ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ ອາລ ຊາບັບ ໂຈມຕີ ຄ້າຍທະຫານ ໂຊມາເລຍ ເຮັດໃຫ້ ທະຫານ ອາເມຣິກັນ ເສຍຊີວິດ ນຶ່ງຄົນ


ທະຫານໂຊມາເລຍ ໄປຮ່ວມການຝຶກແອບ ໂດຍສະຫະລັດ ອາຣັບ ເອເມີເຮັສ ທີ່ຄ້າຍຝຶກ ໃນນະຄອນໂມກາດິສຊູ.
ທະຫານໂຊມາເລຍ ໄປຮ່ວມການຝຶກແອບ ໂດຍສະຫະລັດ ອາຣັບ ເອເມີເຮັສ ທີ່ຄ້າຍຝຶກ ໃນນະຄອນໂມກາດິສຊູ.

ທະຫານກຳລັງພິເສດສະຫະລັດຄົນນຶ່ງ ໄດ້ເສຍຊີວິດ ແລະອີກ 4 ຄົນບາດເຈັບ ຫລັງ
ຈາກພວກຫົວຮຸນແຮງ ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍອາລກາອີດາ ໄດ້ໂຈມຕີ
ຄ້າຍ ທີ່ພວມຢູ່ໃນລະຫວ່າງການກໍ່ສ້າງ ໃນພາກຕາເວັນຕົກສຽງໃຕ້ ຂອງໂຊມາເລຍ
ໃນວັນສຸກວານນີ້.

ການໂຈມຕີໃນວັນສຸກວານນີ້ ຊຶ່ງມີຂຶ້ນປະມານ 50 ກິໂລແມັດ ຫ່າງຈາກເມືອງທ່າກິສ
ມາໂຢໄປທາງທິດເໜືອ ເລີ້ມຂຶ້ນໃນຂະນະທີ່ກຳລັງສະຫະລັດພວມໃຫ້ການຊ່ອຍເຫຼືອ
ທະຫານໂຊມາເລຍ ແລະເຄັນຢາ ກໍ່ສ້າງຄ້າຍດັ່ງກ່າວ ອັນເປັນສ່ວນນຶ່ງ ໃນການປະຕິ
ບັດງານເປັນເວລາຫຼາຍໆມື້ ເພື່ອກວດລ້າງພວກຫົວຮຸນແຮງຈາກກຸ່ມກໍ່ການຮ້າຍອາລ
ຊາບັບ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ.

ພວກທີ່ເຫັນເຫດການກ່າວວ່າ ການໂຈມຕີມີຂຶ້ນໃກ້ໆກັບເມືອງຊັງກູນີ ໃນຂະນະທີ່ທະ
ຫານສະຫະລັດ ໂຊມາເລຍແລະເຄັນຢາ ກຳລັງຂຸດຂຸມ ແລະສ້າງຕັ້ງລະບົບປ້ອງກັນຢູ່.

ໂຊມາເລຍ
ໂຊມາເລຍ

ເຂົາເຈົ້າກ່າວວ່າ ພວກຫົວຮຸນແຮງກ່ອນອື່ນໝົດ ບີບຄະນວນລະເບີດໃຫ້ແຕກຂຶ້ນກ່ອນ
ຍິງໂຈມຕີ ໃສ່ກຳລັງທະຫານ ດ້ວຍປືນກົນແລະປືນຄົກ.

ມີການສົ່ງເຮືອບິນເຮຣີຄອບເຕີ້ໄປຊ່ອຍ ເພື່ອນຳເອົາຜູ້ບາດເຈັບໄປໂຮງໝໍ.

ສະຫະລັດກ່າວວ່າ ທະຫານໂຊມາເລຍແມ່ນຮວມຢູ່ໃນພວກທີ່ໄດ້ຮັບບາດເຈັບ ແຕ່ຜູ້ທີ່ ເຫັນເຫດການເວົ້າວ່າ ມີທະຫານໂຊມາເລຍ 2 ຄົນຖືກຂ້າຕາຍ.

ອົງການຂ່າວຂອງກຸ່ມອາລຊາບັບ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບໃນການໂຈມ
ຕີໃນທັນທີ ໂດຍຜ່ານທາງຕາໜ່າງສື່ສັງຄົມ “ເຕເລກຣາມ.”

ລາຍງານ ຊຶ່ງອີງຕາມການແປຂໍ້ຄວາມ ໂດຍອົງການສືບລັບ SITE ແລ້ວແມ່ນວ່າ “ນັກ
ລົບ ຂອງຂະບວນການຊາບັບ ອາລ ມູຈາຮີດິນ ໄດ້ທຳການໂຈມຕີ ຢ່າງໜັກ ຕໍ່ຄ້າຍທະ
ຫານອາເມຣິກັນແລະໂຊມາເລຍແຫ່ງນຶ່ງ.”

ເຖິງແມ່ນໄດ້ມີການໂຈມຕີເຈົ້າໜ້າທີ່ສະຫະລັດກ່າວວ່າ ທະຫານໂຊມາເລຍແລະເຄັນ
ຢາກໍຍັງສາມາດສ້າງຄ້າຍທະຫານແຫ່ງນັ້ນຈົນເປັນທີ່ສຳເລັດ ແລະລັດຖະບານໂຊມາ
ເລຍ ຈະສາມາດໃຊ້ຄ້າຍດັ່ງກ່າວ ເພື່ອຂັບໄລ່ກຳລັງຂອງກຸ່ມອາລຊາບັບອອກໄປຈາກ
ຂົງເຂດດັ່ງກ່າວ.

ການເສຍຊີວິດ ຂອງທະຫານອາເມຣິກັນ ໃນໂຊມາເລຍ ແມ່ນເປັນເທື່ອທີ 2 ໃນຮອບ
2 ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG