ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ໂ​ຈ​ເນີຕັນ ວໍ​ຣະ​ສານ ຫົວ​ໜ້າ​ຫ້ອງ​ການ ຕະ​ຫຼາດ​ການ​ຄ້າ ​ອອກ​ແບບ​ເຄື່ອງ​ນຸງ


ທ່ານ​ໂຈ​ເນີ​ຕັນ ວ​ໍ​ຣະ​ສານ
ທ່ານ​ໂຈ​ເນີ​ຕັນ ວ​ໍ​ຣະ​ສານ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ປະ​ຈຳ​ແລງວັນ​ພະ​ຫັດ​ມື້​ນີ້
ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ​ ທ່ານ​ໂຈ​ເນິີຕັນ ວໍ​ຣະ​ສານ ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ
​ເກີດ​ຢູ່​ໃນ​ລັດ​ມີນ​ເ​ນ​ໂຊ​ຕາ ສະ​ຫະ​ລັດອາ​ເມ​ຣິ​ກາ ມາ​ສະ​ເໜີ​ທ່ານ. ທ່າ​ນ​ໂຈ​ເນີ​ຕັນ ເປັນ​
ຜູ້​ອຳ​ນວຍ​ການຝ່າ​ຍ​ຕະ​ຫຼາດ​ ໃຫ້ບໍ​ລິ​ສັດ​ເສື້ອ​ຜ້າ​ Sane and Partners ຊຶ່ງ​ເປັນ​ບໍ​ລິ
​ສັດອອກ​ແບບເຄື່ອງ​ນຸງ ເກັບ​ກຳ​ຂໍ້​ມູນຊອກ​ຫາ​ການປັບ​ປຸງ​ສິນ​ຄ້າ ​ໃຫ້​ແກ່​ຜູ້​ບໍ​ລິ​ໂພ​ກ.
ນອກ​ຈາກ​ປະ​ກອບ​ວິ​ຊາ​ອາ​ຊີບ​ເຕັມ​ເວ​ລາ​ແລ້ວ ທ່ານ​ໂຈ​ເນີ​ຕັນ ຍັງ​ອາ​ສາ​ສະ​ໝັກ​ຮັບ​
ໃຊ້​ສັງ​ຄົ​ມ​ລາວ​ອາ​ເມ​ຣິ​ກັນ​ຢູ່​ໃນ​ສະຫະ​ລັດ ໂດຍ​ການ​ເປັນ​ປະ​ທານ​ອົງ​ການ​ພັນ​ທະ​ມິດ
​ລາວ​ອາ​ເມ​ຣິ​ກັນ​ແຫ່ງ​ຊາດ. ຄວາມ​ເປັນ​ມາ​ຂອງ ທ່ານ​ໂຈ​ເນິ​ຕັນ ເປັນ​ມາ​ຢ່າງ​ໃດ​ນັ້ນ
ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເນີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ບັນ​ດາ​ຊາວ​ໜຸ່​ມ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍລາວ​ຫລາຍໆ​ຄົນ ຜູ້​ທີ່​ໄດ້​ມາ​ເກີດ​ໃຫຍ່​ຢູ່ນອກ​
ປະ​ເທດ ໂດຍ​ສະ​ເພາະ​ຢູ່​ໃນ​ສະ​ຫະ​ລັດ ພ​າ​ກັນ​ຊົມ​ຊື່ນ​ກັບການ​ສຶກ​ສາ​ສູງ ມີ​ວຽກ​ການ
​ໜ້າ​ທີ່ດີ ແລະ​ບໍ່ແຕ່ທໍ່ນັ້ນ ຍັງ​ມີຄວາມ​ຮັບ​ຜິດ​ຊອບໃນ​ດ້ານສັງ​ຄົມນຳ. ເຂົາ​ເຈົ້າບໍ່​ໄດ້​
ຫລົງ​ລື​ມໃນ​ຄວາມ​ເປັນມ​າຂອງ​ເຊື້ອ​ສາຍລາວ ເຊັ່ນວ່າ ​ພາ​ສາ​ລາວ ຮີດ​ຄອງ​ປະ​ເພ​ນີ​
ລາວ ​ອາ​ຫານ ແລະການ​ທ້ອນ​ໂຮມ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາ​ວ ​ໃຫ້​ເປັນ​ກ້ອນ​ເປັນ​ໜ່ວຍ
ເພື່ອ​ເປັນ​ປາກ​ສຽງ​ໃຫ້​ແກ່​ສັງ​ຄົມຂອງຕົນ. ທ່ານ​ໂຈ​ເນິຕັນ ວໍ​ຣະ​ສານ ເກີດ​ໃນປີ 1983
ຢູ​ໃນ​ລັດ​ມິນເນໂຊ​ຕາ ຕັ້ງ​ຢູ່​ພາກ​ກາງ​ຕອນ​ເໜືອ​ສຸດຂອງ​ສະ​ຫະ​ລັດ. ທ່ານ​ໂຈ​ເນິີຕັນ ສຳ
​ເລັດ​ປະ​ລິນຍາຕີ ຝ່​າຍທຸ​ລະ​ກິດ ແລະ​ໄດເລີ້ມ​ປະ​ກອບ​ວິ​ຊາ​ອາ​ຊີບ​ໃຫ້​ແກ່​ທະ​ນາ​ຄານ​
ອາ​ເມ​ຣິ​ກາ (Bank of America.) ຫລັງ​ຈາກ​ນັ້ນ​ກໍໄດ້​ດຳ​ເນີນ​ການ​ສຶກ​ສາ​ຕໍ່ ແລະ​ສຳ
​ເລັດ​ປະ​ລິນ​ຍາໂທຝ່າຍທຸ​ລະ​ກິດ ຈາກມະ​ຫາ​ວິ​ທະ​ຍາ​ໄລ American International
College ແລະໄດ້​ນຳ​ໃຊ້​ຄວາມ​ຮູ້ຄວ​າມສາ​ມາດ ທີ່​ພົວ​ພັນ​ກັບອຸດ​ສາ​ຫະ​ກຳ ​ດ້ານ​ເທັກ​
ໂນ​ໂລ​ຈີ ແລະ​ແຟ​ຊັນ.

ປັດ​ຈຸ​ບັນ​ນີ້ ທ່ານ​ໂຈ​ເນິຕັນ ເປັນຫົວ​ໜ້າ​ຫ້ອງ​ການ​ທຸ​ລະ​ກິດ ໃຫ້​ແກ່​ບໍ​ລິ​ສັດ Sane
and Partners ຊຶ່ງເປັນ​ບໍ​ລິ​ສັດຊາວອອ​ສ​ເຕ​ຣ​ເລຍ ທີ່​ຕັ້ງ​ຢູ່​ນະ​ຄອນ ​ລອ​ສແ​ອນ​ເຈີ​ລິ​ສ.
ບໍ​ລິ​ສັດ Sane and Partners ເປັນ​ບໍ​ລິ​ສັດ​ອອກ​ແບບ​ເຄື່ອງ​ແຕ່ງ​ງານ ແລະ​ເຄື່ອງ​ແບບ​
ຕ່າງໆ ທີ່​ຜະ​ລິດ​ຢູ່​ໃນ​ປະ​ເທດ​ຈີນ ຊຶ່ງ​ທ່ານໂຈ​ເນີ​ຕັນ ເປັນ​ຫົວ​ໜ້າ​ຫ້ອງ​ການ​ຝ່າຍຕະ
​ຫຼາດ ຄວບ​ຄຸມ​ການ​ໂຄ​ສະ​ນາອອກ​ແບບ ຮັບ​ຟັງຄຳ​ຕິ​ຊົມ ​ຈາກ​ຜູ້​ບໍ​ລິ​ໂພກ ແລະ​ແບ່ງ
​ປັນ​ຂໍ້​ມູນ​ກັບ​ທີມ​ງານ ​ເພື່ອ​ປັບ​ປຸງ​ສິ​ນ​ຄ້າ​ທາງ​ອິນ​ເຕີ​ແນັດ ຊຶ່ງ​ທ່ານ​ໂຈ​ເນິີຕັນ ໄດ້​ກ່າວຕໍ່
ວີ​ໂອ​ເອ ດັ່ງ​ນີ້.

ສະ​ຫະ​ລັດ​ອາ​ເມ​ຣິ​ກາ ​ແມ່ນ​ຕະ​ຫລາດ​ທີ່​ໃຫຍ່ສຸດ ແລະ​ມີ​ຜູ້​ບໍ​ລິ​ໂພກ​ທີ່​ໃຫຍ່​ສຸດຢູ່​ໃນ​
ໂລກ. ເພ​າ​ະ​ສະ​ນັ້ນ​ມີ​ຫລາຍ​ໆ​ປະ​ເທດຈຶ່ງຢາກ​ມາ​ລົງ​ທຶນ​ຄ້າ​ຂາຍ​ຢູ່ທີ່ນີ້ ດັ່ງ​ໂຕ​ຢ່າງ​ບໍ​
ລິ​ສັດ Sane and Partners ທີ່​ເປັນ​ຜູ້ອ​ອກ​ແບບ​ຊຸດ​ແຕ່ງ​ງານ ແລະ​ເຄື່ອງ​ແບບ​ຕ່າງໆ
ແຕ່​ວ່າຜະ​ລິດ​ຢູ່​ປະ​ເທດ​ຈີນ ເພາະ​ວ່າ​ຄ່າ​ແຮງ​ງານ​ຖືກ ຊຶ່ງ​ທ່ານ​ໂຈ​ເນີ​ຕັນ​ໄດ້​ອະ​ທິ​ບາຍ
​ສູ່​ຟັງ​ວ່າ:

ທ່ານ​ໂຈ​ເນີ​ຕັນ ມີ​ຄວາມ​ໄຝ່​ຝັນ​ຢາກ​ເປັນ​ນັກ​ທຸ​ລະ​ກິດການ​ຄ້າ​ມາ​ແຕ່​ນ້ອຍ ແມ່ນ​ແຕ່
ຢາກ​ໄປ​ປຸກ​ສ້າງ​ໂຮງ​ຮຽນ​ຢູ່​ປະ​ເທດ​ລາວ ຊຶ່ງ​ທ່ານໂຈ​ເນິີຕັນ ໄດ້​ໃຫ້​ເຫດ​ຜົນ​ດັ່ງ​ນີ້:

ເຖິງ​ແມ່ນ​ວ່າ ທ່ານ​ໂຈ​ເນີ​ຕັນ ເກີດ​ຢູ່​ໃນ​ສະ​ຫະ​ລັດກໍຕາມ ແຕ່ຜູ້ກ່ຽວກໍສາ​ມາດ​ປາກ
ເວົ້າ​ພາ​ສາ​ລາວ​ໄດ້​ດີ​ສົມ​ຄວນ ມີ​ຄວາມ​ເປັນ​ຫ່ວງ​ສົນ​ໃຈ​ກັບ​ສັງ​ຄົມ​ລາວ ແລະມັກ​ອາ
​ຫານ​ລາວ ຊຶ່ງ​ທ່ານ​ໂຈ​ເນິີຕັນ​ໄດ້​ກ່າວ​ມ້ວນ​ທ້າຍ​ດັ່ງ​ນີ້:

ນອກ​ຈາກ​ທ່ານ​ໂຈ​ເນິີຕັນ​ ຈະມີ​ໜ້​າ​ທີ່​ວຽກ​ງານ​ເຕັມ​ເວ​ລາ​ແລ້ວ ທ່ານ​ຍັງ​ອາ​ສາ​ສະ​
ໝັກເປັນ​ປະ​ທານ​ອົງ​ການ​ພັນ​ທະ​ມິດ​ລ​າວ​ອາ​ເມ​ຣິ​ກັນ​ແຫ່ງ​ຊາດ ຫລື LANA ຊຶ່ງຫຍໍ້ມາຈາກຄຳວ່າ Lao American National Alliance ມາ​ໄດ້​ສອງ​ປີ​ແລ້ວ.
​ອົງ​ການ​ນີ້ ​ເປັນ​ປາກ​ສຽງ​ຊ່ວຍ​ສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ​ຢູ່​ໃນ​ສະ​ຫະ​ລັດ.

XS
SM
MD
LG