ການເຂົ້າຮ່ວມ ໃນປີນີ້ ໂດຍ ປະເທດອອສເຕຣເລຍ ແລະຍີ່ປຸ່ນ ໃນການຊ້ອມລົບທາງ
ທະຫານ ປະຈຳປີ ລະຫວ່າງສະຫະລັດ ກັບ ຟີລິບປິນນັ້ນ ຈະເພີ້ມຄວາມກົດດັນຕໍ່ຈີນ
ແລະ ອາດຈະກໍ່ໃຫ້ເກີດການຊ້ອມລົບທາງທະຫານ ຂະຫຍາຍຂຶ້ນຕື່ມ ອີງຕາມການ
ກ່າວຂອງບັນດານັກຊ່ຽວຊານ.
ສະຖານທູດ ສະຫະລັດ ປະຈຳນະຄອນ ມານີລາ ໄດ້ກ່າວໃນວັນພະຫັດຜ່ານມາ ວ່າ
ການຊ້ອມລົບ ຊື່ວ່າ Balikatan ຂອງຕົນ ກັບບັນດາປະເທດ ໃນເອເຊຍຕາເວັນອອກ
ສຽງໃຕ້ ຢູ່ໃນເຂດໝູ່ເກາະ ລະຫວ່າງເດືອນພຶດສະພາ ວັນທີ 7 ຫາ 18 ແມ່ນຈະນຳເອົາ
“ກຳລັງທະຫານຈາກຫຼາຍປະເທດ” ເຂົ້າມາຮ່ວມກັນ ເຊັ່ນຈາກປະເທດ ອອສເຕຣເລຍ
ແລະຍີ່ປຸ່ນ ສຳລັບການຝຶກຊ້ອມ ພ້ອມກັນນັ້ນ ການເຊື້ອເຊີນ ອັງກິດ ໃຫ້ເຂົ້າມາເປັນຜູ້
ສັງເກດການນຳດ້ວຍ. ອອສເຕຣເລຍ ໄດ້ເຂົ້າຮ່ວມ ນັບຕັ້ງແຕ່ ປີ 2014 ເປັນຕົ້ນມາ.
ອອສເຕຣເລຍ ຍີ່ປຸ່ນ ແລະ ສະຫະລັດ ໄດ້ກ່າວວ່າ ພວກເຂົາເຈົ້າຢາກຮັກສາ ພື້ນທີ່
3,500,000 ຕາລາງກິໂລແມັດ ທີ່ອຸດົມສົມບູນດ້ວຍຊັບພະຍາກອນ ໃນທະເລຈີນໃຕ້
ໃຫ້ເປີດໄວ້ ເພື່ອການນຳໃຊ້ຂອງນານາຊາດ. ຈີນຮຽກຮ້ອງເອົາຫຼາຍກວ່າ 90 ເປີເຊັນ
ຂອງທະເລ ວ່າຕົນເປັນເຈົ້າຂອງ ບົນພື້ນຖານ ກ່ຽວກັບ ບັນທຶກການນຳໃຊ້ທາງດ້ານ
ປະຫວັດສາດ.
ເມື່ອສັບປະດາແລ້ວນີ້ ເວັບໄຊ້ຂອງກອງທັບຈີນ ໄດ້ກ່າວວ່າ ກອງທັບເຮືອລົບຂອງຈີນ
ປະກອບດ້ວຍ ກຳປັ່ນບັນທຸກເຮືອບິນລຳນຶ່ງ “ໄດ້ປະຕິບັດການຊ້ອມລົບ ຫຼາຍຄັ້ງ
ລຽນຕິດ” ຢູ່ໃນທະເລຈີນໃຕ້.
ທ່ານ Oh Ei Sun ອາຈານສອນ ດ້ານການສຶກສາສາກົນ ຢູ່ທີ່ມະຫາວິທະຍາໄລ
Nanyang ຂອງສິງກະໂປ ກ່າວວ່າ ຟີລິບປິນ ໄດ້ເປັນເຈົ້າພາບຈັດການຊ້ອມລົບ ຫຼາຍຄັ້ງຜ່ານມາ ເຊິ່ງອາດກໍ່ໃຫ້ເກີດການເຈາະຫານ້ຳມັນ ຢູ່ໃນທະເລ ຮອບໃໝ່
ຂອງຈີນ ໄດ້ຢ່າງງ່າຍດາຍ.