົງຕໍ່ຄວາມປອດໄພ ແລະ ສະຖຽນລະພາບຂອງປະເທດ, ແຕ່ກະສັດອັບດຸລລາຊົງໄດ້ຕັດສິນພະໄທວ່າ ມັນດີທີ່ສຸດທີ່ຈະໂອ້ລົມໂດຍກົງກັບເຈົ້າຊາຍ ຮຳຊາ, ເພື່ອ ຮັບມືກັບເລື້ອງນີ້ພາຍໃນຄອບຄົວ.”

ທ່ານ ຊາຟາດີ, ຜູ້ທີ່ຍັງກຳຕຳແໜ່ງຮອງນາຍົກລັດຖະມົນຕີນັ້ນ, ບໍ່ໄດ້ໃຫ້ລາຍ ລະອຽດ ກ່ຽວກັບ ການກ່າວຫາວາງແຜນນັ້ນ ຫຼື ປະເທດໃດໄດ້ມີສ່ວນຮ່ວມ. ທ່ານໄດ້ເວົ້າວ່າ 14 ຫາ 16 ຄົນ ທີ່ສົມຮູ້ຮ່ວມຄິດກັບເຈົ້າຊາຍ ຮຳຊາ ແມ່ນ ໄດ້ຖືກຈັບ, ນອກຈາກນັ້ນຍັງມີ ທ່ານ ບາສເຊັມ ອາວາດາລລາ , ອະດີດລັດຖະມົນຕີໃນຄະນະລັດຖະບານ ແລະ ຊາຣິຟ ຮາສຊານ ບິນ ເຊອິດ, ອະດີດສະມາຊິກຂອງເຊື້ອພະວົງຈໍແດັນ.

ຄວາມແຕກແຍກໃນຄອບຄົວກະສັດທີ່ປົກຄອງປະເທດໄດ້ເກີດຂຶ້ນໃນຕອນເດິກຂອງວັນເສົາທີ່ຜ່ານມາ ເວລາທີ່ເຈົ້າຊາຍ ຮຳຊາ, ອາຍຸ 41 ປີ, ໄດ້ປະກາດວ່າ ເພິ່ນບໍ່ສາມາດເດີນທາງອອກຈາກບ້ານ ແລະ ສື່ມວນຊົນລັດຖະບານໄດ້ລາຍງານວ່າ ພວກເຈົ້າໜ້າທີ່ອະວຸໂສໄດ້ຖືກຄວບຄຸມຕົວ ໃນການກວດສອບດ້ານຄວາມປອດໄພ. ເຈົ້າຊາຍ ຮຳຊາ ໄດ້ສົ່ງບັນທຶກວິດີໂອໄປໃຫ້ໂທລະພາບ BBC ເວົ້າວ່າ ເພິ່ນໄດ້ຖືກປິດປາກ ແລະ ດ່າພວກເຈົ້າໜ້າທີ່ວ່າປະເທດແມ່ນໄດ້ “ຖືກກີດຂວາງໂດຍການສໍ້ລາດບັງຫຼວງ, ການແບ່ງພັກພວກ ແລະ ການປົກຄອງຢ່າງກົດຂີ່.”

ກອງທັບຂອງ ຈໍແດັນ ໄດ້ບອກໃຫ້ເຈົ້າຊາຍ ຮຳຊາ ຢຸດກິດຈະກຳຕ່າງໆທີ່ແນເປົ້າໃສ່ຄວາມໝັ້ນຄົງ ແລະ ຄວາມປອດໄພຂອງປະເທດ.

ເຈົ້າຊາຍ ຮຳຊາ ໄດ້ກ່າວໃນວິດີໂອວ່າ “ຂ້າພະເຈົ້າບໍ່ແມ່ນພາກສ່ວນໃດຂອງການສົມຮູ້ຮ່ວມຄິດ ຫຼື ອົງການທີ່ຊົ່ວຮ້າຍ ຫຼື ກຸ່ມທີ່ໄດ້ຮັບການໜູນຫຼັງໂດຍຕ່າງປະເທດ, ດັ່ງທີ່ມັກຈະຖືກອ້າງຢູ່ທີ່ນີ້ ສຳລັບຄົນໃດທີ່ອອກມາເວົ້າຕໍ່ຕ້ານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG