ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານດັກ ໂຈນສ໌ ປະຕິຍານ ຈະສ້າງຄວາມ ສາມັກຄີ ຫຼັງຈາກ ໄດ້ຊະນະການເລືອກຕັ້ງ


Alabama Election Moore
please wait

No media source currently available

0:00 0:01:19 0:00

ຫຼັງຈາກການເຄື່ອນໄຫວ ໂຄສະນາຫາສຽງຢ່າງແຂງຂັນ ທ່ານດັກ ໂຈນສ໌ ສັງກັດພັກ
ເດໂມແຄຣັດ ກ່າວວ່າ ທ່ານຫວັງວ່າ ທ່ານຣອຍ ມໍຣ໌ ທີ່ສັງກັດພັກຣີພັບບລີກັນ ຈະ “ເຮັດໃນສິ່ງທີ່ຖືກຕ້ອງ” ດ້ວຍການຍອມຮັບຄວາມປະລາໄຊ ໃນການເລືອກຕັ້ງພິເສດ
ສຳລັບ ບ່ອນນັ່ງໃນສະພາສູງ ສະຫະລັດ ຂອງລັດອາລາບາມາ ຢູ່ທາງພາກໃຕ້ຂອງ
ປະເທດ.

ທ່ານໂຈນສ໌ ໄດ້ຊະນະ ການເລືອກຕັ້ງໃນວັນອັງຄານຜ່ານມານີ້ ດ້ວຍຄະແນນສຽງ 49.9
ເປີເຊັນ ຕໍ່ 48.4 ເປີເຊັນ ແລະ ຫຼັງຈາກນັ້ນ ໄດ້ປະຕິຍານວ່າ ຈະສ້າງຄວາມສາມັກຄີ ໃນ
ວັນພຸດວານນີ້ ໂດຍກ່າວວ່າ “ມັນເຖິງເວລາແລ້ວສຳລັບ ການຄືນດີ” ແລະ“ເຖິງເວລາ
ສຳລັບການຍື່ນມືຫາຄົນອື່ນແລະກຸ່ມອື່ນໆ.”

ທ່ານມໍຣ໌ ໄດ້ເປີດເຜີຍ ຂໍ້ຄວາມໃນວີດີໂອ ໂດຍກ່າວວ່າ ການນັບຄະແນນຂັ້ນສຸດທ້າຍ
ຂອງກອງທັບ ແລະ ບັດອອກສຽງຊົ່ວຄາວທັງຫຼາຍ ແມ່ນຍັງບໍ່ທັນສຳເລັດເທື່ອ ແລະ ວ່າ
ການແຂ່ງຂັນຂອງທ່ານ ແມ່ນຄອຍຖ້າ ຜົນການນັບຄະແນນທັ້ງຫຼາຍ ທີ່ຈະຖືກຢັ້ງຢືນ
ໂດຍເລຂາທິການຂອງລັດອາລາບາມາ. ຂະບວນການດັ່ງກ່າວນັ້ນ ແມ່ນຄາດວ່າ ຈະ
ແລ້ວສຳເລັດ ໃນປະມານສອງສັບປະດາ.

ໄຊຊະນະໂດຍສະເລ່ຍ ຂອງທ່ານໂຈນສ໌ ແລ້ວ ແມ່ນກາຍຄະແນນສຽງເຄິ່ງເປີເຊັນ
ທີ່ໄດ້ກຳນົດໃຫ້ນັບຄືນໃໝ່ ຢູ່ໃນການເລືອກຕັ້ງຂອງ ລັດອາລາບາມາ. ປະທານພັກ
ຣີພັບບລີກັນຂອງລັດ ທ່ານ ແທຣີ ເລຕັນ ໄດ້ໃຫ້ສັນຍານ ໃນຖະ ແຫລງການສະບັບ
ທີ່ອອກໃນວັນພຸດວານນີ້ ວ່າ ທ່ານບໍ່ສະໜັບສະໜຸນ ໃຫ້ມີການນັບຄະແນນຄືນໃໝ່.

ປະທານາທິບໍດີ ດໍໂນລ ທຣຳ ຊີ້ໃສ່ ຜູ້ສະໜັບສະໜູນ ທ່ານຣອຍ ມໍຣ໌ ຜູ້ສະໝັກເປັນ ສະມາຊິກສະພາສູງ ຈາກລັດອາລາບາມາ ສັງກັດພັກຣີພັບບລີກັນ ຄົນນຶ່ງ ໃນຂະນະທີ່ ທ່າານກ່າວຖະແຫລງ ໃນການໂຄສະນາຫາສຽງ ແບບການຊຸມນຸມ ທີ່ສູນກາງອ່າວເພັນຊາໂຄລາ, ໃນເມືອງ ເພັນຊາໂຄລາ ລັດຟລໍຣີດາ, ວັນທີ 8 ທັນວາ 2017.
ປະທານາທິບໍດີ ດໍໂນລ ທຣຳ ຊີ້ໃສ່ ຜູ້ສະໜັບສະໜູນ ທ່ານຣອຍ ມໍຣ໌ ຜູ້ສະໝັກເປັນ ສະມາຊິກສະພາສູງ ຈາກລັດອາລາບາມາ ສັງກັດພັກຣີພັບບລີກັນ ຄົນນຶ່ງ ໃນຂະນະທີ່ ທ່າານກ່າວຖະແຫລງ ໃນການໂຄສະນາຫາສຽງ ແບບການຊຸມນຸມ ທີ່ສູນກາງອ່າວເພັນຊາໂຄລາ, ໃນເມືອງ ເພັນຊາໂຄລາ ລັດຟລໍຣີດາ, ວັນທີ 8 ທັນວາ 2017.

ທ່ານເລຕັນ ກ່າວວ່າ ພັກຣີພັບບຣີກັນ ແມ່ນ “ມີຄວາມຜິດຫວັງຢ່າງເລິກເຊິ່ງ” ໃນຜົນ
ທີ່ອອກມາ ແຕ່ວ່າ ການແຂ່ງຂັນ ແມ່ນໄດ້ສິ້ນສຸດແລ້ວ.

ທ່ານໂຈນສ໌ ອະດີດໄອຍະການລັດຖະບານກາງ ແມ່ນສະມາຊິກພັກເດໂມແຄຣັດ
ຄົນທຳອິດ ທີ່ໄດ້ຊະນະການເລືອກຕັ້ງ ເປັນສະມາຊິກສະພາສູງ ຢູ່ລັດອາລາບາມາ
ນັບແຕ່ປີ 1992 ເປັນຕົ້ນມາ.

ການໄດ້ຮັບໄຊຊະນະຂອງທ່ານ ແມ່ນເປັນການຕ້ອງຕິຢ່າງແຮງຕໍ່ປະທານາທິບໍດີ
ດໍໂນລ ທຣຳ ທີ່ໃຫ້ການສະໜັບສະໜຸນ ທ່ານມໍຣ໌ ຫົວໜ້າຜູ້ພິພາກສາສານສູງສຸດ
ຂອງລັດ ທີ່ຖືກປົດອອກຈາກຕຳແໜ່ງຢູ່ສານສອງເທື່ອ ຍ້ອນບໍ່ປະຕິບັດຕາມ
ການຕັດສິນຂອງລັດຖະບານກາງ ແລະປະເຊີນກັບການກ່າວຫາ ຈາກພວກແມ່ຍິງ
ທີ່ຖືກລວນລາມທາງເພດ ເມື່ອສີ່ທົດສະວັດກ່ອນ ເວລາພວກເຂົາເຈົ້າຍັງເປັນສາວ
ນ້ອຍ ແລະທ່ານມີອາຍຸໃນລະຫວ່າງ 30 ກວ່າປີ.

Jones Win in Alabama Senate Race Could Signal a Democratic Wave in 2018
please wait

No media source currently available

0:00 0:03:26 0:00

ທ່ານທຣຳໄດ້ສະແດງຄວາມດີໃຈຕໍ່ທ່ານໂຈນສ໌ ແຕ່ກໍກ່າວອ້າງວ່າ ທ່ານຮູ້ດີຢູ່ແລ້ວ
ທີ່ວ່າທ່ານມໍຣ໌ ຈະບໍ່ຊະນະການເລືອກຕັ້ງ ຍ້ອນມີການຕ້ອງຕິຜູ້ກ່ຽວຫຼາຍເກີນໄປ.

ທ່ານມໍຣ໌ໄດ້ປະຕິເສດໃນການກ່າວຫາຕໍ່ທ່ານ ແລະໄດ້ກ່າວເຖິງພວກເຂົາເຈົ້າຕື່ມອີກ
ຢູ່ໃນວິດີໂອຂອງທ່ານ ໃນຄືນວັນພຸດວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG