ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂຈ​ໂກ ວີໂດ​ໂດ ​ຖືກ​ເລືອກ​ ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຄືນອີກ​


​ພວກ​ສະ​ໜັບ​ສະ​ໜຸນປະ​ທາ​ນາ​ທິບໍ​ດີ ໂຈ​ໂກ ວີໂດ​ໂດ ຂອງ​ອິນ​ໂດ​ເນ​ເຊຍ ພາ​ກັນ​ສະ​ຫລອງ ​ໃນຂະ​ນະ​ທີ່​ໂຮມ​ຊຸມ​ນຸມກັນ​ຢູ່ໃນ​ນະ​ຄອນ​ຫລວງ​ຈາ​ກາ​ຕາ, ວັນ​ທີ 21 ເມ​ສາ, 2019.
​ພວກ​ສະ​ໜັບ​ສະ​ໜຸນປະ​ທາ​ນາ​ທິບໍ​ດີ ໂຈ​ໂກ ວີໂດ​ໂດ ຂອງ​ອິນ​ໂດ​ເນ​ເຊຍ ພາ​ກັນ​ສະ​ຫລອງ ​ໃນຂະ​ນະ​ທີ່​ໂຮມ​ຊຸມ​ນຸມກັນ​ຢູ່ໃນ​ນະ​ຄອນ​ຫລວງ​ຈາ​ກາ​ຕາ, ວັນ​ທີ 21 ເມ​ສາ, 2019.

ປະ​ທາ​ນາ​ທິບໍ​ດີ ໂຈ​ໂກ ວີໂດ​ໂດ (Joko Widodo) ຂອງ​ອິນ​ໂດ​ເນ​ເຊຍ ໄດ້​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເດືອນ​ແລ້ວນີ້ ໂດຍ​ໄດ້​ຮັບ​ຄະ​ແນນ ສຽງ 55.5 ເປີ​ເຊັນ ຂອງ​ຄະ​ແນນ​ທັງ​ໝົດ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ໃນ​ວັນ​ອັງ​ຄານມື້ນີ້.
ທ່ານ ວີໂດ​ໂດ (Widodo) ຊຶ່ງ​ມີ​ຊື່​ນ້ອຍ​ທີ່ຄົນມັກ​ເອີ້ນ​ກັນ​ທົ່ວ​ໄປວ່າ “ໂຈ​ໂກວີ” ("Jokowi") ນັ້ນ​ໄດ້​ຊະ​ນະອະ​ດີດ​ນາຍ​ພົນ​ກອງ​ທັບ​ບົກ ປ​ຣາ​ໂບ​ໂວ ຊູ​ບຽນ​ໂຕ (Prabowo Subianto) ທີ່​ໄດ້​ຮັບ​ຄະ​ແນນ​ສຽງ 44.5 ເປີ​ເຊັນ​ນັ້ນ.

ທ່ານ​ນາງເອ​ວີ ໂນ​ວີ​ດາ ມາ​ນິກ​ຄ໌ (Evi Novida Ginting Manik) ​ຈາກ​ກຳ​ມາ​ທິ​ການ ການເລືອກຕັ້ງ​ທົ່ວ​ໄປ ຫລື KPU ກ່າວ​ວ່າ "ຈຳ​ນວນ​ຂອງ​ບັດ​ລົງ​ຄະແນນ​ສຽງ​ທີ່​ຖືກ​ຕ້ອງ​ສຳ​ລັບ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຜູ້​ທີ 1, ທ່ານ ໂຈ​ໂກວີ-ມາ​ຣັ​ຟ ອາ​ມິນ (Jokowi-Ma'ruf Amin) ແມ່ນ 85,607,362 ສຽງ. ຈຳ​ນວນ​ຂອງ​ບັດ​ລົງ​ຄະ​ນ​ແນນ​ສຽງ​ທີ່​ຖືກ​ຕ້ອງ​ ສຳ​ລັບ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຜູ້​ທີ 2, ທ່ານ ປ​ຣາ​ໂບ​ໂວ ຊູ​ບຽນ​ໂຕ-ແຊນ​ເດຍ​ກາ ຢູ​ໂນ (Prabowo Subianto-Sandiaga Uno) ແມ່ນ 68,650,239 ສຽງ."

