ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Jonny Olsen ​ປະກອບ​ສວ່ນໃນງານສະແດງ ສິນລະປະວັດທະນະທຳລາວ


Jonny Olsen ສະແດງການເປົ່າແຄນລາວ
Jonny Olsen ສະແດງການເປົ່າແຄນລາວ

ໃນ​ວັນ​ພະຫັດ​ທີ່​ແລ້ວ​ນີ້ ທາງລາຍການຊີ​ວິດຊາວ​ລາວ​
ໃນ​ຕ່າງແດ​ນ ໄດ້​ນຳສະ​ເນີ​ການ​ສະ​ແດງ​ສິນລະປະ​ວັດ
ທະນະທຳຂອງ​ອົງການມຸນ​ນິທິມໍລະດົກ​ລາວ​ໃນ​ຂົງ​ເຂດ
Washington DC. ​ໃນ​ການສະ​ແດງ​ຄັ້ງ​ນີ້ ​ແມ່ນ​ການ
ປະກອບ​ສວ່ນສະ​ແດງ​ທັງ​ອະ​ເມຣິກັນ ລາ​ຕິນ ​ແລະ​ລາວ​
ນຳ ຊຶ່ງ Jonny Olsen ກໍ​ແມ່ນສິນລະ​ປິນ​ທ່ານ​ນຶ່ງ ທີ່​ໄດ້​
ເຂົ້າ​ປະກອບ​ສວ່ນ ​ເປົ່າ​ແຄນ​ແລະ​ລຳ​ທີ່​ພາ​ໃຫ້​ແຂກ​ທີ່​ເຂົ້າ
ຮ່ວມ​ໄດ້​ຮຽນ​ຮູ້​ແລະ​ສຶກສາວັດທະນະທຳ​ຂອງລາວ
ຜ່ານ​ທາງ​ດົນຕີ​ພື້ນ​ບ້ານ​ຂອງ​ລາວ.

Jonny Olsen ຊາວ​ອະ​ເມຣິກັນ ທີ່​ຫຼົງ​ໄຫຼ​ໃນ​ສຳນຽງ​ແຄນ​ແລະ​ລຳ​ລາວ ​ໄດ້​ສຶກສາ
ດ້ານ​ແຄນ​ມາ​ໄດ້ 7 ປີ​ ແລ້ວ​ແລ​ະໄດ້ອອກ​ຜົນງານ​ເພງ ຊຸດ​ທຳ​ອິດ ​ເປັນ​ລຳ​ປະສົມ
Pop Rock ​ແລະ​ຊຸດ​ທີ່​ສອງ​ທີ່​ຫາ​ກໍ​ອອກນີ້​ແມ່ນ​ລຳ​ແນວ​ Hip-Hop ​ ຊຶ່ງ VOA ​
ໄດ້​ສຳ​ພາດກັບ​ຜູ້ກ່ຽວໃນຫຼາຍໆ​ເລື່ອງ ​ເຊີນ​ທ່ານ​ຟັງ​ການ​ສຳພາດ​ແລະ​ລີລາ​ຂອງ
Jonny Olsen ໄດ້​ໂດຍ click ບ່ອນສຽງ.

XS
SM
MD
LG