ໃນຂະນະທີ່ສະພາບອາກາດໜາວຈັດ ເລີ້ມເຂົ້າມາລົບກວນ ປະເທດທີ່ເກີດສົງຄາມ ໃນພາກຕາເວັນອອກກາງອົບພະຍົບຊີເຣຍຫຼາຍສິບພັນຄົນໄດ້ຕົກຄ້າງຢູ່ໃນເຂດຊາຍແດນ ຊີເຣຍທີ່ຕິດກັບຈໍແດນ ກໍໄດ້ຮັບການຊ່ວຍເຫລືອຈາກລາຊະອານາຈັກ Hashemite.
ໃນວັນອັງຄານທີ່ຜ່ານມານີ້ ບັນດາເຈົ້າໜ້າທີ່ຈໍແດນ ໄດ້ປະກາດໃຫ້ການຊ່ວຍເຫລືອຄືນໃໝ່ແກ່ຫລາຍສິບພັນຄົນ ເຄິ່ງນຶ່ງເປັນພວກເດັກນ້ອຍຜູ້ທີ່ໄດ້ຕົກຄ້າງ ຢູ່ໃນສະພາບແອອັດທີ່ມີອາຫານແຕ່ພຽງເລັກນ້ອຍ ນໍ້າ ການປິ່ນປົວພະຍາບານ ແລະສິ່ງຂອງທີ່ຈຳເປັນ ຕ່າງໆ ນັບຕັ້ງແຕ່ຈໍແດນໄດ້ປິດຊາຍແດນ ໃນວັນທີ 21 ເດືອນມິຖຸນາ ຕໍ່ອົບພະຍົບຊີເຣຍ ທີ່ຫລົບໜີຈາກປະເທດຂອງເຂົາເຈົ້າ.
ການປິດຊາຍແດນມີຂຶ້ນຫລັງຈາກການສັງຫານທະຫານຈໍແດນເຈັດຄົນທີ່ມີລາຍງານວ່າ ໂດຍພວກຫົວຮຸນແຮງລັດອິສລາມ. ນັບແຕ່ນັ້ນມາຈໍແດນໄດ້ອະນຸຍາດ ໃຫ້ຈັດສົ່ງການ ຊ່ວຍເຫລືອແຕ່ພຽງເທື່ອດຽວ ໃນເດືອນສິງຫາຜ່ານ ຊຶ່ງໄດ້ບັງຄັບໃຫ້ອົບພະຍົບຢູ່ໃນເຂດໂດດດ່ຽວ ບ່ອນທີ່ບໍ່ມີຄົນອາໄສຢູ່.
ທ່ານ Jen Laerke ໂຄສົກ ຂອງອົງການປະສານງານດ້ານມະນຸດສະທໍາຂອງ ສະຫະປະ ຊາຊາດ ກ່າວວ່່າ “ພວກເຮົາດີໃຈຫລາຍທີ່ພວກເຮົາບັດນີ້ສາມາດເລີ້ມ ປະຕິບັດງານໄດ້. ມັນເປັນເສັ້ນຊີວິດ ສຳລັບ 85,000 ຄົນ. ຂ້າພະເຈົ້າເຊື່ອວ່າ ສາມສ່ວນສີ່ຂອງເຂົາເຈົ້າແມ່ນແມ່ຍິງ ແລະພວກເດັກນ້ອຍ ຜູ້ຕົກຄ້າງຢູ່ທີ່ນັ້ນຊຶ່ງເປັນບ່ອນໂດດດ່ຽວ ເປັນເຂດແຫ້ງແລ້ງ.
ທ່ານ Laerke ກ່າວຕໍ່ວີໂອເອວ່າ ອາຫານແລະເຄື່ອງໃຊ້ທີ່ຈຳເປັນຕ່າງໆໄດ້ຈັດ ສົ່ງໃນວັນອັງຄານທີ່ຜ່ານມາໃຫ້ແກ່ 170 ຄອບຄົວ ຢູ່ໃນປະຊາຄົມ Rukban ໃນການກະກຽມສາລັບເດືອນລະດູໜາວ. ທ່ານໄດ້ໃຫ້ຂໍ້ສັງເກດວ່າ ນີ້ໄດ້ເປັນຂັ້ນເລີ້ມຕົ້ນຂອງແຜນແຈກຢາຍໝູນວຽນສອງອາທິດແລະໃນຫລາຍມື້ຕໍ່ໜ້າໃນການ ບັນເທົາທຸກອື່ນໆ ພ້ອມທັງການບໍລິການປິ່ນປົວສຸຂະພາບ ທີ່ຈະສະໜອງໃຫ້.