ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈໍແດນ ປິດຊາຍແດນ ຫຼັງຈາກລົດລະເບີດ ໄດ້ສັງຫານ ທະຫານຈໍແດນ 6 ຄົນ


ພວກອົບພະຍົບ ຊາວຊີເຣຍ ຂີ່ລົດຂອງທະຫານຈໍແດນ ຢູ່ເຂດ Rakban ທີ່ຕັ້ງຂອງສູນອົບພະຍົບ. ລົດທີ່ບັນຈຸດ້ວຍລະເບີດຄັນໜຶ່ງ ໄດ້ສັງຫານທະຫານຍາມຊາຍແດນ ຈຳນວນໜຶ່ງ ຢູ່ນອກສູນອົບພະຍົບ, ວັນທີ 21 ມິຖຸນາ 2016 ອີງຕາມກອງທັບບົກຂອງຈໍແດນ.
ພວກອົບພະຍົບ ຊາວຊີເຣຍ ຂີ່ລົດຂອງທະຫານຈໍແດນ ຢູ່ເຂດ Rakban ທີ່ຕັ້ງຂອງສູນອົບພະຍົບ. ລົດທີ່ບັນຈຸດ້ວຍລະເບີດຄັນໜຶ່ງ ໄດ້ສັງຫານທະຫານຍາມຊາຍແດນ ຈຳນວນໜຶ່ງ ຢູ່ນອກສູນອົບພະຍົບ, ວັນທີ 21 ມິຖຸນາ 2016 ອີງຕາມກອງທັບບົກຂອງຈໍແດນ.

ຈໍແດນໄດ້ປະກາດການປິດ​ເຂດຊາຍແດນ ທີ່ຕິດກັບຊີເຣຍ ແລະອີຣັກ ໃຫ້​ເປັນ ເຂດທະຫານ ຫຼັງຈາກລະເບີດລົດ ໄດ້ແຕກຂຶ້ນ ຢູ່​ໃນ​ບໍລິ​ເວນຊາຍແດນຂອງ ຈໍແດນ ທີ່ຕິດກັບຊີເຣຍ ເມື່ອວັນອັງຄານວານນີ້ ທີ່ໄດ້ສັງຫານທະຫານ 6 ຄົນ ແລະເຮັດໃຫ້ຄົນ​ອື່ນໆ​ອີກ 14 ຄົນບາດເຈັບ.

ບັນດາເຈົ້າໜ້າທີ່ທະຫານ ຍັງໄດ້ກ່າວວ່າ ຈະບໍ່ມີການກໍ່ສ້າງສູນອົບພະຍົບໃໝ່ ຂຶ້ນຢູ່ໃນຈໍແດນ ແລະ ວ່າ ຈະບໍ່ຂະຫຍາຍສູນອົບພະຍົບ ທີ່ມີຢູ່ແລ້ວນັ້ນ ອອກ ​ໄປ​ຕື່ມ.

​ເຫດລະເບີດໄດ້ແຕກຂຶ້ນ ຢູ່ໃນເຂດ Rukban ບ່ອນທີ່ມີພວກຫລົບໜີ ຄວາມ ຮຸນແຮງໃນຊີເຣຍ ຫຼາຍໝື່ນຄົນໄດ້ໄປລີ້ໄພຢູ່ ໃນຂະນະທີ່ພວກເຂົາເຈົ້າ ພະຍາຍາມເດີນທາງເຂົ້າໄປ​ໃນຈໍແດນ.

ຍັງບໍ່ມີກຸ່ມ​ໃດອ້າງເອົາຄວາມຮັບຜິດຊອບ ໃນທັນທີທັນໃດ​ເທື່ອ ສຳລັບ ການ ໂຈມຕີດັ່ງກ່າວ. ກອງທັບບົກຂອງຈໍແດນ ໄດ້ກ່າວວ່າ ຕົນໄດ້ທຳລາຍລົດຄັນ ອື່ນໆທີ່ພົວພັນກັບການໂຈມຕີ ແຕ່ບໍ່ໄດ້ສະໜອງ ລາຍລະອຽດ​ໃດໆ ຕື່ມອີກ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ John Kirby ໄດ້ປະນາມ ການໂຈມຕີ ຢູ່ໃນຈໍແດນ ໃນວັນອັງຄານວານນີ້.

ທ່ານ Kirby ໄດ້ກ່າວວ່າ “ພວກເຮົາຂໍປະນາມ ໃນຖ້ອຍຄຳທີ່ແຮງສຸດ ຕໍ່ການ ໂຈມຕີເມື່ອຕອນເຊົ້ານີ້ ໃນຈໍແດນ” ແລະ ຍັງໄດ້ສະແດງຄວາມເສຍອົກເສຍ ໃຈຕໍ່ບັນດາຄອບຄົວ ຂອງພວກເຄາະຮ້າຍ. ທ່ານກ່າວຕໍ່ໄປວ່າ “ສະຫະລັດ ໄດ້ໝັ້ນໝາຍ ທີ່ຈະສະໜອງ ການຊ່ວຍເຫຼືອດ້ານຄວາມໝັ້ນຄົງ ແກ່ຈໍແດນ ແລະ ພວກເຮົາຈະສືບຕໍ່ ຮ່ວມມືຢ່າງໃກ້ຊິດ ຫລັງ​ຈາກການໂຈມຕີທີ່ໄດ້ ເກີດຂຶ້ນ. ຈໍແດນ ໄດ້ເສຍສະຫລະຢ່າງ​ໃຫຍ່ຫຼວງແລ້ວ ໃນການເປັນເຈົ້າ ພາບຮັບເອົາອົບພະຍົບຊາວຊີເຣຍ ຫຼາຍແສນຄົນ.”

ອົງການສະຫະປະຊາຊາດ ໄດ້ລົງທະບຽນ ພວກອົບພະຍົບ ຢູ່ໃນຈໍແດນໄປແລ້ວ ຫຼາຍກວ່າ 650,000 ຄົນ. ປະເທດທີ່ມີພົນລະເມືອງ 8 ລ້ານຄົນ ເປັນເຈົ້າພາບ ຮັບເອົາອົບພະຍົບຫຼາຍກວ່ານັ້ນອີກ ແລະ ຄືກັນກັບປະເທດອື່ນໆ ທີ່ມີຊາຍແດນ ຕິດກັບຊີເຣຍ ໄດ້ບຸກບືນເພື່ອທີ່ຈະຮັບມືກັບພາລະ ການເບິ່ງແຍງພວກຄົນ ທີ່ມີ ຈຳນວນຫຼາຍຂຶ້ນຕື່ມອີກ.

ອົງການ​ສະຫະ​ປະຊາ​ຊາດໄດ້ຮຽກຮ້ອງຂໍຊ່ອຍເຫຼືອດ້ານການເງິນ ທີ່ໄດ້ຮັບ ​ຫລຸດ​ໜ້ອຍ​ລົງ ຈາກເປົ້າໝາຍທີ່ໄດ້ຕັ້ງໄວ້ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Jordan Syria Bomb
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG