ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະສັດ ຈໍແດັນ ຊົງປະຕິຍານ ຈະເອົາມາດຕະການ ແບບເດັດຂາດ ຕໍ່ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ


JORDAN ISLAMIC STATE VIDEO
please wait

No media source currently available

0:00 0:02:20 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

ກະສັດ Abdullah ​ຂອງ​ຈໍ​ແດັນ ​ໄດ້ຊົງ​ປະຕິຍານວ່າ ຈະເອົາ
ມາດຕະການແບບເດັດຂາດ ຕໍ່ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ
ຫຼັງຈາກ​ກຸ່ມ​ດັ່ງກ່າວ​ ໄດ້​ສັງ​ຫານ​ຢ່າງ​ໂຫດ​ຫ້ຽມ ນັກ​ບິນຈໍແດັນ​
​ທີ່​ຖືກ​ຈັບ​ໂຕ​ໄດ້ ຫຼັງຈາກ​ເຮືອບິນ​ລົບ​ຂອງ​ລາວ ຕົກ​ໃນ​ລະຫວ່າງ
ປະຕິ​ບັດ​ພາລະກິດໂຈມ​ຕີເປົ້າໝາຍ​ພວກ​ຫົວ​ຮຸນ​ແຮງ ​ໃນ​ຊີ​ເຣຍ.

ການ​ຄາດ​ຕະກຳ​ນັກ​ບິນ Muath al-Kaseasbeh ​ໄດ້​ກໍ່​ໃຫ້​
ເກີດ​ການ​ປະນາມ​ຂອງ​ນາໆ​ຊາດ ​ແລະ ​ໄດ້​ເຮັດ​ໃຫ້ບັນດາ
​ເຈົ້າໜ້າ​ທີ່​ຈໍ​ແດັນ ປະຫານ​ຊີວິດ​ນັກ​ໂທດ​ຊາວ​ອີຣັກ 2 ຄົນ ຄື
ນາງ Sajida al-Rishawi ຜູ້ວາງ​ລະ​ເບີດ​ສະຫລະ​ຊີບ ​ທີ່ບໍ່ປະສົບ
ຜົນສຳເລັດ ​ແລະ ນາຍ Ziad al-Karbouly ຄົນ​ອີຣັກ ​ຜູ້ເປັນ​ສາຍ​ລັບ ຂອງກຸ່ມກໍ່ການ ຮ້າຍອາລກາ​ອິດາ ນັ້ນ.

ກະສັດ Abdullah ​ຊົງ​ກ່າວເນັ້ນວ່າ ຈໍ​ແດັນ​ ຈະ “​ບໍ່ມີ​ການຢຸດຢ່ອນ​ຜ່ອນຜັນ​ໃດໆ​ເລີຍ” ​ ໃນການ​ທຳສົງຄາມ​ຕໍ່ຕ້ານ​ພວກ​ລັດ​ອິສລາມ.

ພະ​ອົງ​ຊົງ​ຕັດວ່າ “ພວກ​ເຮົາ​ກຳລັງ​ທຳ​ສົງຄາມ​ເພື່ອ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງພວກເຮົາ ຄຸນຄ່າຂອງ​ພວກ​ເຮົາ ແລະ ຫຼັກການພື້ນຖານ​ຕ່າງໆ​ຂອງ​ຄວາມເປັນມະນຸດ. ​ແລະ ສົງຄາມ​ຂອງ​ພວກ​ເຮົາ​ນີ້​ ແມ່ນ​ເພື່ອຫຼັກ ​ການ​ເຫຼົ່ານັ້ນ ຈະ​ບໍ່ມີ​ການຢຸດຢ່ອນ​ຜ່ອນຜັນ ​ແລະ ຈະ​ໂຈມ​ຕີ​ພວກ​ເຂົາ​ ໃນ​ດິນ​ແດນ​ຂອງ​ພວກ​ເຂົາ.”

ກຸ່ມຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ ນາງ al-Rishawi ​ເພື່ອ​ເປັນ​ການ​ແລກ​ປ່ຽນ​ນັກ​ໂທດ​ກັນ ​ແຕ່​ຈໍ​ແດັນ​ໄດ້​ປະຕິ​ເສດທີ່​ຈະ​ດຳ​ເນີນການ​ຕໍ່​ໄປ ​ໂດຍ​ທີ່​ບໍ່​ມີ​ຫລັກ​ຖານ​ຢັ້ງຢືນ​ວ່າ ນັກ​ບິນ Muath al-Kaseasbeh ​ແມ່ນ​ຍັງ​ມີ​ຊີວິດ​ຢູ່.

ວີ​ດີ​ໂອ​ທີ່​ນຳອອກ​ເຜີຍແຜ່ທາງ​ອິນເຕີແນັດ ​ໃນ​ວັນ​ອັງຄານ​ຜ່ານມາ​ ທີ່​ອ້າງ​ວ່າ ​ນັກ​ບິນ​ຄົນ​ນີ້ ຖືກ​ຂັງ​ໄວ້​ໃນ​ກົງ​ຂັງ ​ແລ້ວ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຄົນນຶ່ງ​ຈູດ​ນ້ຳມັນ​ເຊື້​ອ​ໄຟ​ຢູ່​ໃນ​ຮ່ອງ​ນ້ອຍໆ​ ທີ່​ເນັ່ງ​ໄປໃສ່​ກົງ​ຂັງ ​ແລະ​ເຮັດໃຫ້​ໄຟ​ໄໝ້​ລາວ​ຕາຍ.

ທ່ານ Brian P. Hale ຫົວໜ້າ​ປະຊາສຳພັນ ຂອງ​ຫ້ອງການ​ສືບ​ລັບ​ແຫ່ງ​ຊາດ​ຂອງ​ສະຫະລັດ ກ່າວ​ວ່າ “ຄະນະ​ສືບ​ລັບ​ຂອງ​ສະຫະລັດ ບໍ່​ມີເຫດຜົນ​ທີ່​ຈະ​ມີ​ຄວາມ​ສົງ​ໄສ​ໃດໆ​ກ່ຽວ​ກັບ​ຄວາມ​ແທ້​ຈິງ​ຂອງ​ພາບ​ວີ​ດີ​ໂອນີ້.”

Apparent Killing in IS Video Called Un-Islamic, Barbarous
please wait

No media source currently available

0:00 0:02:51 0:00

Japan Divided Over Future Role Following IS Executions
please wait

No media source currently available

0:00 0:03:00 0:00

XS
SM
MD
LG