ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຈໍແດນ ກ່າວວ່າ ລະເບີດລົດ ໃກ້ຊາຍແດນຊີເຣຍ ສັງຫານທະຫານ 6 ຄົນ


ພວກອົບພະຍົບຊີເຣຍ ຂີ່ລົດທະຫານຈໍແດນ ຫລັງຈາກ ໄດ້ຂ້າມຊາຍແດນ ເຂົ້າສູ່ຈໍແດນ ຢູ່ທີ່ສູນອົບພະຍົບ Rakban.
ພວກອົບພະຍົບຊີເຣຍ ຂີ່ລົດທະຫານຈໍແດນ ຫລັງຈາກ ໄດ້ຂ້າມຊາຍແດນ ເຂົ້າສູ່ຈໍແດນ ຢູ່ທີ່ສູນອົບພະຍົບ Rakban.

ເຈົ້າໜ້າ​ທີ່ີກອງທັບ​ຈໍ​ແດນ​ຄົນ​ນຶ່ງ​ ກ່າວໃນ​ວັນ​ອັງ​ຄາມ​ມື້ນີ້​ວ່າ ​ລະ​ເບີດ​ລົດຄັນ​ນຶ່ງ​ທີ່ໄດ້​ແຕກ​ຂຶ້ນ ຢູ່​ໃນ​ບໍລິ​ເວນ​ຊາຍ​ແດນ​ຈໍ​ແດນຕິດກັບ​ຊີ​ເຣຍ ສັງຫານ​ທະຫານ​ຫົກຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 14 ຄົນ.

​ເຫດລະເບີດ​ໄດ້ເກີດ​ຂຶ້ນ​ຢູ່​ໃນ​ເຂດ Rukban ບ່ອນທີ່​ຫລາຍ​ສິບ​ພັນ​ຄົນ​ໄດ້ຫລົບ​ໜີ​ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ ​ເພື່ອ​ຊອກ​ຫາບ່ອນ​ລີ້​ໄພ​ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພະຍາ​ຍາມຂ້າມ​ເຂົ້າ​ໄປສູ່​ຈໍ​ແດນ.

ຍັງບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ​ໃນ​ທັນ​ໃດກ່ຽວ​ກັບການ​ໂຈມ​ຕີດັ່ງກ່າວ. ກອງທັບ​ຈໍ​ແດນ​ກ່າວ​ວ່າ ຕົນ​ໄດ້​ຖືກ​ທຳລາຍລົດອື່ນໆ​ອີກ​ຫລາຍ​ຄັນທີ່​ມີ​ສ່ວນ​ພົວ ພັນ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມ​ເຕີມ.

ສະຫະ​ປະຊາ​ຊາດ​ໄດ້​ລົງທະບຽນ​ອົບ​ພະຍົບຫລາຍ​ກວ່າ 650,000 ຄົນ ​ໃນ​ຈໍ​ແດນ. ປະ​ເທດນີ້​ທີ່​ມີ​ພົນລະເມືອງ​ຢູ່ 8 ລ້ານ​ຄົນ ​ກຳລັງຮັບ​ເອົາ​ອົບ​ພະຍົບຈຳ ນວນ​ຫຼວງຫລາຍ​ ​ແລະ​ເໝືອນດັ່ງ​ປະ​ເທດ​ອຶ່ນໆ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຊີ​ເຣຍ ​ໄດ້​ດິ້ນລົນ​ປະ​ເຊີນ​ໜ້າ​ກັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫ​ລື​ອ​ແກ່​ຜູ້​ຄົນ​ທີ່​ເພີ້ມ​ເຕີມ​ຫລາຍ​ເປັນພິ​ເສດ​ນັ້ນ. ສະຫະ​ປະຊາ​ຊາດ​ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫລືອທາງ​ດ້ານ​ການ​ເງິ​ນ ທີ່​ບໍ່​ພຽງພໍຕາມ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າທີ່​ໄດ້​ຕັ້ງ​ໄວ້​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG