ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ລາວ ໄທ ແລະມຽນມາ ຮ່ວມມືກັນ ດ້ານຢາເສບຕິດ


ເສັ້ນທາງຄ້າຢາເສບຕິດ ທີ່ຜ່ານເຂດສາມຫລ່ຽມຄຳ ໃນລາວ
ເສັ້ນທາງຄ້າຢາເສບຕິດ ທີ່ຜ່ານເຂດສາມຫລ່ຽມຄຳ ໃນລາວ
ເຈົ້າໜ້າ​ທີ່​ປາບ​ປາມ​ຢາ​ເສບ​ຕິດ​ຂອງຈີນ​ກ່າວ​ວ່າ ມີ​ການ​ຢຶດຢາ​
ເສ​ບຕິດ​ໄດ້​ໃນ​ມູນ​ຄ່າ​ຫລາຍ​ກວ່າ 2,500 ລ້ານຢວນ ຫຼືປະມານ
400 ລ້ານ​ໂດ​ລາ ​ໃນ​ລະ ຫວ່າງ​ການ​ປະຕິບັດ​ງານ​ຮ່ວມເປັນ​ເວ
ລາ 2 ​ເດືອນຂອງ​ສີ່​ປະ​ເທດ ​ທີ່​ແນ​ເປົ້າໝາຍ​ໃສ່​ການ​ກໍ່​ອາ​ຊະ​ຍາ​
ກຳ ຕາມ​ລຳ​ແມ່​ນໍ້າຂອງ.

ທ່ານ Liu Yuejin ຜູ້ອຳນວຍການ ຫ້ອງການ​ຄວບ​ຄຸມ​ຢາ​ເສບ​ຕິດ
ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ ​ກ່າວໃນ​ການ​ຖະ​
ແຫຼງຂ່າວ ​ເມື່ອ​ວັນ​ອັງຄານ​ຜ່ານ​ມານີ້ວ່າ ການ​ປະຕິບັດ​ງານ​ຮ່ວມ
ລະຫວ່າງ​ຈີນ ສປປ ລາວ ມຽນມາ ​ແລະ​ໄທ ທີ່​ເລີ້ມ​ມາແຕ່​ກາງ​ເດືອນ
ເມສາຫາ​ກາງເດືອນມິຖຸນາ ​ໄດ້​ຍັງ​ຜົນ​ໃຫ້ມີ ​ການ​ຄຸມ​ຂັງ​ຜູ້​ຕ້ອງ​ສົງ​ໄສ 2,534 ຄົນ ຢຶດຢາ​ເສບຕິດ​ໄດ້ 9.78 ໂຕນແລະ​ເງິນສົດອີກ 3 ລ້ານ 6 ​ແສນ​ໂດ​ລາ.

ພ້ອມ​ນີ້ ​ເຈົ້າໜ້າ​ທີ່​ຍັງ​ຢຶດ​ໄດ້​ອາວຸດ 38 ກະບອກ ລູກປືນ 1,125 ລູກ ​ແລະ​ສານ​ເຄມີ​ຕົ້ນໜັກ 260 ​ໂຕນ.

ປະ​ເທດ​ທັງ 4 ​ໄດ້​ເລີ້ມການ​ປະຕິບັດ​ງານ​ ຕາມ​ລຳ​ແມ່​ນໍ້າຂອງ ​ເມື່ອ​ທ້າຍ​ປີ 2011 ຫຼັງຈາກ​ໄດ້​ມີ​ການ​ສັງຫານ​ລູກ​ເຮືອ​ຈີນ 11 ຄົນ​ໃນ​ບໍລິ​ເວນ​ສາມຫຼ່ຽມ ຄຳ ຊຶ່ງ​ມີ​ຊື່​ສຽງ​ບໍ່​ຄ່ອຍ​ດີ ​ໃນ​ການ​ຜະລິດ​ແລະລັກລອບຄ້າ​ຢາ​ເສບ​ຕິດ ພ້ອມ ທັງກຸ່ມ​ຂູ່​ເຂັນ​ຮຽກ​ຄ່າ​ໄຖ່. ​ໃນ​ເດືອນ​ມີນາ​ປີນີ້ ຈີນ​ໄດ້​ປະຫານ​ຊີວິດ​ທ້າວ​ໜໍ່​ຄຳ ຫົວໜ້າ​ແກັ່ງ​ຄ້າ​ຢາ​ເສ​ບຕິດ​ຈາກ​ລັດ​ສານ ຂອງ​ມຽນມາ ​ແລະ​ພວກ​ສົມຮູ້​ຮ່ວມ ຄິດ 3 ຄົນ.

ທ່ານ Liu ຍັງ​ໄດ້​ກ່າວ​ຕໍ່​ກອງ​ປ​ະຊຸມ​ຖະ​ແຫຼງຂ່າວ ທີ່​ມີ​ຜູ້ຕາງໜ້າ​ຈາກ ສປປ ລາວ ມຽນມາ ​ແລະ​ໄທ ​ເຂົ້າຮ່ວມ​ນັ້ນວ່າ ຫຼັງຈາກ​ການ​ປະຫານ​ຊີວິດ​ທ້າວ​ໜໍ່ ຄຳແລ້ວ ກິດຈະກຳ​ຂອງ​ກຸ່ມ​ຄ້າ​ຢາ​ເສບ​ຕິດແລະ​ອາ​ຊະ​ຍາ​ກຳ​ຕ່າງໆໄດ້​ຫຼຸດລົງ​ຢ່າງ​ຫຼວງຫຼາຍ ໃນ​ບໍລິ​ເວນ​ສາມຫຼ່ຽມຄຳ ຊຶ່ງ​ທ່ານ​ເວົ້າວ່າ ​ໄດ້​ເຮັດ​ໃຫ້ການ​ຄ້າ ຢາ​ເສບ​ຕິດ​ຫຼຸດລົງ​ແລະ​ລາຄາ​ແພງ​ຂຶ້ນ.

ທ່ານ Liu ​ເວົ້າວ່າ 60 ຫາ 70 ​ເປີ​ເຊັນ​ຂອງ​ຢາ​ເສບ​ຕິດ​ຢູ່​ຈີນ ​ແມ່ນ​ມາ​ຈາກ ​ເຂດ​ສາມຫຼ່ຽມຄຳ ບ່ອນ​ທີ່​ການ​ຜະລິດ​ຢາ​ບ້າ​ພວມ​ເພີ້ມປະລິມານ​ຂຶ້ນໃນ​ຂະນະ ​ໄດ້​ມີ​ການ​ປະຕິບັດ​ງານ​ປາບ​ປາມຢາ​ຝິ່ນ​ແລະ​ເຮ​ໂຣອີນນັ້ນ.
XS
SM
MD
LG