ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງປະສົມ ຈາກປະ​ເທດຕາເວັນຕົກອາຟຣິກາ ກ່າວວ່າ ພວກກະບົດຫຼາຍກວ່າ 100 ຄົນ ໄດ້ຖືກສັງຫານ ເມື່ອບໍ່ເທົ່າໃດອາທິດມານີ້


ກອງທັບຂອງໄນຈີເຣຍ ໄດ້ເຂົ້າຄວບຄຸມພື້ນທີ່ ບ່ອນທີ່ຊາຍຄົນນຶ່ງ ໄດ້ຖືກສັງຫານໂດຍພວກຜູ້ຕ້ອງສົງໄສຫົວຮຸນແຮງ ໃນລະຫວ່າງ ການໂຈມຕີຢູ່ໃນອ້ອມແອ້ມບໍລິເວນຄຸ້ມໂປໂລ ຂອງເມືອງເມດູກູຣີ ຂອງໄນຈີເຣຍ, ວັນທີ 16 ກຸມພາ 2019.
ກອງທັບຂອງໄນຈີເຣຍ ໄດ້ເຂົ້າຄວບຄຸມພື້ນທີ່ ບ່ອນທີ່ຊາຍຄົນນຶ່ງ ໄດ້ຖືກສັງຫານໂດຍພວກຜູ້ຕ້ອງສົງໄສຫົວຮຸນແຮງ ໃນລະຫວ່າງ ການໂຈມຕີຢູ່ໃນອ້ອມແອ້ມບໍລິເວນຄຸ້ມໂປໂລ ຂອງເມືອງເມດູກູຣີ ຂອງໄນຈີເຣຍ, ວັນທີ 16 ກຸມພາ 2019.

ກອງກຳລັງທະຫານປະສົມຈາກໄນຈີເຣຍ ໄນເຈີ ແລະ ກາເມຣູນ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຕົນໄດ້ສັງຫານພວກກະບົດຫົວຮຸນແຮງອິສລາມ ຫຼາຍກວ່າ 100 ຄົນ ລວມທັງຜູ້ບັນຊາການ 10 ຄົນ ໃນໄລຍະສອງສາມອາທິດຜ່ານມານີ້ ຂະນະທີ່ຕົນທະວີການບຸກໂຈມຕີທາງພາກພື້ນດິນແລະອາກາດຢູ່ໃນຂົງເຂດທະເລສາບຂອງຊາດ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ພວກນັກລົບກຸ່ມໂບໂກຮາຣາມ ແລະກຸ່ມທີ່ແຍກໂຕອອກມາຈາກກຸ່ມລັດອິສລາມແຂວງອາຟຣິກາຕາເວັນຕົກ ຫຼື ISWAP ໄດ້ທຳການສູ້ລົບກັບກອງທັບໄນຈີເຣຍ ມາໄດ້ຫຼາຍກວ່າສິບປີມາແລ້ວ ໃນບັນຫາຂັດແຍ້ງທີ່ໄດ້ດຶງເອົາປະເທດເພື່ອນບ້ານດັ່ງກ່າວເຂົ້າມາຮ່ວມນຳ.

ໂຄສົກກອງກຳລັງປະສົມສະເພາະກິດຈາກຫຼາຍປະເທດ ພັນເອກ ມູຮຳມັດ ໂດເລ ໄດ້ກ່າວວ່າ ກຳລັງທະຫານໄດ້ເຄືີ່ອນເລິກເຂົ້າໄປໃນເຂດທີ່ຄວບຄຸມໂດຍພວກກະບົດດັ່ງກ່າວ ໃນບໍລິເວນທະເລສາບຊາດ ແລະຢຶດມາໄດ້ ອາວຸດ ສະບຽງອາຫານ ແລະຢາເສບຕິດຈຳນວນນຶ່ງ.

ທ່ານໂດເລ ໄດ້ເວົ້າວ່າ “ພາຍໃນຊ່ວງເວລາຂອງປະຕິບັດການນີ້ ມີພວກກໍ່ການຮ້າຍຫຼາຍເກີນກວ່າຮ້ອຍຄົນ ໄດ້ຖືກກຳຈັດ ລວມທັງຜູ້ບັນຊາການຂັ້ນສູງເກີນກວ່າ 10 ຄົນ...ຫຼັງຈາກການໂຈມຕີທາງອາກາດຢ່າງຮ່າຍແຮງ ທີ່ຂັບດັນດ້ວຍຂໍ້ມູນລັບ ຢູ່ທີ່ເກາະດອນຕ່າງໆໃນທະເລສາບຊາດ ໂດຍປະສົມປະສານກັບກອງກຳລັງອາກາດສະເພາະກິດ.”

ທ່ານໂດເລ ບໍ່ໄດ້ໃຫ້ໄລຍະເວລາໃນການປະຕິບັດງານ ຫຼືຈຳນວນກຳລັງທະ ຫານທີ່ໄດ້ຖືກຂ້າຕາຍ ແຕ່ໄດ້ກ່າວວ່າ ທະຫານ 18 ຄົນ ໄດ້ຮັບບາດເຈັບດ້ວຍອຸປະກອນລະເບີດປະດິດຂຶ້ນເອງ ທີ່ໄດ້ຖືກຝັງໄວ້ໂດຍພວກກະບົດທີ່ໄດ້ຖອຍໜີອອກໄປ.

ພວກກະບົດອິສລາມ ໄດ້ປຸ້ມລຸມກັນຢູ່ໃນເຂດພາກຕາເວັນອອກສຽງເໜືອຂອງໄນຈີເຣຍ ແລະໄດ້ປະຖິ້ມສົບຄົນຕາຍຫຼາຍພັນຄົນ ໃນຂະນະທີ່ຂັບດັນປະຊາຊົນຫຼາຍລ້້ານຄົນ ອອກຈາກເຮືອນຊານຂອງພວກເຂົາ ໃຫ້ໄປເຂົ້າສູນລີ້ໄພແຫ່ງຕ່າງໆ ແລະກາຍເປັນຜູ້ອົບພະຍົບພາຍໃນປະເທດ.

ໄນຈີເຣຍ ໄດ້ຮັບການສົ່ງເສີມດ້ານການທະຫານ ຫຼັງຈາກສະຫະລັດເມື່ອອາທິດແລ້ວນີ້ ໄດ້ອະນຸມັດການຂາຍອາວຸດມູນຄ່າເກືອບ 1 ຕື້ໂດລາ. ບັນດາສະມາ ຊິກສະພາສະຫະລັດ ໄດ້ໂຈະຂໍ້ຕົກລົງໄວ້ຊົ່ວຄາວ ຍ້ອນເປັນຫ່ວງ ກ່ຽວກັບຄວາມເປັນໄປໄດ້ຂອງການລະເມີດສິດທິມະນຸດ ໂດຍລັດຖະບານຂອງໄນຈີເຣຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG