ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈໍແດນວ່າ ຕົນໄດ້ຈັບ 11 ຄົນທີ່ວາງແຜນ ວາງລະເບີດ


ແຜນທີ່ປະເທດຂໍແດນ
ແຜນທີ່ປະເທດຂໍແດນ
ພວກເຈົ້າໜ້າທີ່ຈໍແດນເວົ້າວ່າ ກໍາລັງຮັກສາຄວາມສະຫງົບຂອງ
ລັດຖະບານ ໄດ້ຈັບໂຕ 11 ຄົນ ທີ່ມີສ່ວນກ່ຽວພັນກັບສິ່ງທີ່ພວກ
ເຂົາເຈົ້າເອີ້ນກັນວ່າ ການວາງແຜນການວາງລະເບີດໃສ່ສູນການ
ຄ້າແຫ່ງຕ່າງໆ ແລະການໂຈມຕີສະຖານທີ່ທໍາງານຂອງບັນດານັກ ການທູດຂອງປະເທດຕາເວັນຕົກ ທີ່ມີການພົວພັນກັບເຄືອຂ່າຍ
ກໍ່ການຮ້າຍ al-Qaida ນັ້ນ.

ໂຄສົກຂອງລັດຖະບານ ທ່ານ Sameeh Maaytah ກ່າວຕໍ່ພວກ
ນັກສື່ຂ່າວໃນວັນອາ ທິດວານນີ້ວ່າ ກຸ່ມດັ່ງກ່າວ ໄດ້ພາກັນດໍາ ເນີນການມາຕັ້ງແຕ່ເດືອນມິຖຸນາ ແລະໄດ້ວາງ ແຜນທີ່ຈະທໍາ
ການໂຈມຕີຕ່າງໆ ໂດຍຈະໃຊ້ອາວຸດທີ່ລັກລອບມາຈາກຊີເຣຍ
ບ່ອນທີ່ພວກ ເຂົາເຈົ້າໄດ້ໄປໃຊ້ຊີວິດຢູ່ນັ້ນ.

ນອກນັ້ນ ທ່ານຍັງໄດ້ກ່າວອີກວ່າ ພວກກ່ຽວໄດ້ຮັບການປຶກສາກັບພວກນັກຊ່ຽວຊານດ້ານ ວັດຖຸລະເບີດຂອງກຸ່ມ al-Qaida ຢູ່ໃນອີຣັກ.

ຈໍແດນໄດ້ຕົກເປັນເປົ້າໝາຍການໂຈມຕີຂອງພວກກໍ່ການຮ້າຍ al-Qaida ຫລາຍໆຄັ້ງ ຊຶ່ງລວມທັງ ເຫດລະເບີດໂຮງແຮມທີ່ເກີດຂຶ້ນລຽນຕິດກັນສາມຄັ້ງ ໃນເດືອນພະຈິກ ປີ 2005 ແລະໄດ້ເຮັດໃຫ້ຫລາຍກວ່າ 50 ຄົນ ເສຍຊີວິດໄປນັ້ນ ອີກດ້ວຍ.
XS
SM
MD
LG