ການ​ປະ​ກ​າດ​ດັ່ງ​ກ່າວ​ມີ​ຂຶ້ນ 1 ຊົ່ວ​ໂມງ​ພາຍ​ຫລັງ​ທີ່​ກຳມາ​ທິ​ການການເລືອກຕັ້ງ​ທົ່ວ​ໄປ ຫລື KPU ໄດ້ສິ້ນ​ສຸດ​ການ​ສະ​ຫລຸບ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດທີ່​ດຳ​ເນີນ​ໄປ​ພ້ອມ​ໆກັນເປັນເທື່ອ​ທຳ​ອິດ ນັບຕັ້ງ​ແຕ່​ປະ​ເທດ​ໄດ້​ເລີ້ມ​ມີ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີແບບ​ມີ​ປະ​ຊາ​ທິ​ປະ​ໄຕໃນ​ປີ 2004 ເປັນ​ຕົ້ນ​ມາ. ມີ​ຜູ້​ປ່ອນ​ບັດປະ​ມານ 193 ລ້ານ​ຄົນໄປ​ປ່ອນ​ບັດຢູ່ຕາມ​ໜ່ວຍ​ປ່ອນ​ບັດ ​ຫລາຍກວ່າ 810,000 ແຫ່ງ​ໃນວັນ​ທີ 17 ເມ​ສາ​ຜ່ານ​ມານັ້ນ.

ປະ​ທາ​ນາ​ທິບໍ​ດີ ໂຈ​ໂກ ວີໂດ​ໂດ (ກາງ) ຂອງ​ອິນ​ໂດ​ເນ​ເຊຍ ໄປ​ປະ​ຊຸມກັບ​ຄະ​ນະ​ລັດ​ຖະ​ບານ​ປະ​ສົມ​ຂອງ​ທ່ານ​ໃນ​ນະ​ຄອນ​ຈາ​ກາ​ຕາ, 18 ເມ​ສາ, 2019
ປະ​ທາ​ນາ​ທິບໍ​ດີ ໂຈ​ໂກ ວີໂດ​ໂດ (ກາງ) ຂອງ​ອິນ​ໂດ​ເນ​ເຊຍ ໄປ​ປະ​ຊຸມກັບ​ຄະ​ນະ​ລັດ​ຖະ​ບານ​ປະ​ສົມ​ຂອງ​ທ່ານ​ໃນ​ນະ​ຄອນ​ຈາ​ກາ​ຕາ, 18 ເມ​ສາ, 2019

ທ່ານ ວີ​ໂດ​ໂດ (Widodo) ໄດ້​ຮັບ​ຄະ​ແນນ​ສຽງຢູ່​ໃນ 21 ແຂວງ. ສ່ວນ​ທ່ານ ຊູ​ບຽນ​ໂຕ (Subianto), ທີ່​ໄດ້​ລົງ​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ 4 ເທື່ອ​ແລ້ວ ໂດຍ​ມີ​ການ​ພົວ​ພັນ​ກັບ​ພວກ​ມີ​ອຳ​ນາດ​ທາງ​ການ​ເມືອງ​ແບບ​ດັັ້ງ​ເດີມສູງ ແລະ​ເປັນ​ພວກ​ນັບ​ຖື​ສາດ​ສະ​ໜາ​ອິ​ສ​ລາມ​ຫົວ​ຮຸນ​ແຮງນັ້ນ ໄດ້​ຮັບ​ຄະ​ແນນ​ສຽງຢູ່​ໃນ 13 ແຂວງ.

ບໍ່ໄດ້​ມີ​ຄຳ​ເຫັນ​ແບບເປັນ​ທາງ​ການ​ຈາກ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ວີ​ໂດ​ໂດ (Widodo) ແຕ່​ຢ່າງ​ໃດ ​ພາຍ​ຫລັງ​ທີ່​ມີ​ການ​ປະ​ກາດນັ້ນ​ແລ້ວ.

ກ່ອນ​ໜ້ານັ້ນ ໃນ​ເດືອນນີ້, ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ຊູ​ບຽນ​ໂຕ ໄດ້​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ຄວາມ​ຜິດໃນ​ການ​ລົງ​ຄະ​ແນນ​ສຽງ 13,000 ຄະ​ແນນ. ແຕ່​ວ່າ ຜູ້​ສັງ​ເກດ​ການ​ສາ​ກົນ ໄດ້​ປະ​ກາດ​ໃນ​ວັນ​ທີ 17 ເມ​ສາ​ຜ່ານ​ມາ​ວ່າ ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ຢ່າງເສ​ລີ​ ແລະ​ຍຸ​ຕິ​ທຳ.

ໃນ​ອາ​ທິດ​ແລ້ວນີ້ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ນະ​ຄອນຈາ​ກາ​ຕາ ໄດ້​ອອກ​ຄຳ​ເຕືອນ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ຢູ່​ໃນອິນ​ໂດ​ເນ​ເຊຍ, ໂດຍ​ອ້າງເຖິງ​ຄວາມ​ເປັນ​ຫ່ວງວ່າ ອາດຈະມີ​ການ​ປະ​ທ້​ວງ​ເກີດ​ຂຶ້ນ ເມື່ອ​ມີ​ການ​ປະ​ກາດຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ສະ​ມາ​ຊິກ​ສະ​ພາຂອງອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ ໂດຍ KPU ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG